ການລົງທຶນໄຫຼເຂົ້າບັນດາຂະແໜງ ເສດຖະກິດ ເຕັກໂນໂລຊີສູງ ແລະ ດິຈິຕອລຢູ່ປະເທດເຮົາກໍ່ມີການຂະຫຍາຍຕົວຢ່າງຕັ້ງໜ້າ, ເປັນຕົ້ນແມ່ນນະຄອນໂຮ່ຈີມິນ, ເຊິ່ງປີນີ້ກວມເອົາ 30-40% ຂອງການລົງທຶນໂດຍກົງຈາກຕ່າງປະເທດໃນນະຄອນ. ນີ້ແມ່ນເນື້ອໃນທີ່ພົ້ນເດັ່ນໄດ້ປຶກສາຫາລືທີ່ເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ 2025 ທີ່ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີທ່ານນາຍົກລັດຖະມົນຕີ, ການນຳກະຊວງ, ກົມກອງ ແລະ ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ 500 ກວ່າຄົນເຂົ້າຮ່ວມ.
ການນຳໃຊ້ຫຸ່ນຍົນ, ແຂນຫຸ່ນຍົນ ຫຼື ນຳໃຊ້ເຕັກໂນໂລຊີອັດຕະໂນມັດ ຫຼື ນຳໃຊ້ເຕັກໂນໂລຊີອັດຕະໂນມັດເຂົ້າໃນການຜະລິດແມ່ນອົງປະກອບທີ່ຊ່ວຍໃຫ້ການປະກອບສ່ວນຂອງເສດຖະກິດດີຈີຕອນໃຫ້ແກ່ GRDP ຂອງນະຄອນ ໂຮ່ຈີມິນ ບັນລຸໄດ້ຫຼາຍກວ່າ 21% ໃນປີ 2023. ພາຍຫຼັງການລວມເຂດແດນບໍລິຫານ, ຂະໜາດເສດຖະກິດຂອງນະຄອນ ໂຮ່ຈີມິນ ນັບມື້ນັບໃຫຍ່ຫຼວງກວ່າ. ວິທີການທີ່ເສດຖະກິດດິຈິຕອນສາມາດບັນລຸ 40% ຕາມເປົ້າຫມາຍໃນປີ 2030 ແມ່ນຫົວຂໍ້ທີ່ມີຄວາມສົນໃຈໃນເວທີປາໄສໃນປີນີ້.
ຕາມສະຖາບັນຄົ້ນຄ້ວາ ແລະ ພັດທະນານະຄອນໂຮ່ຈິມິນແລ້ວ, 30-40% ຈຳນວນເງິນລົງທຶນໂດຍກົງຈາກຕ່າງປະເທດຂອງນະຄອນປີນີ້ແມ່ນບັນດາຂະແໜງເຕັກໂນໂລຊີສູງ. ໂດຍສະເພາະແມ່ນການລົງທຶນສູນຂໍ້ມູນຂະໜາດໃຫຍ່, ເພີ່ມພື້ນຖານໂຄງລ່າງທີ່ສຳຄັນເພື່ອພັດທະນາເສດຖະກິດດີຈີຕອນ.
ບັນດາອົງການຈັດຕັ້ງສາກົນຕີລາຄາວ່າ: ທ່າໄດ້ປຽບດ້ານການແຂ່ງຂັນອັນໃຫຍ່ຫຼວງຂອງຫວຽດນາມສຳລັບເສດຖະກິດດີຈີຕອນແມ່ນແຫຼ່ງຊັບພະຍາກອນມະນຸດໜຸ່ມທີ່ມີລະດັບຄວາມພ້ອມສູງໃນການດູດຊຶມເຕັກໂນໂລຊີ.
ທ່ານ Daniel Theobald, ຜູ້ຮ່ວມກໍ່ຕັ້ງຂອງອົງການສາກົນ MassRobotics ຕີລາຄາວ່າ: “ອຸດສາຫະກຳການຜະລິດຢູ່ອາເມລິກາ ສ່ວນຫຼາຍມີກຳລັງແຮງງານທີ່ເຮັດວຽກມາເຖິງ 40 ປີ, ຄົນທີ່ບໍ່ຄ່ອຍມີຄວາມຮູ້ດ້ານດິຈິຕອລ ແລະ ລັ່ງເລທີ່ຈະນຳໃຊ້ເຕັກໂນໂລຊີໃໝ່, ຂ້າພະເຈົ້າຄິດວ່າໄວໜຸ່ມຫວຽດນາມ ແມ່ນຜົນປະໂຫຍດອັນໃຫຍ່ຫຼວງ. ເຂົາເຈົ້າມີຄວາມກະຕືລືລົ້ນທີ່ຈະຮຽນຮູ້ ແລະ ຕື່ນເຕັ້ນຫຼາຍທີ່ຈະຊອກຫາວິທີນຳໃຊ້ເຕັກໂນໂລຊີໃໝ່ເພື່ອແກ້ໄຂບັນຫາຕ່າງໆ”.
ການນຳນະຄອນ ໂຮ່ຈີມິນ ຢືນຢັນຈະສືບຕໍ່ປະຕິຮູບບັນດາສະຖາບັນ, ສ້າງເງື່ອນໄຂສະດວກກ່ວາອີກ ເພື່ອຜັນຂະຫຍາຍບັນດາແຫຼ່ງທຶນລົງທຶນຂອງເອກະຊົນໃນຂົງເຂດ ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ.
ເຫດການດັ່ງກ່າວຍັງໄດ້ປະກາດບັນດາໂຄງການຮ່ວມມືຍຸດທະສາດ ແລະ ການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນໃນຫຼາຍຂົງເຂດຄື: ເຄື່ອງ semiconductors, ປັນຍາປະດິດ, ການຂົນສົ່ງ ແລະ ທ່າເຮືອ, ປະກອບສ່ວນສ້າງລະບົບນິເວດນະວັດຕະກຳ ແລະ ອຸດສາຫະກຳເຕັກໂນໂລຢີສູງຢູ່ນະຄອນ ໂຮ່ຈີມິນ.
ທີ່ມາ: https://vtv.vn/tin-hieu-tich-cuc-dong-von-dau-tu-cong-nghe-cao-vao-sieu-do-thi-tp-ho-chi-minh-10025112610390067.htm






(0)