ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອີ​ຕາ​ລີ Duong Hai Hung ​ເນັ້ນ​ໜັກ​ວ່າ: ການ​ສ້າງ​ຕັ້ງ​ສະຫະພັນ​ປະທານ​ສະມາຄົມ ຫວຽດນາມ ຢູ່ ອີ​ຕາ​ລີ, ​ເຖິງ​ວ່າ​ເປັນ​ບາດກ້າວ​ທຳ​ອິດ​ທີ່​ອ່ອນ​ໂຍນ, ​ແຕ່​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ອີ​ຕາ​ລີ, ປະຈຸ​ບັນ ມີ​ປະມານ 5.000 – 6.000 ຄົນ ​ແລະ ພວມ​ກະ​ແຈກ​ກະຈາຍ​ຢູ່​ຫຼາຍ​ນະຄອນ, ພິ​ເສດ​ແມ່ນ​ຢູ່​ພາກ​ເໜືອ. ​ໃນ​ຫຼາຍ​ປີ​ມາ​ນີ້, ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ອີ​ຕາ​ລີ ຍາມ​ໃດ​ກໍ່​ປາດ​ຖະໜາ​ຢາກ​ມີ​ສະມາຄົມ​ຮ່ວມ. ການສ້າງຕັ້ງສະຫະພັນກຳມະບານຫວຽດນາມ ຢູ່ ອີຕາລີ - ແມ່ນອົງການສະໝັກໃຈ, ເຫັນດີເຫັນພ້ອມ ແລະ ບໍ່ຜູກມັດ - ບໍ່ພຽງແຕ່ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຄົມຊາວ ຫວຽດນາມ ຢູ່ ອີຕາລີ ເທົ່ານັ້ນ ຫາກຍັງເພີ່ມພູນຄູນສ້າງກຳລັງແຮງແຫ່ງຄວາມສາມັກຄີໃນການສົມທົບກັນຊຸກຍູ້ການພົວພັນມິດຕະພາບ ຫວຽດນາມ - ອີຕາລີ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອີ​ຕາ​ລີ Duong Hai Hung. ພາບ: TTXVN ຢູ່ ອີຕາລີ

ທີ່ພິທີລົງນາມ, ບັນດາປະທານສະມາຄົມທີ່ເຂົ້າຮ່ວມບັນດາພັນທະມິດຂອງປະທານສະມາຄົມຫວຽດນາມ ຢູ່ ອີຕາລີ ໄດ້ເຫັນດີເປັນເອກະພາບສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ, ຄວາມເຂົ້າໃຈ ແລະການຮ່ວມມືລະຫວ່າງປະຊາຊົນສອງປະເທດ; ໂຄສະນາ​ພາບ​ພົດ​ປະ​ເທດ ​ແລະ ປະຊາຊົນ ຫວຽດນາມ ຢູ່ ອີ​ຕາ​ລີ; ພ້ອມ​ກັນ​ນັ້ນ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ສອງ​ປະ​ເທດ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອີ​ຕາ​ລີ.

ທ່ານນາງ ເລທິບິງຮົ່ງ, ປະທານສະມາຄົມຂົວມິດຕະພາບອີຕາລີ - ຫວຽດນາມ, ໄດ້ຮັບການຄັດເລືອກເປັນເລຂາທິການໃຫຍ່ພັນທະມິດຜູ້ທຳອິດ ແລະ ຈະຕາງໜ້າໃຫ້ພັນທະມິດໃນຈົດໝາຍ, ແລກປ່ຽນຂໍ້ມູນຂ່າວສານ, ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ເຊີນ ແລະ ກ່າວຄຳເຫັນບົນເນື້ອໃນທີ່ຕົກລົງ. ທ່ານ​ເລຂາທິການ​ໃຫຍ່​ກໍ່​ແມ່ນ​ຜູ້​ສະ​ເໜີ​ວາລະ​ຂອງ​ພັນທະ​ມິດ, ດຳ​ເນີນ​ບັນດາ​ກອງ​ປະຊຸມ​ຂອງ​ພັນທະ​ມິດ ​ແລະ ສົມທົບ​ກັນ​ເຄື່ອນ​ໄຫວ​ລະຫວ່າງ​ບັນດາ​ສະມາຊິກ​ສະມາຄົມ.  

ການ​ສ້າງ​ຕັ້ງ​ສະຫະພັນ​ກຳມະບານ​ຫວຽດນາມ ຢູ່ ອີ​ຕາ​ລີ ​ໄດ້​ດຳ​ເນີນ​ໄປ​ໃນ​ຈຸດ​ເວລາ​ທີ່​ມີ​ຄວາມ​ໝາຍ, ກ່ອນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຂອງ​ທ່ານ​ປະທານ​ປະ​ເທດ Vo Van Thuong ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ຢູ່ ອີ​ຕາ​ລີ ​ເພື່ອ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ ​ທາງ​ການ​ທູດ ​ລະຫວ່າງ 2 ປະ​ເທດ.

VNA

* ກະ​ລຸ​ນາ​ໄປ​ຢ້ຽມ​ຢາມ ​ພາກ​ສ່ວນ ​ສາ​ກົນ ​ເພື່ອ​ເບິ່ງ​ຂ່າວ​ແລະ​ບົດ​ຄວາມ​ທີ່​ກ່ຽວ​ຂ້ອງ​.