ຕາມ​ເຈົ້າ​ໜ້າ​ທີ່​ນະຄອນ​ທຽນ​ສິນ​ແລ້ວ, ​ເຫດການ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ເວລາ​ປະມານ 8 ​ໂມງ​ຂອງ​ວັນ​ທີ 13 ມິຖຸນາ​ນີ້. ​ເຫດ​ລະ​ເບີດ​ໄດ້​ສັ່ນ​ສະ​ເທືອ​ນຕຶກ​ອາ​ພາດ​ເມັນ​ສອງ​ຫລັງ​ທີ່​ຕັ້ງ​ຢູ່​ຫ່າງ​ກັນ​ປະມານ 1 ກິ​ໂລ​ແມັດ​ຢູ່​ທາງ​ທິດຕາ​ເວັນ​ອອກ​ຂອງ​ເມືອງ, ຫ່າງ​ຈາກ​ນະຄອນຫຼວງ​ປັກ​ກິ່ງ​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ປະມານ 110 ກິ​ໂລ​ແມັດ.

ຕຳຫລວດ​ທຽນ​ສິນ​ຢູ່​ບ່ອນ​ເກີດ​ເຫດ. ພາບ: Meiri Jingji Xinwen/ Weibo

ຮູບ​ພາບ​ຈາກ​ບ່ອນ​ເກີດ​ເຫດ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ດັບ​ເພີງ​ພະ​ຍາ​ຍາມ​ຊ່ວຍ​ເຫຼືອ​ຜູ້​ເຄາະ​ຮ້າຍ​ຢູ່​ໃນ​ຕຶກ​ອາ​ພາດ​ເມັນ​ແຫ່ງ​ນຶ່ງ ຊຶ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຈາກ​ເຫດ​ລະ​ເບີດ.

ຕາມ​ສື່​ມວນ​ຊົນ​ທ້ອງ​ຖິ່ນ, ​ເຫດ​ລະ​ເບີດ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ອາ​ພາດ​ເມັນ 26 ຫລັງ ​ແລະ 34 ຄົນ​ຖືກ​ຍົກຍ້າຍ​ໄປ​ຢູ່​ບ່ອນ​ປອດ​ໄພ.

ຜູ້​ຕ້ອງ​ສົງ​ໄສ​ເປັນ​ຜູ້​ຊາຍ​ອາ​ຍຸ 46 ປີ ຖືກ​ເຈົ້າ​ໜ້າ​ທີ່​ຈັບ​ຕົວ​ໄປ​ຊ່ວຍ​ເຫຼືອ​ໃນ​ການ​ສືບ​ສວນ.

VNA