ງານມະໂຫລານປະດິດສ້າງ ຮ່າໂນ້ຍ 2026 ຄາດວ່າຈະກາຍເປັນງານວັດທະນະທຳ ສິລະປະປະຈຳປີ ແລະ ເພື່ອແນໃສ່ກາຍເປັນສະຖາບັນປະດິດສ້າງຕົວເມືອງ, ເປັນສະຖານທີ່ເຕົ້າໂຮມ, ທົດລອງ, ເຜີຍແຜ່ບັນດາແນວຄິດໃໝ່, ປະກອບສ່ວນຍົກສູງຄຸນນະພາບຊີວິດຂອງປະຊາຊົນຮ່າໂນ້ຍ.
![]() |
| ບັນດາຜູ້ແທນເຂົ້າຮ່ວມພິທີ. |
ປີ 2026, ງານມະໂຫລານສິລະປະປະດິດສ້າງຮ່າໂນ້ຍ ຈະປ່ຽນຈາກ “ຈັດຕັ້ງງານບຸນ” ມາເປັນ “ສ້າງລະບົບນິເວດປະດິດສ້າງຕົວເມືອງ” ດ້ວຍຈິດໃຈສະເພາະ, ເຊື່ອມໂຍງສິລະປະ-ການອອກແບບ-ເຕັກໂນໂລຊີ-ສະຖາປັດຕະຍະກຳ-ສຽງ-ຂໍ້ມູນ-ຫັດຖະກຳ-ການສະແດງ... ສ້າງປະສົບການຫຼາຍດ້ານ, ຮູບແບບສິລະປະໃໝ່ ແລະ ມີລັກສະນະສາກົນ.
![]() |
| ທ່ານນາງ ວູທູຮ່າ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ກ່າວຄຳປາໄສ. |
ກ່າວຄຳເຫັນທີ່ໄຂກອງປະຊຸມ, ທ່ານນາງ ຫວູທິຮ່າ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເນັ້ນໜັກວ່າ: “ນະຄອນ ຮ່າໂນ້ຍ ຫວັງວ່າ ບັນດາໂຄງການ, ແນວຄິດ, ການກະທຳທີ່ແທດຈິງທີ່ຂຸດຄົ້ນ ແລະ ເຊີດຊູຄຸນຄ່າວັດທະນະທຳ, ມໍລະດົກວັດທະນະທຳທີ່ມີຕົວຕົນ ແລະ ບໍ່ມີຮູບຮ່າງ, ໝູ່ບ້ານຫັດຖະກຳພື້ນເມືອງ ແລະ ອື່ນໆຈະກາຍເປັນບັນດາໂຄງການທີ່ມີຫົວຄິດປະດິດສ້າງ, ເຄື່ອນໄຫວດ້ານການຄ້າ ແລະ ວັດທະນາ ຖາວອນ.
ຕາມນັ້ນແລ້ວ, ບັນດາການເຄື່ອນໄຫວຕົ້ນຕໍໃນງານບຸນແມ່ນມຸ່ງໄປເຖິງການສ້າງເສດຖະກິດສ້າງສັນ - ສູນເຊື່ອມຕໍ່, ເວທີປາໄສ ແລະ ທົດສອບບັນດາຕົວແບບເສດຖະກິດສ້າງສັນ, ພິເສດແມ່ນບັນດາຂົງເຂດຄື: ງານວາງສະແດງ, ງານຕະຫຼາດນັດສ້າງສັນ, ເວທີປາໄສສ້າງສັນ, ແຂ່ງຂັນສ້າງສັນ, ບັນດາໂຄງການປະດິດສ້າງ, ລາງວັນປະດິດສ້າງ, ກອງທຶນສ້າງສັນ, ພື້ນຖານໂຄງລ່າງສ້າງສັນ.
![]() |
| ທ່ານ Jonathan Wallace Baker, ຫົວໜ້າຫ້ອງການ UNESCO ປະຈຳຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. |
ທ່ານ Jonathan Wallace Baker, ຫົວໜ້າຫ້ອງການ UNESCO ປະຈຳ ຫວຽດນາມ, ຢືນຢັນວ່າ: “ການຫັນປ່ຽນຈາກງານບຸນໄປສູ່ການສ້າງລະບົບນິເວດສ້າງສັນ ຈະສ້າງໂອກາດແບບຍືນຍົງໃຫ້ແກ່ນັກອອກແບບ, ນັກສິລະປິນ, ນັກທຸລະກິດທີ່ມີຫົວຄິດປະດິດສ້າງ, ນັກຮຽນ ແລະ ປະຊາຄົມ, ຈາກນັ້ນ, ຄວາມຄິດສ້າງສັນກາຍເປັນບ່ອນປະຕິບັດຮ່ວມກັນ - ເປັນບ່ອນທີ່ທຸກຄົນເຂົ້າຮ່ວມ, ສ້າງ ແລະ ເຊື່ອມໂຍງເຂົ້າກັບຊີວິດປະຈຳວັນ.”
ສິ່ງທີ່ໄດ້ຮັບການຈັດຕັ້ງໃນງານບຸນປີນີ້ແມ່ນການເຜີຍແຜ່ຈິດໃຈສ້າງສັນທົ່ວນະຄອນ, ໄດ້ແບ່ງອອກເປັນເຂດສະເພາະຄື: ເຂດມໍລະດົກ (ຕະຫຼາດດົງຊວນ - ເຂດ Bac Qua ແລະ ສູນອຸດສາຫະກຳວັດທະນະທຳດົງຊວນ), ເຂດຄຸ້ມເມືອງເກົ່າ (ຄຸ້ມຖະໜົນເກົ່າຮ່າໂນ້ຍ ມີ 36 ຖະໜົນ), ເຂດອະນາຄົດ (ຕາໜ່າງສວນສາທາລະນະທົ່ວນະຄອນ), ເຂດນິເວດວິທະຍາ ແລະ ເຂດຊຸມຊົນທັງໝົດ).
ງານມະໂຫລານການອອກແບບປະດິດສ້າງຮ່າໂນ້ຍ ຈະເລີ່ມດຳເນີນໄປດ້ວຍລາຍການ “ເຕົ້າໂຮມຫົວຄິດປະດິດສ້າງ” ໄດ້ຈັດຂຶ້ນໃນຕົ້ນເດືອນມັງກອນປີ 2026 ຢູ່ສະໜາມຫຼວງ Dong Kinh Nghia Thuc ແລະ ເຂດຄຸ້ມ Hoan Kiem ຢູ່ ຮ່າໂນ້ຍ.
![]() |
| ມອບໃບຢັ້ງຢືນສະຖານທີ່ວັດທະນະທຳສ້າງສັນຮ່າໂນ້ຍ. |
ທີ່ພິທີປະກາດຂອບເຂດງານບຸນປະດິດສ້າງຮ່າໂນ້ຍ ປີ 2026, ກົມວັດທະນະທຳ ແລະ ກິລາ ຮ່າໂນ້ຍ ໄດ້ປະກາດການຕັດສິນ ແລະ ມອບໃບຢັ້ງຢືນສະຖານທີ່ວັດທະນະທຳສ້າງສັນຮ່າໂນ້ຍ ໃຫ້ 82 ເຂດວັດທະນະທຳສ້າງສັນທີ່ບັນລຸໄດ້ບັນດາມາດຖານຈັດແບ່ງ ແລະ ຕີລາຄາບັນດາຊ່ອງທີ່ເຂົ້າຮ່ວມເຄືອຂ່າຍວັດທະນະທຳຮ່າໂນ້ຍ.
ເຕີນ ຮວ່າງ
ທີ່ມາ: https://www.qdnd.vn/van-hoa/doi-song/nhieu-net-moi-tai-le-hoi-thiet-design-sang-tao-ha-noi-2026-1016194














(0)