ຕອນບ່າຍວັນທີ 5/12, ຢູ່ ຮ່າໂນ້ຍ , ທ່ານຮອງປະທານສະພາແຫ່ງຊາດ ເລມິນຮວານ ໄດ້ໃຫ້ການຕ້ອນຮັບທ່ານ Park Soon Cheol, ຮອງຜູ້ອຳນວຍການໃຫຍ່ຮັບຜິດຊອບການເງິນ Samsung Electronics.
ກ່າວຄຳເຫັນທີ່ການພົບປະ, ທ່ານຮອງປະທານ ສະພາແຫ່ງຊາດ Le Minh Hoan ຕີລາຄາວ່າ ກຸ່ມບໍລິສັດ Samsung ລົງທຶນຢູ່ ຫວຽດນາມ ແມ່ນໄວ, ສະແດງໃຫ້ເຫັນຄວາມສົນໃຈກ່ຽວກັບສະພາບແວດລ້ອມດ້ານກົດໝາຍ ແລະ ພັດທະນາເຕັກໂນໂລຢີຢູ່ ຫວຽດນາມ.
ຮັບຮູ້ທີ່ຕັ້ງ ແລະບົດບາດຂອງ Samsung - ໜຶ່ງໃນບັນດານັກລົງທຶນຕ່າງປະເທດໃຫຍ່ກວ່າໝູ່ຢູ່ ຫວຽດນາມ - ທ່ານຮອງ ປະທານສະພາແຫ່ງຊາດ ຫວັງວ່າ ການຮ່ວມມືອັນດີລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ຈະໜູນຊ່ວຍ ແລະ ສ້າງກຳລັງໜູນຊຸກຍູ້ການພັດທະນາຂອງ ຫວຽດນາມ ໃນໄລຍະຈະມາເຖິງ.

ທ່ານຮອງປະທານສະພາແຫ່ງຊາດ Le Minh Hoan ໄດ້ຊົມເຊີຍບັນດາການເຄື່ອນໄຫວ ແລະ ບັນດາໂຄງການຂອງ Samsung ຢູ່ ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ໜູນຊ່ວຍການຖ່າຍທອດເຕັກໂນໂລຢີ, ຊຸກຍູ້ການສົ່ງອອກ, ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດແບບຍືນຍົງຂອງຫວຽດນາມ.
ດ້ວຍປະຫວັດແຫ່ງການສ້າງຕັ້ງ ແລະ ພັດທະນາທີ່ໜ້າປະທັບໃຈ, ທ່ານຮອງປະທານສະພາແຫ່ງຊາດ ຖືວ່າ Samsung ແມ່ນຕົວແບບສ້າງແຮງບັນດານໃຈໃຫ້ແກ່ບັນດາວິສາຫະກິດພາຍໃນປະເທດ ຫວຽດນາມ; ປາດຖະໜາວ່າ Samsung ຈະສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວ ແລະ ບັນດາໂຄງການລົງທຶນຢູ່ ຫວຽດນາມ, ເພີ່ມທະວີການຜະລິດ, ຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ໜູນຊ່ວຍເພີ່ມທະວີການປະກອບສ່ວນຂອງວິສາຫະກິດ ຫວຽດນາມ ເຂົ້າຮ່ວມໃນຕ່ອງໂສ້ການສະໜອງອົງປະກອບທົ່ວໂລກ.
ຂອບໃຈທ່ານຮອງປະທານສະພາແຫ່ງຊາດ Le Minh Hoan ທີ່ໄດ້ສະຫງວນເວລາມາພົບປະ, ຮອງຜູ້ອຳນວຍການໃຫຍ່ດ້ານການເງິນ Samsung Electronics ໄດ້ລາຍງານໂດຍຫຍໍ້ກ່ຽວກັບການດຳເນີນງານຂອງ Samsung ຢູ່ຫວຽດນາມ. ຕາມນັ້ນແລ້ວ, ໃນໄລຍະ 17 ປີຜ່ານມາ, Samsung ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍໂຄງການເຕັກໂນໂລຢີສູງ, ດໍາເນີນ 6 ຫົວໜ່ວຍການຜະລິດ, 1 ສະຖາບັນຄົ້ນຄວ້າ ແລະພັດທະນາ, 1 ຫົວໜ່ວຍຂາຍ, ສືບຕໍ່ຮັກສາລະດັບລາຍຮັບທີ່ປະທັບໃຈ, ຢັ້ງຢືນຖານະເປັນວິສາຫະກິດ FDI ແຖວໜ້າຂອງຫວຽດນາມ.
ນັບແຕ່ປີ 2015 ເປັນຕົ້ນມາ, Samsung ໄດ້ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນ ປະຕິບັດຫຼາຍໂຄງການໜູນຊ່ວຍວິສາຫະກິດ ຫວຽດນາມ ຄື: ໂຄງການໜູນຊ່ວຍການພັດທະນາໂຮງງານອັດສະລິຍະ, ໜູນຊ່ວຍການວາງສະແດງອຸດສາຫະກຳ… ການເຄື່ອນໄຫວຫຼາຍຢ່າງກໍ່ໄດ້ຮັບການປະຕິບັດຢູ່ສູນປະດິດສ້າງແຫ່ງຊາດ (NIC) ພາຍໃຕ້ກະຊວງການເງິນ ເຊັ່ນ: Samsung Innovation Campus (SIC) ໂຄງການພັດທະນາພອນສະຫວັນດ້ານເຕັກໂນໂລຊີ...
ທ່ານ Park Soon Cheol ໃຫ້ຮູ້ວ່າ: ການເຕີບໂຕທີ່ໝັ້ນຄົງຂອງ Samsung ຢູ່ ຫວຽດນາມ ແມ່ນໝາກຜົນແຫ່ງການສະໜັບສະໜູນ ແລະ ການຮ່ວມມືຢ່າງແໜ້ນແຟ້ນຈາກລັດຖະບານ, ສະພາແຫ່ງຊາດ, ບັນດາກະຊວງ, ສາຂາ ແລະ ທ້ອງຖິ່ນໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດ.
ດ້ວຍສະພາບແວດລ້ອມແຫ່ງການລົງທຶນ ແລະ ລະບົບນິເວດທີ່ເໝາະສົມ ເພື່ອເພີ່ມອັດຕາການຫັນເປັນທ້ອງຖິ່ນໃນການເຄື່ອນໄຫວຜະລິດ ແລະ ພັດທະນາອຸດສາຫະກຳໜູນຊ່ວຍ, ທ່ານຮອງຜູ້ອຳນວຍການໃຫຍ່ການເງິນ Samsung Electronics ຢືນຢັນວ່າ Samsung ຈະຕັ້ງໜ້າກວ່າອີກ ແລະ ມີຄວາມມານະພະຍາຍາມກວ່າອີກເພື່ອໜູນຊ່ວຍຍົກສູງກຳລັງຄວາມສາມາດຂອງວິສາຫະກິດ ຫວຽດນາມ ໃນໄລຍະຈະມາເຖິງ; ພ້ອມແລ້ວທີ່ຈະໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມຢ່າງເລິກເຊິ່ງກ່ວາອີກໃນຕ່ອງໂສ້ການສະໜອງທົ່ວໂລກ./.
ທີ່ມາ: https://www.vietnamplus.vn/pho-chu-tich-quoc-hoi-le-minh-hoan-tiep-dai-dien-lanh-dao-samsung-dien-tu-post1081283.vnp










(0)