ການເລີ່ມຕົ້ນຂອງ ສ.ເກົາຫຼີ ມີຫຼາຍເຫດຜົນເພື່ອລົງທຶນ ແລະ ເລີ່ມດຳເນີນທຸລະກິດຢູ່ຫວຽດນາມ. ຂໍ້ມູນນີ້ໄດ້ຖືກແບ່ງປັນຢູ່ເວທີປາໄສການຮ່ວມມືດ້ານດິຈິຕອລ ຫວຽດນາມ - ສ.ເກົາຫຼີ 2024.
ຕາມການຄາດຄະເນຫຼ້າສຸດຂອງ Google Research, ການຫັນເປັນດິຈິຕອນສາມາດນຳເຂົ້າເຖິງ 74 ຕື້ USD (ປະມານ 1.733 ຕື້ດົ່ງ) ໃຫ້ເສດຖະກິດຫວຽດນາມ ໃນປີ 2030. ໃນສະພາບການນັ້ນ, ຫວຽດນາມ ຫວັງຈະກາຍເປັນສູນເຕັກໂນໂລຊີໃໝ່ຂອງອາຊີ, ດຶງດູດບັນດາວິສາຫະກິດ ແລະ Startup ຈາກຫຼາຍປະເທດມາລົງທຶນ ແລະ ເລີ່ມຕົ້ນ. ກ່າວຄຳເຫັນທີ່ເວທີປາໄສການຮ່ວມມືດ້ານດິຈິຕອລ ຫວຽດນາມ - ສ.ເກົາຫຼີ 2024, ທ່ານ ໂດຕຽນທ້ຽນ, ຮອງຜູ້ອຳນວຍການສູນປະດິດສ້າງແຫ່ງຊາດ (NIC, ກະຊວງແຜນການ ແລະ ການລົງທຶນ ) ໃຫ້ຮູ້ວ່າ: ຫວຽດນາມ ມີທ່າໄດ້ປຽບຫຼາຍຢ່າງໃນການຂຸດຄົ້ນບັນດາຜົນປະໂຫຍດຂອງປັນຍາປະດິດ (AI). “ ຄວາມໄດ້ປຽບຂອງຫວຽດນາມແມ່ນມາຈາກປະຊາກອນໄວໜຸ່ມ, ມີການສຶກສາ ແລະ ເຕັກໂນໂລຢີ, ຫວຽດນາມ ແມ່ນປະເທດທີ່ເຕີບໂຕໄວທີ່ສຸດອັນດັບສອງຂອງ ເສດຖະກິດ ອິນເຕີເນັດຢູ່ອາຊີຕາເວັນອອກສຽງໃຕ້. ລັດຖະບານຫວຽດນາມ ຍັງມີຫຼາຍນະໂຍບາຍເພື່ອຊຸກຍູ້ການນຳໃຊ້ເຕັກໂນໂລຊີດີຈີຕອນ ”. 

ທ່ານຮອງຫົວໜ້າສູນປະດິດສ້າງແຫ່ງຊາດ - Do Tien Thinh. ພາບ: ກົງດາດ
ຕາມທ່ານຮອງຜູ້ອຳນວຍການສູນປະດິດສ້າງແຫ່ງຊາດແລ້ວ, ຫວຽດນາມ ຍັງມີຊ່ອງຫວ່າງຫຼາຍເພື່ອນຳໃຊ້ເຕັກໂນໂລຊີ AI ເພື່ອພັດທະນາບັນດາຂະແໜງເສດຖະກິດ. ໃນນັ້ນລວມມີບັນດາກຸ່ມຄື: ກະສິກຳ ແລະ ອາຫານ, ການບໍລິໂພກ, ຂາຍຍ່ອຍ ແລະ ໂຮງແຮມ, ການສຶກສາ ແລະ ບຳລຸງສ້າງ, ການບໍລິການດ້ານການເງິນ, ສາທາລະນະສຸກ, ພື້ນຖານໂຄງລ່າງ ແລະ ອື່ນໆ. ກ່າວຄຳເຫັນຊີ້ນຳບັນດາສາຍເຫດດຶງດູດວິສາຫະກິດ ສ.ເກົາຫຼີ ມາເລີ່ມດຳເນີນທຸລະກິດຢູ່ ຫວຽດນາມ, ນອກຈາກບັນດາທ່າໄດ້ປຽບດ້ານຊັບພະຍາກອນມະນຸດ ແລະ ບັນດາກົນໄກນະໂຍບາຍ, ລັດຖະບານ ຫວຽດນາມ ຖືເປັນສຳຄັນການແບ່ງປັນຂໍ້ມູນຈາກພາກລັດເຖິງພາກເອກະຊົນເພື່ອດຳເນີນທຸລະກິດ. “ ປະຈຸບັນ, ຫວຽດນາມ ຢືນອັນດັບທີ 2 ໃນຈໍານວນ 6 ປະເທດທີ່ໄດ້ສໍາຫຼວດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ກ່ຽວກັບທ່າແຮງການເລີ່ມຕົ້ນດ້ານ AI. ປະຈຸບັນ, ສິງກະໂປ ກວມເອົາ 44% ຈຳນວນ startups ໃນຂົງເຂດ AI, ຫວຽດນາມ ກວມເອົາ 27% ຂອງການເລີ່ມທຸລະກິດ AI, ລື່ນກາຍອິນໂດເນເຊຍ ແລະ ໄທ ”, ຮອງຜູ້ອໍານວຍການສູນປະດິດສ້າງແຫ່ງຊາດ ໃຫ້ຮູ້ວ່າ.ທ່ານ Hur Sung Wook, ປະທານອົງການສົ່ງເສີມອຸດສາຫະກຳຂໍ້ມູນຂ່າວສານແຫ່ງຊາດ ສ.ເກົາຫຼີ (NIPA), ຫວັງວ່າ ເວທີປາໄສຮ່ວມມືດ້ານດິຈິຕອລ ຫວຽດນາມ - ສ.ເກົາຫຼີ ຈະເປີດຍຸກ AI, ເປີດກ້ວາງທ່າແຮງພັດທະນາຂອງ 2 ປະເທດໃນການນຳໃຊ້ AI ເຂົ້າໃນພື້ນຖານເສດຖະກິດດີຈີຕອນ. ພາບ: ກົງດາດ
ເພື່ອຍາດແຍ່ງເອົາທ່າໄດ້ປຽບທີ່ມີຢູ່ແລ້ວ, ຫວຽດນາມ ພວມຊຸກຍູ້ການນຳໃຊ້ AI ດ້ວຍ 3 ເສົາຄ້ຳ ໃນນັ້ນມີການພັດທະນາລະບົບນິເວດປັນຍາປະດິດ, ປັບປຸງທັກສະ AI ໃຫ້ຜູ້ອອກແຮງງານ ແລະ ສ້າງສະພາບແວດລ້ອມທີ່ເໝາະສົມໃຫ້ແກ່ “ການຜະລິດ AI”. ຫວຽດນາມ ກໍ່ມີກົນໄກຊຸກຍູ້ການລົງທຶນ. ບັນດານັກທຸລະກິດ ສ.ເກົາຫຼີ ໃນຂົງເຂດ AI ແລະ ເຕັກໂນໂລຢີສູງ ເມື່ອເຂົ້າຫວຽດນາມ ຈະໄດ້ຮັບການຊຸກຍູ້ການລົງທຶນຕາມກົດໝາຍ. ບັນດາສິ່ງຈູງໃຈດັ່ງກ່າວອາດຈະລວມມີການຍົກເວັ້ນພາສີລາຍໄດ້ວິສາຫະກິດເປັນເວລາ 4 ປີ, ຫຼຸດຜ່ອນພາສີໃນ 9 ປີຕໍ່ໜ້າ, ແລະ ອື່ນໆ. ສຳລັບບາງຂົງເຂດ, ເຊັ່ນ AI ໃນຂົງເຂດການເງິນ, ບາງທ້ອງຖິ່ນຂອງ ຫວຽດນາມ ສາມາດນຳໃຊ້ກົນໄກທົດສອບທີ່ຄວບຄຸມ ( sandbox). “ ໃນ 2 ປີຜ່ານມາ, ຫວຽດນາມ ໄດ້ອອກ 2 ມະຕິ ແລະ ກົດໝາຍສະເພາະ 1 ສະບັບ, ອະນຸຍາດໃຫ້ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະ ນະຄອນ ດ່າໜັງ ທົດລອງ sandbox ຕາມແບບຢ່າງຂອງສິງກະໂປ ”. ໃນຕົວຈິງ, ເພື່ອໜູນຊ່ວຍບັນດາວິສາຫະກິດເລີ່ມຕົ້ນ, ຫວຽດນາມ ພວມສຸມໃສ່ບັນດານະໂຍບາຍພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ລະບົບນິເວດ AI, ພິເສດແມ່ນບັນດາເວທີປາໄສໃນຂົງເຂດ AI. ກະຊວງແຜນການແລະການລົງທຶນໄດ້ເຮັດວຽກຮ່ວມກັບ Google ເພື່ອສ້າງເວທີ "AI Space", ໃຫ້ຜູ້ເລີ່ມຕົ້ນເຂົ້າຮ່ວມໃນການນໍາໃຊ້ຟຣີຂອງບໍລິການຟັງ (cloud computing) ແລະການບໍລິການດິຈິຕອນອື່ນໆຈໍານວນຫຼາຍ. ຈໍານວນທັງຫມົດທີ່ startups ສາມາດປະຫຍັດໄດ້ເຖິງ 350,000 USD ພາຍໃນ 2 ປີ. ນີ້ໄດ້ຮັບຖືວ່າແມ່ນການໜູນຊ່ວຍອັນສຳຄັນເພື່ອຊ່ວຍໃຫ້ບັນດາວິສາຫະກິດເລີ່ມມີຄວາມປອດໄພໃນການລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ. ທີ່ມາ: https://vietnamnet.vn/startup-ai-han-quoc-co-the-sang-dau-tu-khoi-nghiep-tai-viet-nam-2344781.html









(0)