ກປ.ອອນໄລ - ວັນທີ 13 ກັນຍາ, ເວທີປາໄສການຄ້າ ຫວຽດນາມ - ອາເມລິກາ ດ້ວຍຫົວຂໍ້ “ເພີ່ມທະວີການເຊື່ອມຕໍ່ກັບບັນດາວິສາຫະກິດອຸດສາຫະກຳ ແລະພະລັງງານຂອງ ອາເມລິກາ” ໄດ້ໄຂຂຶ້ນຢູ່ນະຄອນ ໂຮ່ຈີມິນ. ນີ້ແມ່ນເຫດການສຳຄັນໃນຂອບເຂດການເຄື່ອນໄຫວ “ເຊື່ອມຕໍ່ລະບົບຕ່ອງໂສ້ການສະໜອງສາກົນປີ 2023” ໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຈັດຕັ້ງ.
ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ Do Thang Hai ກ່າວຄຳເຫັນທີ່ເວທີປາໄສການຄ້າ ຫວຽດນາມ - ອາເມລິກາ. (ພາບ: ໜັງສືພິມອຸດສາຫະກຳ ແລະ ການຄ້າ)
ເຫດການດັ່ງກ່າວໄດ້ສ້າງໂອກາດສຳຄັນໃຫ້ບັນດານັກຄຸ້ມຄອງ, ນັກຊ່ຽວຊານ, ການນຳວິສາຫະກິດຂອງ 2 ປະເທດ ໄດ້ປຶກສາຫາລືຢ່າງກົງໄປກົງມາບັນດາຂົງເຂດ ແລະ ກາລະໂອກາດເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມບັນດາຕ່ອງໂສ້ການສະໜອງວັດຖຸດິບ ແລະ ເຄື່ອງປະກອບໃຫ້ແກ່ອຸດສາຫະກຳການບິນ ແລະ ພະລັງງານ. ສິ່ງດັ່ງກ່າວໄດ້ປະກອບສ່ວນສ້າງກຳລັງແຮງໃຫ້ປະຊາຄົມວິສາຫະກິດຂອງສອງປະເທດຜັນຂະຫຍາຍຍຸດທະສາດການເຂົ້າເຖິງ ແລະ ເປີດກວ້າງຕະຫຼາດນຳເຂົ້າ ແລະ ສົ່ງອອກ, ຊຸກຍູ້ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດຢ່າງສົມກຽດ ແລະ ຍືນຍົງ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ Do Thang Hai ແບ່ງປັນວ່າ, ໃນໄລຍະມໍ່ໆມານີ້, ສະພາບ ເສດຖະກິດ ຫຍຸ້ງຍາກ ແລະ ອັດຕາເງິນເຟີ້ສູງຢູ່ ອາເມລິກາ ໄດ້ຫຼຸດກຳລັງການຊື້ສິນຄ້າອຸປະໂພກບໍລິໂພກຢ່າງຫຼວງຫຼາຍ, ນີ້ແມ່ນໜຶ່ງໃນບັນດາສາຍເຫດເຮັດໃຫ້ການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ໃນເດືອນທຳອິດຂອງປີນີ້ຫລຸດລົງ. ຢ່າງໃດກໍ່ຕາມ, ການຫຼຸດລົງນີ້ຖືວ່າເປັນການຊົ່ວຄາວແລະບໍ່ແມ່ນແນວໂນ້ມຕົ້ນຕໍໃນອະນາຄົດ. ການຟື້ນຟູການສົ່ງອອກຂອງຫວຽດນາມໃນໄລຍະມໍ່ໆມານີ້ໄດ້ສະແດງໃຫ້ເຫັນສັນຍານທີ່ຈະເລີນຮຸ່ງເຮືອງໃນປີ 2023. ບັນດາລາຍການສົ່ງອອກແບບດັ້ງເດີມ ແລະ ແຂງແຮງເຊັ່ນ: ແຜ່ນແພ, ຜະລິດຕະພັນໄມ້, ເກີບໜັງ, ເອເລັກໂຕຣນິກ ຄາດວ່າຈະສືບຕໍ່ຟື້ນຕົວດ້ວຍລະດັບເຕີບໂຕການສົ່ງອອກຢ່າງຕັ້ງໜ້າ.
ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ Do Thang Hai ຕີລາຄາວ່າ: ການຢ້ຽມຢາມຄັ້ງປະຫວັດສາດຂອງທ່ານປະທານາທິບໍດີ Joe Biden ແລະ ການຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຈະສ້າງກາລະໂອກາດທີ່ບໍ່ເຄີຍມີມາກ່ອນເພື່ອຊຸກຍູ້ບັນດາຂົງເຂດຮ່ວມມືໃໝ່, ບຸກທະລຸ, ສ້າງກຳລັງແຮງພາຍໃນ ເພື່ອໃຫ້ ຫວຽດນາມ ສາມາດມີຕົວຈິງໃນຕ່ອງໂສ້ມູນຄ່າສາກົນ. ສິ່ງດັ່ງກ່າວຈະສຸມໃສ່ຊຸກຍູ້ການເຂົ້າຮ່ວມຂອງບັນດາວິສາຫະກິດຫວຽດນາມ ໃນການສະໜອງວັດຖຸດິບ ແລະ ເຄື່ອງປະກອບໃຫ້ແກ່ພະລັງງານ, ການບິນ, ເສດຖະກິດດີຈີຕອນ, ລະບົບນິເວດເຊມິຄອນດັອດເຕີ, ແລະການນຳໃຊ້ປັນຍາປະດິດ.
ຕາມທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ Do Thang Hai ແລ້ວ, ບັນດາໝາກຜົນທີ່ຕັ້ງໜ້າໃນການຮ່ວມມືດ້ານເສດຖະກິດ ແລະ ການຄ້າສ່ວນໃຫຍ່ແມ່ນຍ້ອນການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຄົມວິສາຫະກິດ 2 ປະເທດເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ອາເມລິກາ ໃນເກືອບ 30 ປີຜ່ານມາ.
ເວທີປາໄສແມ່ນໂອກາດເພື່ອໃຫ້ບັນດາຜູ້ຄຸ້ມຄອງ, ນັກຊ່ຽວຊານ, ການນຳວິສາຫະກິດຂອງທັງສອງປະເທດໄດ້ແລກປ່ຽນ ແລະ ປຶກສາຫາລືຢ່າງກົງໄປກົງມາບັນດາຂົງເຂດ ແລະ ກາລະໂອກາດ, ພ້ອມທັງສະເໜີບັນດາມາດຕະການແກ້ໄຂ ແລະ ຊີ້ນຳໃຫ້ວິສາຫະກິດ ຫວຽດນາມ ເຂົ້າຮ່ວມການສະໜອງອຸປະກອນ, ວັດຖຸດິບ ແລະ ເຄື່ອງປະກອບໃຫ້ບັນດາວິສາຫະກິດ FDI ຢູ່ບັນດາຂະແໜງອຸດສາຫະກຳ ແລະ ພະລັງງານ ອາເມລິກາ.
ພາຍຫຼັງການປຶກສາຫາລືກ່ຽວກັບຫົວຂໍ້, ມີການເຄື່ອນໄຫວເຊື່ອມຕໍ່ໂດຍກົງລະຫວ່າງຜູ້ສະໜອງອຸປະກອນຊ່ວຍຂອງຫວຽດນາມ ແລະ ບັນດາບໍລິສັດອຸດສາຫະກຳ ແລະ ພະລັງງານຂອງອາເມລິກາຄື Boeing ແລະ AES.
ຕາງໜ້າບັນດາວິສາຫະກິດ ອາເມລິກາ, Maxime Dourdan, ຜູ້ອຳນວຍການຝ່າຍພັດທະນາລະບົບຕ່ອງໂສ້ການສະໜອງໃຫ້ແກ່ Boeing ປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຍີ່ປຸ່ນ, ສ.ເກົາຫຼີ ໃຫ້ຮູ້ວ່າ: Boeing ຈະສຸມໃສ່ເຂົ້າໃນບັນດາຂົງເຂດສຳຄັນໃນໄລຍະຈະມາເຖິງ, ໃນນັ້ນມີ: ລົງເລິກການພົວພັນດ້ານການຄ້າໃນຂົງເຂດການບິນກັບບັນດາສາຍການບິນຢູ່ ຫວຽດນາມ; ຮ່ວມມືໃນຂົງເຂດສະເພາະເຊັ່ນ: ເຮລິຄອບເຕີ ແລະການຂົນສົ່ງ; ແລະ ລົງທຶນເຂົ້າໃນການພັດທະນາຕ່ອງໂສ້ການສະໜອງຊິ້ນສ່ວນ ແລະ ອຸປະກອນການບິນຢູ່ຫວຽດນາມ. ຕີລາຄາສູງຄວາມສາມາດບົ່ມຊ້ອນ ແລະ ທີ່ຕັ້ງສຳຄັນຂອງຕະຫຼາດຫວຽດນາມ ໃນຍຸດທະສາດດຳເນີນທຸລະກິດຂອງ Boeing, ພ້ອມທັງບັນດາກາລະໂອກາດ ແລະ ຄວາມເປັນໄປໄດ້ໃນການຮ່ວມມືກັບບັນດາວິສາຫະກິດພາຍໃນປະເທດ, ເຊິ່ງຈະຊ່ວຍໃຫ້ Boeing ປະຕິບັດແຜນການລົງທຶນ ແລະ ພັດທະນາທຸລະກິດຢູ່ ຫວຽດນາມ ຢ່າງສຳເລັດຜົນ.










(0)