ວັນທີ 19 ກັນຍາ 2024, ຄະນະບໍລິຫານງານສູນກາງພັກໄດ້ເຮັດວຽກຢູ່ຫໍປະຊຸມເພື່ອປຶກສາຫາລືບັນດາເນື້ອໃນດັ່ງນີ້:
ສະຫາຍ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ເປັນປະທານ ແລະ ນໍາພາການສົນທະນາກ່ຽວກັບ: ຮ່າງບົດລາຍງານ ການເມືອງ ເພື່ອສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ; ບົດລາຍງານສັງລວມກ່ຽວກັບທິດສະດີ ແລະ ພາກປະຕິບັດຈຳນວນໜຶ່ງກ່ຽວກັບຂະບວນການປ່ຽນໃໝ່ທິດທາງສັງຄົມນິຍົມໃນໄລຍະ 40 ປີຜ່ານມາຢູ່ຫວຽດນາມ.
ສະຫາຍ ຟ້າມບິ່ງມິງ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ໄດ້ເປັນປະທານກອງປະຊຸມປຶກສາຫາລືກ່ຽວກັບ: ຮ່າງບົດລາຍງານຕີລາຄາ 5 ປີແຫ່ງການປະຕິບັດ 10 ປີຍຸດທະສາດພັດທະນາ ເສດຖະກິດ -ສັງຄົມ 2021-2030, ທິດທາງ ແລະ ໜ້າທີ່ພັດທະນາເສດຖະກິດ-ສັງຄົມ 5 ປີ 2026-2030; ຮ່າງບົດລາຍງານການປະເມີນຜົນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ 2024, ແຜນພັດທະນາເສດຖະກິດ-ສັງຄົມໃນປີ 2025; ບົດລາຍງານຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນປີ 2024, ຄາດຄະເນງົບປະມານແຫ່ງລັດໃນປີ 2025; ແຜນງົບປະມານ-ການເງິນຂອງລັດ 3 ປີ 2025-2027; ກ່ຽວກັບນະໂຍບາຍກໍ່ສ້າງທາງລົດໄຟຄວາມໄວສູງເໜືອ-ໃຕ້.
ສະຫາຍ ເລືອງເກື່ອງ, ກໍາມະການກົມການເມືອງ, ກໍາມະການປະຈໍາຄະນະເລຂາທິການ ໄດ້ເປັນປະທານກອງປະຊຸມປຶກສາຫາລືກ່ຽວກັບ: ຮ່າງບົດລາຍງານສະຫຼຸບວຽກງານບຸກຄະລາກອນຂອງຄະນະບໍລິຫານງານສູນກາງພັກ ຊຸດທີ 13 ແລະ ທິດທາງວຽກງານບຸກຄະລາກອນຂອງຄະນະບໍລິຫານງານສູນກາງພັກ ຊຸດທີ 14; ໂຄງການປັບປຸງ ແລະ ເພີ່ມເຕີມ ມະຕິເລກທີ 244-QD/TW, ລົງວັນທີ 9 ມິຖຸນາ 2014 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 11 ວ່າດ້ວຍການປະກາດໃຊ້ລະບຽບການເລືອກຕັ້ງຂອງພັກ; ຮ່າງບົດລາຍງານສະຫຼຸບສັງລວມວຽກງານສ້າງພັກ ແລະ ການປະຕິບັດກົດບັດຂອງພັກ ເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ.
ທີ່ມາ: https://daidoanket.vn/ngay-lam-viec-thu-hai-cua-hoi-nghi-lan-thu-10-ban-chap-hanh-tw-dang-khoa-xiii-10290700.html
(0)