ທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier ແລະ ພັນລະຍາຈະມາຢ້ຽມຢາມຫວຽດນາມ ໃນອາທິດໜ້າ, ຕາມຄຳເຊີນຂອງ ທ່ານປະທານປະເທດ Vo Van Thuong ແລະ ພັນລະຍາ.
ການຢ້ຽມຢາມຂອງທ່ານປະທານາທິບໍດີເຢຍລະມັນ Frank-Walter Steinmeier ແລະພັນລະຍາຈະດຳເນີນໃນວັນທີ 23-24 ມັງກອນ, ຕາມຖະແຫຼງການຂອງກະຊວງ ການຕ່າງປະເທດ ໃນວັນນີ້.
ຫວຽດນາມ ແລະ ເຢຍລະມັນ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 23 ກັນຍາ 1975. ນັບແຕ່ນັ້ນມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງ 2 ປະເທດໄດ້ພັດທະນາຢ່າງຕັ້ງໜ້າ, ນັບມື້ນັບເລິກເຊິ່ງ, ມີປະສິດທິຜົນ ແລະ ຮອບດ້ານ. ໃນການຢ້ຽມຢາມຫວຽດນາມໃນເດືອນຕຸລາ 2011 ຂອງ ທ່ານນາຍົກລັດຖະມົນຕີ ເຢຍລະມັນ Angela Merkel, 2 ປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.
ເຢຍລະມັນແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ ເອີລົບ, ກວມເອົາເກືອບ 20% ຍອດວົງເງິນສົ່ງອອກຂອງຫວຽດນາມ ໄປຍັງສະຫະພາບເອີຣົບ (ອີຢູ), ແລະຍັງເປັນປະຕູຜ່ານທີ່ສຳຄັນຂອງສິນຄ້າຫວຽດນາມ ໄປຍັງຕະຫຼາດອື່ນໃນເອີຣົບ. ວົງເງິນການຄ້າສອງສົ້ນໃນປີ 2023 ຄາດວ່າຈະບັນລຸກວ່າ 11 ຕື້ USD.
ປະທານາທິບໍດີ ເຢຍລະມັນ ທ່ານ Frank-Walter Steinmeier ທີ່ Berlin ໃນປີ 2021. ພາບ: Reuters
ປະຈຸບັນ, ມີວິສາຫະກິດເຢຍລະມັນ 350 ກວ່າແຫ່ງພວມເຄື່ອນໄຫວຢູ່ຫວຽດນາມ. ມາຮອດເດືອນ 5/2023, ເຢຍລະມັນມີ 444 ໂຄງການທີ່ຖືກຕ້ອງ ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 2,36 ຕື້ USD, ຢືນອັນດັບທີ 4 ຂອງ EU ແລະ ຢືນອັນດັບທີ 18 ໃນຈຳນວນ 143 ປະເທດ ແລະ ເຂດແຄ້ວນລົງທຶນເຂົ້າ ຫວຽດນາມ.
ວິສາຫະກິດຫວຽດນາມ ມີ 11 ໂຄງການລົງທຶນທີ່ຖືກຕ້ອງຢູ່ເຢຍລະມັນ ດ້ວຍຍອດຈຳນວນເງິນລົງທຶນ ແລະ ທຶນປັບປຸງບັນລຸກວ່າ 30,95 ລ້ານ USD.
ເຢຍລະມັນແມ່ນໜຶ່ງໃນບັນດາປະເທດສະໜອງ ODA ໃຫ້ຫວຽດນາມເປັນປະຈຳ, ດ້ວຍຈຳນວນເງິນກ່ວາ 2 ຕື້ USD ໃຫ້ບັນດາໂຄງການ ODA ແຕ່ປີ 1990 ຮອດປະຈຸບັນ. ນັບແຕ່ປີ 2020 ເປັນຕົ້ນມາ, ຫວຽດນາມ ໄດ້ຖືກຈັດອັນດັບເປັນ “ຄູ່ຮ່ວມມືທົ່ວໂລກ” ໃນຍຸດທະສາດການຮ່ວມມືພັດທະນາຂອງເຢຍລະມັນຮອດປີ 2030 (BMZ 2030).
Huyền Lê
ແຫຼ່ງທີ່ມາ
(0)