ໃນຂອບເຂດການຢ້ຽມຢາມ, ທ່ານສີຈິ້ນຜິງເນັ້ນໜັກວ່າ, ທະຫານຈີນຕ້ອງ "ເພີ່ມທະວີການຝຶກອົບຮົມຢ່າງຮອບດ້ານແລະການກະກຽມໃຫ້ແກ່ການສູ້ຮົບ, ຮັບປະກັນໃຫ້ທະຫານມີຄວາມສາມາດສູ້ຮົບຢ່າງແຂງແຮງ ." ພ້ອມກັນນັ້ນ, ທະຫານຕ້ອງ “ ເສີມຂະຫຍາຍກຳລັງແຮງຍຸດທະສາດ ແລະ ຄວາມສາມາດສູ້ຮົບ .”
ທ່ານສີຈິ້ນຜິງ ປະທານປະເທດຈີນຮຽກຮ້ອງໃຫ້ທະຫານເພີ່ມທະວີຄວາມພ້ອມໃນການສູ້ຮົບ. (ພາບ: NDTV)
ວັນທີ 14 ຕຸລານີ້, ປັກກິ່ງໄດ້ສົ່ງຍົນຮົບ, ຍົນໂດຣນ, ກຳປັ່ນຮົບແລະກຳປັ່ນປ້ອງກັນຝັ່ງທະເລໄປອ້ອມໄຕ້ຫວັນ, ເຊິ່ງເປັນການຊ້ອມຮົບຂະໜາດໃຫຍ່ຄັ້ງທີ 4 ຂອງຈີນຢູ່ອ້ອມໄຕ້ຫວັນໃນຮອບເວລາ 2 ປີທີ່ຜ່ານມາ.
ການຊ້ອມລົບດັ່ງກ່າວ ມີຂຶ້ນ ຫຼັງຈາກຜູ້ນຳໄຕ້ຫວັນ ທ່ານ ເລ ຊິງເຕ ໄດ້ກ່າວຄຳປາໄສ ຫວ່າງມໍ່ໆມານີ້ ທີ່ຄັດຄ້ານ ການ “ຍຶດເອົາ ຫຼືບຸກລຸກ” ໃດໆກໍຕາມ ແລະກ່າວວ່າ ປັກກິ່ງ ບໍ່ມີສິດເປັນຕົວແທນ ໃຫ້ແກ່ປະຊາຊົນ 23 ລ້ານຄົນ ຂອງເກາະດັ່ງກ່າວ.
ທ່ານ Bonnie Glaser, ຜູ້ຈັດການໂຄງການອິນໂດ ປາຊີຟິກ ຂອງກອງທຶນ Marshall ເຢຍລະມັນກ່າວວ່າ "ການຊ້ອມຮົບດັ່ງກ່າວສະແດງໃຫ້ເຫັນປະຊາຊົນຈີນວ່າລັດຖະບານຈີນມີຄວາມຕັ້ງໃຈທີ່ຈະປົກປ້ອງດິນແດນຂອງຕົນ .
ກະຊວງປ້ອງກັນປະເທດໄຕ້ຫວັນກ່າວປະນາມ ການກະທຳທີ່ບໍ່ສົມເຫດສົມຜົນແລະຍຸຕິທຳ ຂອງຈີນແລະກ່າວວ່າຕົນໄດ້ ສົ່ງກຳລັງທີ່ເໝາະສົມເພື່ອຕອບໂຕ້ເພື່ອປົກປັກຮັກສາສິດເສລີພາບ, ປະຊາທິປະໄຕແລະ ອະທິປະໄຕ ຂອງເກາະ.
ໃນຂະນະນັ້ນ, ປັກກິ່ງເນັ້ນໜັກວ່າບໍ່ໄດ້ຍົກເລີກການໃຊ້ກຳລັງເພື່ອໂຮມໄຕ້ຫວັນເປັນເອກະພາບ ແລະ ກ່າວວ່າ ການຊ້ອມຮົບດັ່ງກ່າວແມ່ນຄຳເຕືອນຕໍ່ “ການກະທຳແບ່ງແຍກດິນແດນຂອງກຳລັງເອກະລາດໄຕ້ຫວັນ”.
ທີ່ມາ: https://vtcnews.vn/ong-tap-can-binh-yeu-cau-quan-doi-huan-luyen-chuan-bi-tinh-huong-chien-tranh-ar902745.html
(0)