ຕາມ ILO ແລ້ວ, ບົດລາຍງານນີ້ແມ່ນບົດລາຍງານຄັ້ງທຳອິດຂອງການຄຸ້ມຄອງສັງຄົມໃຫ້ແກ່ຄົນພິການ (PWD) ທົ່ວວົງການຊີວິດຢູ່ຫວຽດນາມ, ໂດຍອີງໃສ່ຜົນການຄົ້ນຄ້ວາເພື່ອແນໃສ່ເພີ່ມທະວີການປົກປັກຮັກສາສັງຄົມ, ສົມທົບກັນ ແລະ ຊຸກຍູ້ວຽກງານທີ່ເໝາະສົມໃຫ້ PWD ໃນທົ່ວປະເທດ. ບົດລາຍງານສະແດງໃຫ້ເຫັນບັນດາບາດກ້າວປະຕິບັດຕົວຈິງເພື່ອໜູນຊ່ວຍຫວຽດນາມ ມຸ່ງໄປເຖິງສັງຄົມທີ່ມີຄວາມສາມັກຄີກ່ວາອີກໃນອະນາຄົດ.
ກ່າວຄຳເຫັນນະທີ່ນີ້, ທ່ານນາງ Park Sinwon - ຜູ້ອຳນວຍການ ILO ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ບົດລາຍງານໄດ້ຮັບຮູ້ວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນກຸ່ມບັນດາປະເທດທີ່ມີລາຍຮັບປານກາງຕ່ຳ ໄດ້ຊຸກຍູ້ລະບົບປະກັນສັງຄົມລວມສຳລັບຄົນພິການ. ຫວຽດນາມ ບັນລຸໄດ້ການຄຸ້ມຄອງຢ່າງກວ້າງຂວາງໃຫ້ແກ່ຄົນພິການຮ້າຍແຮງ ຜ່ານການສົມທົບກັນຂອງການຊ່ວຍເຫຼືອສັງຄົມ, ປະກັນສັງຄົມ ແລະ ປະກັນສຸຂະພາບ. ພ້ອມກັນນັ້ນ, ຫວຽດນາມ ໄດ້ຜັນຂະຫຍາຍລະບົບການຈັດແບ່ງຄົນພິການໃນຊຸມຊົນ ເພື່ອເພີ່ມທະວີການເຂົ້າເຖິງ, ຄຽງຄູ່ກັບໂຄງປະກອບການຊ່ວຍເຫຼືອສັງຄົມທີ່ສະແດງໃຫ້ເຫັນລະດັບຕົ້ນທຶນທີ່ເກີດຂຶ້ນໃນລະດັບຄວາມພິການຕ່າງໆ.
ເຖິງວ່າຈະມີຄວາມຄືບໜ້າ, ບົດລາຍງານຍັງໄດ້ຍົກໃຫ້ເຫັນບາງຂົງເຂດທີ່ຕ້ອງໄດ້ເອົາໃຈໃສ່ຕື່ມອີກ, ເຊັ່ນ: ລະດັບຜົນປະໂຫຍດສຳລັບຄົນພິການຮ້າຍແຮງຍັງຈຳກັດຢູ່, ແລະ ຊ່ອງຫວ່າງການຄຸ້ມຄອງຍັງມີຢູ່, ໂດຍສະເພາະສຳລັບຄົນພິການບໍ່ຮຸນແຮງ. ບົດລາຍງານໄດ້ກຳນົດບຸລິມະສິດດ້ານນະໂຍບາຍທີ່ສຳຄັນຈຳນວນໜຶ່ງເພື່ອເພີ່ມທະວີການເຊື່ອມຕໍ່ລະຫວ່າງການປົກປ້ອງສັງຄົມ ແລະ ວຽກງານທີ່ເໝາະສົມ...
ຕາມທ່ານນາງ Park Sinwon ແລ້ວ, ໃນບົດລາຍງານຍັງໄດ້ສະແດງໃຫ້ເຫັນຫຼັກຖານສຳຄັນທີ່ປະກອບສ່ວນເຂົ້າໃນການປະຕິຮູບລະດັບຊາດຢ່າງບໍ່ຢຸດຢັ້ງກ່ຽວກັບວຽກເຮັດງານທຳ ແລະ ປະກັນສັງຄົມ, ໜູນຊ່ວຍ ຫວຽດນາມ ປະຕິບັດບັນດາຄຳໝັ້ນສັນຍາຂອງຕົນຕາມສົນທິສັນຍາສາກົນກ່ຽວກັບສິດທິຄົນພິການ, ມາດຕະຖານແຮງງານສາກົນທີ່ກ່ຽວຂ້ອງ, ແມ່ນຍຸດທະສາດແຫ່ງຊາດພັດທະນາ ເສດຖະກິດ - ສັງຄົມ .

ທ່ານ ດັ້ງວັນແທ່ງ, ຮອງປະທານສະມາຄົມຄົນພິການຫວຽດນາມ ໄດ້ແບ່ງປັນວ່າ: “ພວກຂ້າພະເຈົ້າຫວັງວ່າທຸກພາກສ່ວນ, ຈາກບັນດາອົງການລັດ, ຜູ້ຈ້າງແຮງງານເຖິງຄູ່ຮ່ວມມືພັດທະນາ ແລະ ຊຸມຊົນ ຈະມານະພະຍາຍາມຫັນຜົນສຳເລັດໃນບົດລາຍງານນີ້ກາຍເປັນບັນດາການເຄື່ອນໄຫວຢ່າງແທດຈິງ.
ພວກຂ້າພະເຈົ້າຮຽກຮ້ອງໃຫ້ບັນດາອົງການ ແລະ ບຸກຄົນ, ຢູ່ທົ່ວທຸກແຫ່ງ, ພະຍາຍາມຫຼາຍກວ່າເກົ່າເພື່ອກຳຈັດສິ່ງກີດຂວາງ, ໃຫ້ຄ່າຊົດເຊີຍຄ່າໃຊ້ຈ່າຍຂອງຄົນພິການຢ່າງຄົບຖ້ວນ, ເປີດກວ້າງໂອກາດການຈ້າງງານ, ແລະ ຮັບປະກັນວ່າບັນດານະໂຍບາຍສະທ້ອນເຖິງສຽງຂອງຄົນພິການຢ່າງແທ້ຈິງ.”
ທີ່ມາ: https://baophapluat.vn/tang-cuong-an-sinh-xa-hoi-thuc-day-viec-lam-ben-vung-cho-nguoi-khuyet-tat.html






(0)