ຂັບຮ້ອງໂດຍ: ຊວນຈ່ອງ (ຈາກເມືອງ Saint Petersburg, ສະຫະພັນລັດເຊຍ) | ວັນທີ 7 ກໍລະກົດ 2024
(VOVWORLD) - ຕອນຄ່ຳວັນທີ 6 ກໍລະກົດ (ຕາມເວລາ Saint Petersburg) ຢູ່ໂຮງລະຄອນ Capella, ນະຄອນ Saint Petersburg, ສະຫະພັນ ລັດເຊຍ, ໄດ້ດຳເນີນລາຍການສະແດງສິລະປະພິເສດ, ສະຫຼຸບວັນວັດທະນະທຳ ຫວຽດນາມ ຢູ່ ສະຫະພັນ ລັດເຊຍ.
ເຂົ້າຮ່ວມລາຍການມີຄະນະບໍລິຫານງານສູນກາງພັກ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນວັນຮຸ່ງ; ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງຫວຽດນາມ ປະຈຳສະຫະພັນລັດເຊຍ ດັ້ງມິງຄອຍ; ຫົວໜ້າກົມຮ່ວມມືສາກົນ ຫງວຽນເຟືອງຮວ່າ; ຫົວໜ້າຫ້ອງວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນດັ້ງຮ່ວາງຫວຽດ; ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ນະຄອນ ໂຮ່ຈີມິນ ເຈີ່ນດ້າຍກວາງ; ຜູ້ຕາງໜ້າລັດຖະບານນະຄອນ Saint Petersburg, ສະຫະພັນລັດເຊຍ ແລະ ຜູ້ຊົມຊາວລັດເຊຍ ແລະ ຫວຽດນາມ ເປັນຈຳນວນຫຼວງຫຼາຍທີ່ດຳລົງຊີວິດຢູ່ Saint Petersburg ແລະ ບັນດາເຂດບ້ານໃກ້ເຮືອນຄຽງ.
ຄ້າຍກັບລາຍການສິລະປະທີ່ພິທີໄຂວັນວັດທະນະທຳຫວຽດນາມ ທີ່ຈັດຂຶ້ນຢູ່ Zaryadie Moscow, ບັນດາລາຍການສະແດງຂອງນັກສິລະປິນຫວຽດນາມ ຢູ່ Saint Petersburg ສືບຕໍ່ແນະນຳໃຫ້ຜູ້ຊົມ ລັດເຊຍ ໄດ້ຮັບຮູ້ບັນດາຈຸດພິເສດຂອງວັດທະນະທຳ ຫວຽດນາມ, ເຊິ່ງເຖິງວ່າຢູ່ຫ່າງໄກສອກຫຼີກ, ແຕ່ກໍ່ມີຄວາມຄຸ້ນເຄີຍ ແລະ ໃກ້ຊິດກັບຊາວ ລັດເຊຍ.
ໃນລາຍການໃນຕອນຄ່ຳວັນທີ 6 ກໍລະກົດ, ບັນດານັກສິລະປິນຂອງສະຖາບັນດົນຕີແຫ່ງຊາດຫວຽດນາມ ໄດ້ສືບຕໍ່ສະແດງສິລະປະ ດົນຕີ ພື້ນເມືອງຂອງລັດເຊຍ ຈຳນວນໜຶ່ງ, ພ້ອມກັບດົນຕີພື້ນເມືອງຂອງຫວຽດນາມ ທີ່ປະກອບດ້ວຍຮູບແບບດົນຕີລັດເຊຍ, ຊ່ວຍໃຫ້ຜູ້ຟັງຮູ້ສຶກເຖິງຄວາມຄ້າຍຄືກັນ ແລະຈຸດເຊື່ອມຕໍ່ຂອງສອງວັດທະນະທຳ ຫວຽດນາມ ແລະ ລັດເຊຍ.
ນອກຈາກນັ້ນ, ບັນດານັກສິລະປິນຂອງສະພາບັນດິດດົນຕີແຫ່ງຊາດ ຫວຽດນາມ ແລະ ໂຮງລະຄອນສິລະປະຍຸກປະຈຸບັນ ຫວຽດນາມ ສືບຕໍ່ສະແດງການຟ້ອນ ແລະ ຫຼິ້ນເຄື່ອງດົນຕີພື້ນເມືອງທີ່ເປັນເອກະລັກສະເພາະຂອງຫວຽດນາມ.
ບັນດາລາຍການສະແດງໄດ້ແນະນຳຄວາມງາມຂອງຜືນແຜ່ນດິນ ແລະປະຊາຊົນຫວຽດນາມ - ລັດເຊຍ, ພ້ອມທັງຍ້ອງຍໍມິດຕະພາບອັນແໜ້ນແຟ້ນທີ່ໄດ້ທົດສອບໃນຊຸມປີມໍ່ໆມານີ້ລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ.
ພາຍຫຼັງໄດ້ຮັບຜົນສຳເລັດໃນຄ່ຳຄືນເປີດສາກ, ການສະແດງສິລະປະໄດ້ຮັບການຕອບສະໜອງຢ່າງກະຕືລືລົ້ນຈາກຜູ້ຊົມ. ສຽງຕົບມື ແລະ ຊົມຊື່ນຍິນດີ ພາຍຫຼັງການສະແດງແຕ່ລະຄັ້ງໄດ້ກ່າວເຖິງຜົນສຳເລັດອັນໃຫຍ່ຫຼວງຂອງລາຍການສິລະປະເວົ້າສະເພາະ ແລະ ວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ເວົ້າລວມ.
ການປິດງານວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ປີ 2024 ຍັງເປີດໜ້າໃໝ່ໃນການຮ່ວມມື, ແລກປ່ຽນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ.
ທີ່ມາ: https://toquoc.vn/chum-anh-ruc-ro-sac-mau-van-hoa-viet-tai-saint-petersburg-20240707060419161.htm
(0)