ທ່ານປະທານກຸ່ມບໍລິສັດ Adani - ແມ່ນໜຶ່ງໃນບັນດາວິສາຫະກິດນຳໜ້າຂອງ ອິນເດຍ ໃຫ້ຮູ້ວ່າ: ພວມສະເໜີລົງທຶນຢູ່ທ່າກຳປັ່ນ ລຽນຈຽວ ( ດ່ານັງ ) ດ້ວຍຍອດຈຳນວນທຶນປະມານ 2 ຕື້ USD. ທ່າກຳປັ່ນທະເລແຫ່ງນີ້ຄາດວ່າຈະສຳເລັດລະບົບນິເວດຂົນສົ່ງໃຫ້ນະຄອນດ່ານັງ ແລະ ພາກກາງ.
ທ່ານລັດຖະມົນຕີ ຫງວຽນຈີ໋ຢຸງ ໄດ້ເຮັດວຽກກັບຜູ້ຕາງໜ້າກຸ່ມບໍລິສັດ Adani (ອິນເດຍ).
ໃນຂອບເຂດການຢ້ຽມຢາມທາງລັດຖະກິດຂອງທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢູ່ອິນເດຍ ແຕ່ວັນທີ 30 ກໍລະກົດ ຫາວັນທີ 1 ສິງຫາ, ປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຫງວຽນຈີ໋ຢຸງ ໄດ້ພົບປະກັບກຸ່ມບໍລິສັດ Adani (ອິນເດຍ). ເຂົ້າຮ່ວມມີຜູ້ຕາງໜ້າ ກະຊວງຄົມມະນາຄົມຂົນສົ່ງ , ຄະນະກຳມະການປະຊາຊົນນະ ຄອນດານັງ ແລະ ຫົວໜ່ວຍທີ່ກ່ຽວຂ້ອງ.
ນອກຈາກຍອດຈຳນວນທຶນທີ່ຄາດວ່າຈະບັນລຸກວ່າ 2 ຕື້ USD ທີ່ສະເໜີລົງທຶນຢູ່ທ່າກຳປັ່ນ ລຽນຈຽວ, Adani ກໍ່ປາດຖະໜາຢາກຜັນຂະຫຍາຍບັນດາການເຄື່ອນໄຫວລົງທຶນດ້ານພະລັງງານຢູ່ ແຂວງ Binh Thuan , ພິເສດແມ່ນໂຄງການໄຟຟ້າຄວາມຮ້ອນ Vinh Tan 3 ດ້ວຍຍອດຈຳນວນເງິນລົງທຶນຄາດວ່າຈະບັນລຸ 2,8 ຕື້ USD. ນອກນັ້ນ, Adani ຍັງມີແຜນການເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືຂອງຫວຽດນາມ ໃນຂົງເຂດການບິນ ແລະ ຂົນສົ່ງ ເຊັ່ນ: ກໍ່ສ້າງສະໜາມບິນ Long Thanh ໄລຍະ 2 ແລະ ສະໜາມບິນ Chu Lai.
ທ່ານ Gautam Adani - ປະທານກຸ່ມ Adani ໃຫ້ຮູ້ວ່າ: ດ້ວຍຄວາມສາມາດດ້ານການເງິນ ແລະ ເຕັກໂນໂລຢີ, ພວກເຮົາຈະເຂົ້າຮ່ວມຢ່າງເລິກເຊິ່ງໃນຫຼາຍໂຄງການຢູ່ ຫວຽດນາມ.
ພາຍຫຼັງໄດ້ຮັບຟັງຄຳຖາມ ແລະ ບັນຫາທີ່ທ່ານ Adani ໄດ້ຍົກອອກມາໃນຂະບວນການຊຸກຍູ້ບັນດາໂຄງການຢູ່ ຫວຽດນາມ , ທ່ານລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ຝ່າຍຕ່າງໆປະຕິບັດບາງເນື້ອໃນຢ່າງທັນການ ເພື່ອສາມາດຜັນຂະຫຍາຍການລົງທຶນເຂົ້າໂຄງການທ່າກຳປັ່ນທະເລ ລຽນຈຽວ ຢູ່ ຫວຽດນາມ ເປັນຕົ້ນແມ່ນບັນດາໂຄງການອື່ນໆ, ຕາມບັນດາຂໍ້ກຳນົດຂອງກົດໝາຍ ຫວຽດນາມ.
ສຳລັບໂຄງການທ່າກຳປັ່ນ Lien Chieu, ຝ່າຍຫວຽດນາມ ມີເຈດຕະນາຄັດເລືອກຜູ້ລົງທຶນດ້ານພື້ນຖານໂຄງລ່າງລວມ. ສ່ວນການຂຸດຄົ້ນທ່າກຳປັ່ນທະເລນີ້, ວິສາຫະກິດຕ່າງປະເທດສາມາດຮ່ວມມືກັບບັນດາຫົວໜ່ວຍພາຍໃນປະເທດຕາມກົດໝາຍ. ສະນັ້ນ, ບໍລິສັດ ອາດານີ ແລະ ບໍລິສັດຫຸ້ນສ່ວນລົງທຶນກໍ່ສ້າງ ອານເຟດ ຕ້ອງເລັ່ງປະຕິບັດບັນດາຂັ້ນຕອນຕາມຂໍ້ກໍານົດຂອງກົດໝາຍຫວຽດນາມ.
ທ່ານລັດຖະມົນຕີກ່າວວ່າ: ຖ້າຫາກທ່ານມີບັນຫາຫຼືຕ້ອງການການໜູນຊ່ວຍ, ແບ່ງປັນແລະປຶກສາຫາລືກັບພວກຂ້າພະເຈົ້າ, ພວກຂ້າພະເຈົ້າຈະຮ່ວມມືກັບອຳນາດການປົກຄອງຫວຽດນາມ ເພື່ອຄົ້ນຄ້ວາ, ແກ້ໄຂ, ໜູນຊ່ວຍ.
ຜູ້ຕາງໜ້າກຸ່ມບໍລິສັດ Adani ໃຫ້ຮູ້ວ່າ: ຈະສືບຕໍ່ເລັ່ງລັດປະຕິບັດຂັ້ນຕອນການລົງທຶນໂຄງການ, ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງແຜນການ ແລະ ການລົງທຶນ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ເພື່ອປະຕິບັດໂຄງການໂດຍໄວຕາມລະບຽບການ.
ກຸ່ມ Adani ເປັນຜູ້ປະຕິບັດການຂອງສະຫນາມບິນທີ່ໃຫຍ່ທີ່ສຸດຂອງອິນເດຍແລະຄວບຄຸມທ່າເຮືອ Mundra - ທ່າເຮືອທີ່ໃຫຍ່ທີ່ສຸດຂອງອິນເດຍ. ກຸ່ມດັ່ງກ່າວຍັງລົງທຶນໃນຂົງເຂດສາຍສົ່ງໄຟຟ້າແລະພະລັງງານສີຂຽວ. ທ່ານ Gautam Adani, ອາຍຸ 61 ປີ, ເຄີຍເປັນຜູ້ຊາຍທີ່ຮັ່ງມີທີ່ສຸດໃນອາຊີ ແລະ ຮັ່ງມີອັນດັບ 3 ຂອງໂລກ ດ້ວຍຊັບສິນຫຼາຍກວ່າ 150 ຕື້ USD ໃນເດືອນກັນຍາ 2022. ອີງຕາມການຈັດອັນດັບຫຼ້າສຸດຂອງ Forbes, ປະຈຸບັນ ລາວກາຍເປັນຄົນຮັ່ງມີອັນດັບສອງໃນອາຊີ ດ້ວຍຊັບສິນ 87,6 ຕື້ USD, ຖັດຈາກເພື່ອນຮ່ວມຊາດ Mukesh Ambani.
ຕາມແຜນການແລ້ວ, ລຽນຈ້ຽນ ແມ່ນທ່າກຳປັ່ນນ້ຳເລິກປະເພດ I ມີຈຸດຢືນສຳຄັນ, ເປັນຈຸດເຊື່ອມຕໍ່ຂອງແລວເສດຖະກິດສາກົນຕາເວັນອອກ-ຕາເວັນຕົກ, ເປັນປະຕູສູ່ພາກກາງທັງໝົດ. ເມື່ອນຳໃຊ້ແລ້ວ, ທ່າກຳປັ່ນທົ່ວໄປຂອງທ່າກຳປັ່ນຈະມີຂະໜາດ 100,000 ໂຕນ, ທ່າກຳປັ່ນບັນທຸກ 200,000 ໂຕນ. ທ່າກຳປັ່ນແຫ່ງນີ້ມີກຳລັງການສົ່ງອອກສິນຄ້າປະມານ 100 ລ້ານໂຕນໃນປີ 2045. ຄາດຄະເນວ່າ ລັດຈະລົງທຶນເຂົ້າໃນພື້ນຖານໂຄງລ່າງລວມປະມານ 3.000 ຕື້ດົ່ງ ແລະ ຮຽກຮ້ອງໃຫ້ມີການລົງທຶນເຂົ້າຮ່ວມຢູ່ທ່າກຳປັ່ນທະເລນີ້./.
ມິນຫງອກ
ທີ່ມາ: https://baochinhphu.vn/tap-doan-hang-dau-an-do-du-kien-dau-tu-2-ty-usd-vao-cang-lien-chieu-1022408020 81331355.htm?gidzl=emBlSKKpoYEj6kntGI_EBQqUuNXTBiSZjn7c9LvpatEqGROd2twKSEqRiIe7VfTvxa_ZA3FU1nTZJpVB9G
(0)