ວັນທີ 12 ມັງກອນນີ້, ຫາງສຽງ ທົ່ວໂລກ ໄດ້ມີປະຕິກິລິຍາປະສົມຕໍ່ການບຸກໂຈມຕີຂອງອັງກິດ-ອາເມລິກາຕໍ່ກຳລັງ Houthi ຢູ່ເຢແມນ.
ກ່ອນໜ້ານັ້ນ, ສື່ມວນຊົນຂອງອາເມລິກາ ແລະ ອັງກິດ ໃຫ້ຮູ້ວ່າ, ວັນທີ 11 ມັງກອນ, ກອງທັບອາເມລິກາ ແລະ ອັງກິດ ໄດ້ທຳການໂຈມຕີທາງອາກາດໃສ່ 10 ກວ່າສະຖານທີ່ Houthi ໃນເຫດບຸກໂຈມຕີຄັ້ງໃຫຍ່ໂດຍໃຊ້ລູກສອນໄຟ Tomahawk ທີ່ຍິງຈາກກຳປັ່ນຮົບ ແລະ ເຮືອບິນສູ້ຮົບ.
ເຈົ້າໜ້າທີ່ອາເມລິກາຫຼາຍຄົນທີ່ບໍ່ເປີດເຜີຍຊື່ກ່າວວ່າ ເປົ້າໝາຍຂອງການບຸກໂຈມຕີທາງອາກາດແມ່ນລວມທັງສູນການຂົນສົ່ງຂອງ Houthi, ລະບົບປ້ອງກັນທາງອາກາດ ແລະບ່ອນເກັບອາວຸດ. ການໂຈມຕີທາງອາກາດໄດ້ເປັນຂີດໝາຍການຕອບໂຕ້ຄັ້ງທຳອິດຂອງກອງທັບອາເມລິກາຕໍ່ການໂຈມຕີແບບຍືນຍົງຂອງການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບແລະລູກສອນໄຟນຳວິຖີຢູ່ທະເລແດງ ນັບແຕ່ການປະທະກັນລະຫວ່າງ Hamas ກັບອິດສະຣາແອນຢູ່ເຂດ Gaza ໄດ້ເກີດຂຶ້ນ.
ການໂຈມຕີທາງອາກາດໄດ້ມີຂຶ້ນພຽງນຶ່ງອາທິດຫລັງຈາກທຳນຽບຂາວ ແລະບັນດາປະເທດຄູ່ຮ່ວມມື ໄດ້ອອກຄຳເຕືອນຄັ້ງສຸດທ້າຍໃຫ້ພວກ Houthis ໃຫ້ຢຸດການໂຈມຕີຂອງເຂົາເຈົ້າ ຫລືປະເຊີນໜ້າກັບການຕອບໂຕ້ທາງ ທະຫານ ທີ່ອາດເປັນໄປໄດ້.
ເດນມາກ, ເຢຍລະມັນ ແລະປະເທດຕາເວັນຕົກຈຳນວນໜຶ່ງ ໄດ້ສະແດງຄວາມສະໜັບສະໜູນຕໍ່ການບຸກໂຈມຕີຂອງອັງກິດ ແລະ ອາເມລິກາ ຕໍ່ກຸ່ມ Houthi. ໃນຂະນະນັ້ນ, ຈີນໄດ້ຮຽກຮ້ອງໃຫ້ທຸກຝ່າຍສະກັດກັ້ນບໍ່ໃຫ້ການປະທະກັນແຜ່ລາມອອກໄປ, ຣັດເຊຍກ່າວວ່າ, ການບຸກໂຈມຕີທາງອາກາດຂອງອາເມລິກາ ແລະ ອັງກິດ ແມ່ນລະເມີດກົດໝາຍສາກົນ ແລະ ສ່ຽງຄວາມເຄັ່ງຕຶງໃນພາກພື້ນ.
ຄຳຮຸ່ງ
ທີ່ມາ
(0)