ຫຼາຍປະເທດພວມເພີ່ມທະວີຄວາມພະຍາຍາມເພື່ອຫລຸດຜ່ອນຄວາມເຄັ່ງຕຶງຢູ່ຕາເວັນອອກກາງ, ໂດຍສະເພາະແມ່ນພາຍຫຼັງຜູ້ນຳ ການເມືອງ ຂອງຂະບວນການອິດສະລາມ Hamas Ismail Haniyeh ຖືກລອບສັງຫານຢູ່ Tehran ທ່າມກາງການປະທະກັນຢູ່ເຂດ Gaza Strip.
ເຫດການດັ່ງກ່າວ ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກຜູ້ບັນຊາການສູງສຸດຂອງການເຄື່ອນໄຫວອິດສະລາມ Hezbollah ຂອງເລບານອນ ໄດ້ຖືກຂ້າຕາຍ ໃນການໂຈມຕີຂອງອິສຣາແອລ ຕໍ່ນະຄອນຫຼວງ Beirut ຂອງເລບານອນ ເພື່ອເປັນການຕອບໂຕ້ການໂຈມຕີກ່ອນໜ້ານີ້ ໃນເຂດ Golan Heights.
ບັນດາການຜັນຂະຫຍາຍໃໝ່ນີ້ ໄດ້ເພີ່ມທະວີຄວາມເຄັ່ງຕຶງຢູ່ໃນພາກພື້ນ ທ່າມກາງການປະທະກັນລະຫວ່າງຂະບວນການອິດສະລາມ Hamas ແລະ ອິດສະຣາແອນ ຢູ່ເຂດ Gaza Strip.
ວັນທີ 4 ສິງຫາ, ທ່ານນາຍົກລັດຖະມົນຕີ ອີຣັກ Mohammed Shia al-Sudani ເນັ້ນໜັກວ່າ, ການຜ່ອນຜັນຄວາມເຄັ່ງຕຶງຢູ່ຕາເວັນອອກກາງ ພຽງແຕ່ຂຶ້ນກັບການຢຸດຕິການປະທະກັນລະຫວ່າງ Hamas ແລະ ອິດສະຣາແອນ ຢູ່ເຂດ Gaza, ກໍ່ຄືການສູ້ຮົບລະຫວ່າງ ອິດສະຣາແອນ ແລະ ກຳລັງ Hezbollah ຢູ່ ເລບານອນ.
ຕາມການປະກາດຂອງສຳນັກງານນາຍົກລັດຖະມົນຕີອີຣັກ, ທ່ານ al-Sudani ໄດ້ສະແດງຄວາມເຫັນດັ່ງກ່າວໃນການໂທລະສັບກັບລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken.
ການໂອ້ລົມທາງໂທລະສັບຍັງໄດ້ສຸມໃສ່ແລກປ່ຽນທັດສະນະກ່ຽວກັບການພັດທະນາຫຼ້າສຸດຂອງສະຖານະການພາກພື້ນ ແລະ ສາກົນ, ກໍ່ຄືບັນດາຄວາມມານະພະຍາຍາມເພື່ອສະກັດກັ້ນຄວາມເຄັ່ງຕຶງໃນພາກພື້ນຕື່ມອີກ. ສ່ວນທ່ານ Blinken ສະແດງຄວາມປາດຖະໜາຂອງ ອາເມລິກາ ທີ່ຢາກໃຫ້ ອີຣັກ ມີບົດບາດໃນການຮັກສາສະຖຽນລະພາບໃນພາກພື້ນ ແລະ ສະກັດກັ້ນການລຸກລາມຂອງທຸກຝ່າຍ.
ນອກນັ້ນ, ວັນທີ 4 ສິງຫາ, ທ່ານປະທານາທິບໍດີ ອີຣານ Masoud Pezeshkian ແລະ ທ່ານລັດຖະມົນຕີການຕ່າງປະເທດ ຈໍແດນ Ayman Safadi ກໍ່ໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ການເສຍຊີວິດຂອງຜູ້ນຳການເມືອງຂອງກຸ່ມ Hamas ທ່ານ Ismail Haniyeh ກໍ່ຄືສະພາບການຢູ່ເຂດ Gaza Strip.
ຕາມຂ່າວແຈ້ງວ່າ, ໃນຂອບເຂດການຢ້ຽມຢາມອີຣານທີ່ຫາຍາກຢູ່ໃນເວັບໄຊຂອງປະທານາທິບໍດີອີຣານ, ໃນສະພາບທີ່ບັນດາປະເທດໃນພາກພື້ນເພີ່ມທະວີຄວາມວິຕົກກັງວົນກ່ຽວກັບຄວາມສ່ຽງທີ່ຈະເພີ່ມທະວີຄວາມເຄັ່ງຕຶງລະຫວ່າງອີຣານ ແລະ ອິດສະຣາແອນ ພາຍຫຼັງການເສຍຊີວິດຂອງຜູ້ນຳ Hamas.
ທ່ານປະທານາທິບໍດີອີຣານ Pezeshkian ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີຄວາມສາມັກຄີລະຫວ່າງບັນດາປະເທດມຸດສະລິມ ເພື່ອປົກປັກຮັກສາຊາວປາແລັດສະໄຕນຢູ່ເຂດ Gaza.
ທ່ານປະທານປະເທດ Pezeshkian ກໍ່ປາດຖະໜາວ່າ ການເຈລະຈາລະຫວ່າງຄະນະຜູ້ແທນ ການທູດ ອີຣານ ແລະ ຈໍແດນ ກ່ຽວກັບການຟື້ນຟູການພົວພັນມິດຕະພາບທີ່ເປັນປົກກະຕິລະຫວ່າງ 2 ປະເທດໂດຍໄວ, ຊ່ວຍຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືກໍ່ສ້າງລະຫວ່າງ 2 ປະເທດ, ປະກອບສ່ວນຊຸກຍູ້ສະຖຽນລະພາບຂອງພາກພື້ນ.
ສ່ວນທ່ານລັດຖະມົນຕີການຕ່າງປະເທດ Safadi ໃຫ້ຮູ້ວ່າ: Jordan ພວມພະຍາຍາມຟື້ນຟູການພົວພັນກັບອີຣານເປັນປົກກະຕິ ແລະ ຮ່ວມກັນຮັບປະກັນສະຖຽນລະພາບ, ຄວາມໝັ້ນຄົງ ແລະ ສັນຕິພາບໃນພາກພື້ນ.
ໃນຕອນເຊົ້າວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ Safadi ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດອີຣານ Ali Bagheri Kani ເພື່ອປຶກສາຫາລືກ່ຽວກັບຄວາມເຄັ່ງຕຶງໃນພາກພື້ນທີ່ເພີ່ມຂຶ້ນເມື່ອບໍ່ດົນມານີ້.
ກປ.ອອນໄລ - ວັນທີ 4 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອີຢິບ Badr Abdelatty ແລະ ຄູ່ຕຳແໜ່ງ ລັດເຊຍ Sergey Lavrov ໄດ້ໂອ້ລົມທາງໂທລະສັບ, ປຶກສາຫາລືບັນດາຄວາມມານະພະຍາຍາມແກ້ໄຂຄວາມເຄັ່ງຕຶງຢູ່ຕາເວັນອອກກາງ ເພື່ອປົກປ້ອງຄວາມໝັ້ນຄົງ, ສະຖຽນລະພາບ ແລະຜົນປະໂຫຍດຂອງປະຊາຊົນໃນພາກພື້ນ, ພ້ອມທັງສະກັດກັ້ນບັນດາຄວາມຂັດແຍ່ງຂອງພາກພື້ນ.
ປະຈຸບັນ, ອີຢິບ ພວມສົມທົບກັບບັນດາປະເທດຄື ອາເມລິກາ ແລະ ກາຕາ ຊຸກຍູ້ບັນດາຄວາມມານະພະຍາຍາມທາງການທູດ ເພື່ອປ້ອງກັນຄວາມສ່ຽງທີ່ຈະເກີດຄວາມຂັດແຍ້ງກັນຢູ່ພາກພື້ນຕາເວັນອອກກາງ.
ທີ່ມາ
(0)