ຕາມຂໍ້ມູນຂອງຂະແໜງ ການສຶກສາ ແຂວງ, ພາຍຫຼັງພາຍຸເລກ 10 ແລະ 11, ບັກນິງ ໄດ້ບັນທຶກໂຮງຮຽນປະມານ 100 ແຫ່ງຖືກຜົນກະທົບ, ດ້ວຍຍອດມູນຄ່າຄວາມເສຍຫາຍໃນເບື້ອງຕົ້ນແມ່ນກວ່າ 20 ຕື້ດົ່ງ.
ຕອບສະໜອງນ້ຳໃຈຮັກແພງເຊິ່ງກັນ ແລະ ກັນ, NXBGDVN ໄດ້ໜູນຊ່ວຍເປັນເງິນສົດ 30 ລ້ານດົ່ງ ແລະ ມອບປື້ມແບບຮຽນ 7.752 ຫົວ (500 ຊຸດ) ມູນຄ່າເກືອບ 106 ລ້ານດົ່ງໃຫ້ບັນດາໂຮງຮຽນໃນບໍລິເວນ. ຜູ້ຕາງໜ້າຂອງ NXBGDVN ໃຫ້ຮູ້ວ່າ: ຂອງຂວັນແມ່ນຫົວໃຈ ແລະ ການແບ່ງປັນຂອງພະນັກງານຂອງ NXBGDVN ໃຫ້ແກ່ນ້ອງນັກຮຽນ ດ້ວຍຄວາມຫວັງຈະຊ່ວຍໃຫ້ເຂົາເຈົ້າຜ່ານຜ່າຄວາມຫຍຸ້ງຍາກ ແລະ ສະຖຽນລະພາບໃນການຮຽນ.

ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຈີ໋ບິງ ເນັ້ນໜັກວ່າ: “ພາຍຫຼັງໄດ້ຮັບຂໍ້ມູນກ່ຽວກັບຄວາມເສຍຫາຍຈາກໄພນ້ຳຖ້ວມຢູ່ ບັກນິງ , NXBGDVN ໄດ້ວາງແຜນເຄື່ອນໄຫວບໍລິຈາກປຶ້ມ, ໜູນຊ່ວຍດ້ານການເງິນໃຫ້ນັກຮຽນປະສົບກັບຄວາມຫຍຸ້ງຍາກ, ຫວັງຈະແບ່ງປັນຄວາມເສຍຫາຍຈຳນວນໜຶ່ງທີ່ນັກຮຽນ ແລະ ໂຮງຮຽນພວມປະສົບຢູ່”.

ປະຈຸບັນ, NXBGDVN ພວມສືບຕໍ່ປະຕິບັດວຽກງານໜູນຊ່ວຍຢູ່ຫຼາຍທ້ອງຖິ່ນທີ່ປະສົບໄພນ້ຳຖ້ວມ. ນີ້ແມ່ນວຽກງານປະຕິບັດຕົວຈິງ, ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບສູງຕໍ່ສັງຄົມ, ປະຊາຄົມ ແລະ ຄຽງຂ້າງຂະແໜງການສຶກສາໃນທົ່ວປະເທດ.
ທີ່ມາ: https://baophapluat.vn/nha-xuat-ban-giao-duc-viet-nam-ho-tro-cac-truong-hoc-bi-anh-huong-boi-lu-lut-tai-tinh-bac-ninh.html






(0)