ເຮັດວຽກກັບສະມາຄົມຊາວຍີ່ປຸ່ນຢູ່ຕ່າງປະເທດ
ທີ່ການພົບປະກັບສະມາຄົມຊາວຍີ່ປຸ່ນຢູ່ຕ່າງປະເທດ, ທ່ານ Katsuyuki Janaka ປະທານສະມາຄົມໄດ້ແບ່ງປັນວ່າ, ປະຈຸບັນມີຊາວຍີ່ປຸ່ນຢູ່ຕ່າງປະເທດ 5 ລ້ານຄົນ, ຕົ້ນຕໍແມ່ນລຸ້ນທີ 3 ແລະ 4. ແຕ່ລະປີ, ສະມາຄົມຈັດຕັ້ງກອງປະຊຸມເພື່ອເຊື່ອມຕໍ່ຊາວຍີ່ປຸ່ນໃນທົ່ວໂລກ ແລະ ປຶກສາຫາລືບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈກັບລັດຖະບານເຊັ່ນ: ວັດທະນະທຳ, ການເມືອງ , ເສດຖະກິດເປັນຕົ້ນ.
ທ່ານຮອງລັດ ຖະມົນຕີການຕ່າງປະເທດ Le Thi Thu Hang ແລະ ທ່ານ Katsuyuki Janaka ປະທານສະມາຄົມຊາວຍີ່ປຸ່ນຢູ່ຕ່າງປະເທດ.
ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໄດ້ປຶກສາຫາລືກ່ຽວກັບປະຫວັດແຫ່ງການສ້າງຕັ້ງ ແລະ ສະພາບການຂອງປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດເວົ້າລວມ, ລັກສະນະພິເສດຂອງປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ເວົ້າສະເພາະ ແມ່ນການປະກອບສ່ວນອັນໃຫຍ່ຫຼວງຂອງປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດໃນການກໍ່ສ້າງບ້ານເກີດເມືອງນອນ. 2 ຝ່າຍໄດ້ແບ່ງປັນປະສົບການໃນການຊຸກຍູ້ແຫຼ່ງກຳລັງ ແລະ ສະຕິປັນຍາຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປະກອບສ່ວນເຂົ້າໃນປະເທດ.
ຕອນຄຳ່ວັນທີ 4/4, ທ່ານຮອງລັດຖະມົນຕີ Le Thi Thu Hang ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມນັກທຸລະກິດ ຫວຽດນາມ ຢູ່ ຍີ່ປຸ່ນ. ເຂົ້າຮ່ວມກອງປະຊຸມມີບັນດາວິສາຫະກິດຫວຽດນາມ ຢູ່ ຍີ່ປຸ່ນ ເຊັ່ນ: Japan Apple, ກຸ່ມ Aikai, Fuji Travel, Shin Toyo Gate Co. Ltd, Sakura Dream... ແລະ ບັນດາຄູ່ຮ່ວມມື ຍີ່ປຸ່ນ.
ເຮັດວຽກກັບຄະນະຜູ້ແທນສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ຍີ່ປຸ່ນ
ໂອ້ລົມກັບບັນດາວິສາຫະກິດ, ທ່ານຮອງລັດຖະມົນຕີ ເລທິທູຮັ່ງ ສະເໜີບັນດາວິສາຫະກິດຊຸກຍູ້ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຕະຫຼາດ ແລະ ຄວາມມັກຂອງຊາວ ຍີ່ປຸ່ນ ເພື່ອເປີດກວ້າງຕະຫຼາດ, ເຊື່ອມຕໍ່ວິສາຫະກິດບໍ່ພຽງແຕ່ຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງທົ່ວໂລກ; ສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາການເຄື່ອນໄຫວຂອງສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ຄະນະກຳມະການແຫ່ງລັດປະຈຳຫວຽດນາມ ເພື່ອແນໃສ່ຊຸກຍູ້ບັນດາຂົງເຂດລົງທຶນ, ທ່ອງທ່ຽວ ແລະ ການສຶກສາ.
ແລະກໍ່ໃນວັນດຽວກັນ, ຢູ່ ໂຕກຽວ, ທ່ານຮອງລັດຖະມົນຕີການຕ່າງປະເທດ ເລທິທູຮັ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກວາງຮິງ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ໂທລະພາບ HONTO - ຊ່ອງສື່ມວນຊົນຊາວ ຫວຽດນາມ ປະຈຳ ຍີ່ປຸ່ນ.
ຄະນະຜູ້ແທນໄດ້ໄປຢ້ຽມຢາມຫ້ອງການຂອງ HONTO TV - ຊ່ອງສື່ມວນຊົນຊາວຫວຽດນາມ ປະຈຳ ຍີ່ປຸ່ນ.
ທ່ານນາງ Do Thi Minh Phuong, ຫົວໜ້າບັນນາທິການໃຫຍ່ໂທລະພາບ HONTO ໃຫ້ຮູ້ວ່າ: ໂທລະພາບ Honto ໄດ້ຮັບການສ້າງຕັ້ງໃນເດືອນ ມີນາ 2022 ແລະ ໄດ້ຂຶ້ນທະບຽນຢ່າງຖືກກົດໝາຍຢູ່ ຍີ່ປຸ່ນ. ເພື່ອແນໃສ່ສ້າງຊ່ອງທາງສື່ມວນຊົນດ້ວຍບັນດາຜະລິດຕະພັນດ້ວຍຕົນເອງກ່ຽວກັບປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ, ໂທລະພາບ HONTO ໄດ້ເຂົ້າຮ່ວມການເຄື່ອນໄຫວວັດທະນະທຳຫຼາຍຮູບຫຼາຍແບບຄື: Festival Hoi An - Japan, ບຸນດອກໄມ້ Cherry, Hello Saitama...
ທ່ານຮອງລັດຖະມົນຕີ Le Thi Thu Hang ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງໂທລະພາບ HONTO ໃນການປະກອບສ່ວນໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ຜ່ານບັນດາເນື້ອໃນທີ່ມີປະໂຫຍດ ເຊິ່ງນຳມາເຊິ່ງຄຸນຄ່າຫຼາຍຢ່າງໃຫ້ແກ່ປະຊາຄົມ; ຊົມເຊີຍ HONTO TV ທີ່ໄດ້ຮັບລາງວັນທີ 2 ຂອງ “ລາງວັນຂ່າວຕ່າງປະເທດແຫ່ງຊາດຄັ້ງທີ 9” ຈັດຕັ້ງໂດຍກົມໂຄສະນາອົບຮົມສູນກາງ.
ຄະນະໄດ້ເຮັດວຽກກັບທີມງານໂທລະພາບ HONTO - ຊ່ອງສື່ມວນຊົນຊາວຫວຽດນາມ ຢູ່ ຍີ່ປຸ່ນ
ທ່ານເອກອັກຄະລັດຖະທູດ ຟ້າມກວາງຫງາຍ ໄດ້ຊຸກຍູ້ໃຫ້ຄະນະໂທລະພາບ HONTO ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງປະຊາຄົມກ່ວາອີກ, ເຜີຍແຜ່ຂໍ້ມູນຂ່າວສານທີ່ມີຈຸດປະສົງ, ຖືກຕ້ອງ ແລະ ຫຼາຍຮູບຫຼາຍແບບ ບໍ່ພຽງແຕ່ໃນປະຊາຄົມຊາວ ຫວຽດນາມ ເທົ່ານັ້ນ ຫາກຍັງເຖິງຜູ້ຊົມຍີ່ປຸ່ນອີກດ້ວຍ. ທ່ານເອກອັກຄະລັດຖະທູດກໍ່ຮຽກຮ້ອງໃຫ້ຄະນະປະຕິບັດງານເຊື່ອມຕໍ່ຂໍ້ມູນຂ່າວສານລະຫວ່າງໂທລະພາບ HONTO ກັບບັນດາຊ່ອງໂທລະພາບ, ໜັງສືພິມພາຍໃນປະເທດ ເພື່ອສ້າງເຄືອຂ່າຍຂ່າວຫວຽດນາມ ໃນທົ່ວໂລກ.
ທີ່ມາ
(0)