ຕາມຂ່າວສານຊິນຮວາ: ຕອນຄ່ຳວັນທີ 23/10, ຕາມເວລາທ້ອງຖິ່ນ, ໃນຂອບເຂດບັນດາການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງຢູ່ Kazan, ສະຫະພັນລັດເຊຍ, ທ່ານນາຍົກລັດຖະມົນຕີ Pham Minh Chinh ໄດ້ມີການພົບປະກັບປະທານາທິບໍດີ ຕວກກີ Recep Tayyip Erdogan.
ການນຳສອງປະເທດສະແດງຄວາມດີໃຈຕໍ່ການພັດທະນາຢ່າງຕັ້ງໜ້າໃນການພົວພັນສອງປະເທດ; ຕົກລົງເພີ່ມທະວີການແລກປ່ຽນ ແລະ ການພົວພັນລະຫວ່າງການນຳຂັ້ນສູງຂອງສອງປະເທດ, ໂດຍໄວ, ຍົກສູງລະດັບ ແລະ ຮັດແໜ້ນການພົວພັນລະຫວ່າງສອງປະເທດ; ຊຸກຍູ້ການພົວພັນດ້ານເສດຖະກິດການຄ້າໃຫ້ເໝາະສົມກັບຄວາມສາມາດບົ່ມຊ້ອນ, ສູ້ຊົນບັນລຸເປົ້າໝາຍວົງເງິນການຄ້າສອງຝ່າຍໃຫ້ໄດ້ 4 ຕື້ USD ໂດຍໄວ, ພ້ອມກັນນັ້ນກໍສຶກສາ ແລະ ສ້າງຂອບເຂດໃໝ່ເພື່ອເພີ່ມທະວີການຄ້າ ແລະ ການລົງທຶນ; ເພີ່ມທະວີການຮ່ວມມືໃນຂົງເຂດອື່ນໆ, ໃນນັ້ນມີການຮ່ວມມືດ້ານການປ້ອງກັນປະເທດ, ເປັນການອຳນວຍຄວາມສະດວກໃຫ້ແກ່ການເດີນທາງລະຫວ່າງປະຊາຊົນສອງປະເທດ. 2 ຝ່າຍກໍ່ໄດ້ໃຊ້ເວລາປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີການເພີ່ມທະວີຄວາມເຄັ່ງຕຶງຢູ່ຕາເວັນອອກກາງເມື່ອບໍ່ດົນມານີ້; ຢືນຢັນຈະເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສການຮ່ວມມືພາກພື້ນ ແລະ ສາກົນໃນໄລຍະຈະມາເຖິງ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ສົ່ງຄຳເຊີນຂອງທ່ານປະທານປະເທດ ເລືອງເກື່ອງ ເຖິງປະທານາທິບໍດີ ຕວກກີ ທີ່ຈະມາຢ້ຽມຢາມ ຫວຽດນາມ ໂດຍໄວ. ປະທານາທິບໍດີ Recep Tayyip Erdogan ໄດ້ຮັບເອົາຄຳເຊື້ອເຊີນຢ່າງດີໃຈ.
Baotintuc.vn
ທີ່ມາ: https://baotintuc.vn/thoi-su/thu-tuong-chinh-phu-pham-minh-chinh-gap-tong-thong-tho-nhi-ky-recep-tayyip-erdogan-20241024085223432.htm
(0)