ການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານປະທານາທິບໍດີ ບຸນກາຣີ Rumen Radev ແມ່ນບັນດາບາດກ້າວສຳຄັນ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນໄລຍະໃໝ່.
ຕອນຄ່ຳວັນທີ 27/11, ທ່ານປະທານປະເທດ ບຸນກາຣີ Rumen Radev ໄດ້ອອກຈາກນະຄອນ ໂຮ່ຈິມິນ , ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານປະເທດ ເລືອງເກື່ອງ.
ເຂົ້າຢ້ຽມຂ່ຳນັບຄະນະຜູ້ແທນຢູ່ສະໜາມບິນສາກົນ Tan Son Nhat ມີທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ບຳລຸງສ້າງ ຫງວຽນກິມເຊີນ; ທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມແທ່ງບິ່ງ; ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ບຸນກາຣີ Do Hoang Long; ແລະ ພະນັກງານຈາກ ຫ້ອງວ່າການປະທານປະເທດ ແລະ ກະຊວງການຕ່າງປະເທດ ຈຳນວນໜຶ່ງ.
ໃນຂອບເຂດການຢ້ຽມຢາມ, ທ່ານປະທານປະເທດ ບຸນກາຣີ Rumen Radev ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ບຸນກາຣີ ໄດ້ວາງພວງມາລາ ແລະ ຢ້ຽມຢາມສຸສານປະທານ ໂຮ່ຈີມິນ; ແລະວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມ.
ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ To Lam ໄດ້ຕ້ອນຮັບທ່ານປະທານປະເທດ ເລືອງເກື່ອງ; ໄດ້ມີການໂອ້ລົມສົນທະນາແລະເປັນເຈົ້າພາບການຕ້ອນຮັບ; ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ໄດ້ມີການພົບປະກັບທ່ານປະທານາທິບໍດີ ບຸນກາຣີ Rumen Radev.
ທີ່ການພົບປະ, ໂອ້ລົມ ແລະ ສົນທະນາ, ການນຳ ຫວຽດນາມ ຊົມເຊີຍ ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຂອງທ່ານປະທານາທິບໍດີ Rumen Radev, ໃນສະພາບການທີ່ 2 ປະເທດມຸ່ງໄປເຖິງການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ 2025 ແລະ ຊົມເຊີຍ ບຸນກາຣີ ປະສົບຜົນສຳເລັດຫຼາຍຢ່າງໃນການພັດທະນາເສດຖະກິດ ແລະ ການເຊື່ອມໂຍງພາກພື້ນ ແລະ ສາກົນ.
ການນຳ 2 ປະເທດໄດ້ປຶກສາຫາລືຫຼາຍທິດທາງ ແລະ ມາດຕະການໃຫຍ່ເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່, ເພີ່ມທະວີການຮ່ວມມືຮອບດ້ານ, ພິເສດແມ່ນບັນດາຂົງເຂດທີ່ ບູນກາຣີ ມີກຳລັງແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄື: ກະສິກຳ, ອຸດສາຫະກຳ, ເອເລັກໂຕຣນິກ, ເຕັກໂນໂລຊີຂໍ້ມູນຂ່າວສານ, ປັນຍາປະດິດ, ການຄົ້ນຄວ້າອະວະກາດ ແລະ ອື່ນໆ.
ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ.
ໃນໄລຍະຢ້ຽມຢາມຫວຽດນາມຢ່າງເປັນທາງການ, ທ່ານປະທານປະເທດ ບຸນກາຣີ ໄດ້ໄປຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ; ພົບປະກັບສະມາຄົມມິດຕະພາບຫວຽດນາມ - ບຸນກາຣີ ແລະ ເພື່ອນມິດຫວຽດນາມ ທີ່ຮ່ຳຮຽນ ແລະ ເຮັດວຽກຢູ່ ບຸນກາຣີ; ຢ້ຽມຢາມ ແລະ ກ່າວປາໄສຢູ່ສະຖາບັນການທູດ; ຢ້ຽມຢາມນະຄອນ ຫາຍຟ່ອງ ແລະ ນະຄອນໂຮ່ຈີມິນ; ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ບຸນກາຣີ ຢູ່ນະຄອນ ໂຮ່ຈີມິນ...
ທ່ານນາງ ຫງວຽນທິມິງຫງວ໋ຽດ, ພັນລະຍາຂອງທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານນາງ Desislava Radeva, ພັນລະຍາຂອງທ່ານປະທານາທິບໍດີ ບຸນກາຣີ Rumen Radev ໄດ້ໄປຢ້ຽມຢາມໂຮງຮຽນອະນຸບານຄຸນນະພາບສູງຫວຽດນາມ.
ການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານປະທານາທິບໍດີ ບຸນກາຣີ Rumen Radev ແມ່ນບັນດາບາດກ້າວສຳຄັນ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນໄລຍະໃຫມ່./.
ທີ່ມາ
(0)