(VOVWORLD) -ວັນທີ 13 ມິຖຸນາ, ໜັງສືພິມປະຊາຊົນແຂວງ ກວາງບິ່ງ ໃຫ້ຮູ້ວ່າ, ດ້ວຍການສົມທົບຂອງສະຖານທູດຫວຽດນາມ ປະຈຳ ຝະລັ່ງ ແລະ ການໜູນຊ່ວຍຂອງສູນວັດທະນະທຳ ຫວຽດນາມ ປະຈຳ ຝະລັ່ງ ແລະ ສະມາຄົມສົ່ງເສີມວັດທະນະທຳ ຫວຽດນາມ ຢູ່ ຝະລັ່ງ ແລະ ເອີລົບ, ຄະນະກຳມະການປະຊາຊົນແຂວງ ກວາງບິ່ງ ໄດ້ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນ ແລະ ທ່ອງທ່ຽວຢູ່ ຝະລັ່ງ.

ທ່ານ ເຈີ່ນແທງເໝີນ, ປະທານຄະນະກຳມະການປະຊາຊົນແຂວງ ກວ໋າງບິ່ງ ໄດ້ແນະນຳ ກວາງບິ່ງ - ແຫຼ່ງທ່ອງທ່ຽວທຳມະຊາດທີ່ດຶງດູດ ແລະ ເປັນເອກະລັກສະເພາະ, ຄວາມສາມາດບົ່ມຊ້ອນຂອງ ການທ່ອງທ່ຽວ ກວາງບິ່ງ ທີ່ກອງປະຊຸມ.
ນີ້ແມ່ນຄັ້ງທຳອິດທີ່ແຂວງ ກວາງບິ່ງ ໄດ້ຈັດຕັ້ງການເຄື່ອນໄຫວສົ່ງເສີມການທ່ອງທ່ຽວ ແລະ ການລົງທຶນໂດຍກົງຢູ່ ຝະລັ່ງ. ກອງປະຊຸມໄດ້ແນະນຳບັນດາເນື້ອໃນຕົ້ນຕໍຂອງການວາງແຜນກຳນົດໄລຍະ 2021 – 2030 ຂອງແຂວງ ກວາງບິ່ງ ດ້ວຍຍຸດທະສາດພັດທະນາ ເສດຖະກິດ - ສັງຄົມ ມຸ່ງໄປເຖິງການເຕີບໂຕຂຽວ, ວ່ອງໄວ ແລະ ຍືນຍົງ.
ພິເສດ, ກວາງບິ່ງ ໄດ້ແນະນຳ - ແຫຼ່ງທ່ອງທ່ຽວທຳມະຊາດ, ດຶງດູດ ແລະ ເປັນເອກະລັກ, ຄວາມສາມາດບົ່ມຊ້ອນ, ຄວາມສາມາດບົ່ມຊ້ອນ, ກາລະໂອກາດລົງທຶນຂອງແຂວງ ກວ໋າງບິ່ງ ຜ່ານເຕັກໂນໂລຢີສະເໝືອນຈິງ, ວິດີໂອ, ສື່ສິ່ງພິມໂຄສະນາ, ແນະນຳການທ່ອງທ່ຽວ ແລະ ການລົງທຶນ.

ນັກທ່ອງທ່ຽວຝະລັ່ງຫຼາຍຄົນໄດ້ມາແຂວງ ກວາງບິ່ງ ເພື່ອຢ້ຽມຊົມຖ້ຳແລະສຳຜັດກັບຊີວິດຢູ່ແຂວງ ຟອງຍາເກບ ໃນໄລຍະມໍ່ໆມານີ້.
ພ້ອມກັນນັ້ນ, ສືບຕໍ່ຢືນຢັນການພົວພັນຄູ່ຮ່ວມມື, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດານັກລົງທຶນ ດ້ວຍຄຳຂວັນ “ວິສາຫະກິດປະສົບຜົນສຳເລັດ ແລະ ພັດທະນາກໍ່ຄືຜົນສຳເລັດ ແລະ ພັດທະນາຂອງແຂວງ”. ຮັບເອົາຄຳຄິດເຫັນຂອງບັນດາວິສາຫະກິດ, ນັກລົງທຶນ ເພື່ອນຳແຂວງ ກວາງບີ່ງ ໃກ້ຊິດກັບບັນດານັກລົງທຶນຢູ່ ຝະລັ່ງ ແລະ ເອີລົບ, ເປີດກ້ວາງບັນດາໂຄງການຮ່ວມມື ແລະ ໂຄງການລົງທຶນໃນໄລຍະຈະມາເຖິງ.
ທີ່ມາ: https://toquoc.vn/quang-binh-to-chuc-quang-ba-xuc-tien-du-lich-tai-phap-20240613005728917.htm










(0)