ບັນດານັກຊ່ຽວຊານກ່າວວ່າ, ການຢ້ຽມຢາມຂັ້ນສູງເປີດກ້ວາງການພົວພັນຮ່ວມມືລະຫວ່າງຫວຽດນາມ - ອາເມລິກາ, ໃນນັ້ນມີການຄ້າ ແລະ ເສດຖະກິດ ເປັນພື້ນຖານຫຼັກ.
ສາດສະດາຈານ David Dapice ຈາກໂຮງຮຽນ Kennedy, ມະຫາວິທະຍາໄລ Harvard ໃຫ້ຮູ້ວ່າ: “ການຢ້ຽມຢາມຈະມາເຖິງຂອງທ່ານປະທານາທິບໍດີ Joe Biden ໝາຍຄວາມວ່າ ອາເມລິກາ ໃຫ້ບຸລິມະສິດສູງຕໍ່ຫວຽດນາມ, ໃນຖານະທີ່ເປັນຫົວໜ່ວຍເອກະລາດທີ່ມີການພົວພັນດ້ານເສດຖະກິດທີ່ນັບມື້ນັບເພີ່ມ ຂຶ້ນ ”.
ທ່ານ Dapice ກ່າວຕື່ມວ່າ ການຢ້ຽມຢາມຄັ້ງກ່ອນຂອງເຈົ້າໜ້າທີ່ຂັ້ນສູງອາເມລິກາຫລາຍຄົນແມ່ນສອດຄ່ອງກັບບູລິມະສິດນີ້. ນັບແຕ່ປີ 2021 ເປັນຕົ້ນມາ, ຫວຽດນາມ ໄດ້ຕ້ອນຮັບເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານໃນຄະນະບໍລິຫານງານ Biden, ພິເສດແມ່ນການຢ້ຽມຢາມຂອງທ່ານຮອງປະທານາທິບໍດີ Kamala Harris.
ປີນີ້, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken, ລັດຖະມົນຕີ ກະຊວງການເງິນ Janet Yellen, ຄະນະຜູ້ແທນສະພາແຫ່ງຊາດ ແລະ ຜູ້ຕາງໜ້າວິສາຫະກິດ ອາເມລິກາ 50 ກວ່າຄົນກໍ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ Biden ແຕ່ວັນທີ 10-11/9 ຈະແມ່ນການສະແດງໃຫ້ເຫັນບຸລິມະສິດສູງສຸດ.
ກົງກັນຂ້າມ, ໃນເດືອນ ພຶດສະພາ 2022, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຈິ້ງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ອາເມລິກາ ເປັນເວລາ 7 ວັນ, ຊ່ວຍໃຫ້ການພົວພັນສອງຝ່າຍນັບມື້ນັບພັດທະນາໃນຫຼາຍຂົງເຂດ. ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ເລຮ່ວາຍຈູງ ກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ ໃນເດືອນ 7.
ໃນເດືອນ ມີນາ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ Biden ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Blinken ໃນຕອນບ່າຍວັນທີ 15 ເມສາ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຖືວ່າ, ບັນດາໝາກຜົນໃນການພົວພັນສອງຝ່າຍໃນໄລຍະມໍ່ໆມານີ້ ແມ່ນພື້ນຖານເພື່ອສືບຕໍ່ຍົກສູງການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ປະທານາທິບໍດີ ສະຫະລັດ ທ່ານ Joe Biden ກ່າວປາໄສທີ່ສວນກຸຫຼາບຂອງທຳນຽບຂາວ ໃນວັນທີ 25 ພຶດສະພາ. ພາບ: AFP
ສາດສະດາຈານ Carl Thayer, ຈາກວິທະຍາຄານກຳລັງປ້ອງກັນຊາດອົດສະຕາລີ, ມະຫາວິທະຍາໄລ New South Wales, ໃຫ້ຮູ້ວ່າ, ບັນດາການພົບປະຂັ້ນສູງນີ້ສະແດງໃຫ້ເຫັນການຮັບຮູ້ຂອງອາເມລິກາ ກ່ຽວກັບລະບົບການເມືອງຂອງ ຫວຽດນາມ, ກໍ່ຄືເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດ.
ທ່ານ Thayer ໃຫ້ຮູ້ວ່າ, ນັບແຕ່ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2013, ຫວຽດນາມ ແລະ ອາເມລິກາ ໄດ້ສຸມໃສ່ເຂົ້າໃນ 9 ຂົງເຂດຮ່ວມມື, ໃນນັ້ນມີການເມືອງ ແລະ ການທູດ, ການພົວພັນດ້ານເສດຖະກິດການຄ້າ, ວິທະຍາສາດເຕັກໂນໂລຢີ, ການສຶກສາ, ສະພາບແວດລ້ອມ ແລະ ສາທາລະນະສຸກ, ບັນຫາມໍລະດົກສົງຄາມ, ການປ້ອງກັນຄວາມສະຫງົບ, ຊຸກຍູ້ ແລະ ປົກປັກຮັກສາສິດທິມະນຸດ, ວັດທະນະທຳ, ການທ່ອງທ່ຽວ ແລະ ກິລາ.
ບັນດາຂົງເຂດດັ່ງກ່າວລ້ວນແຕ່ໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ, ໂດຍມີການຄ້າ ແລະ ເສດຖະກິດເປັນກຳລັງໜູນຕົ້ນຕໍ. ຕາມກົມສະຖິຕິທົ່ວໄປ, ວົງເງິນການຄ້າຫວຽດນາມ - ອາເມລິກາ ໄດ້ເພີ່ມຂຶ້ນຈາກ 29 ຕື້ USD ໃນປີ 2013 ຂຶ້ນເປັນ 123 ຕື້ USD ໃນປີ 2022.
ໄລ່ມາຮອດເດືອນມິຖຸນາປີນີ້, ການລົງທຶນໂດຍກົງຂອງອາເມລິກາ ຢູ່ ຫວຽດນາມ ບັນລຸ 11,73 ຕື້ USD ດ້ວຍກ່ວາ 1.200 ໂຄງການ, ຢືນອັນດັບທີ 11 ໃນບັນດາປະເທດ ແລະເຂດແຄ້ວນລົງທຶນເຂົ້າ ຫວຽດນາມ.
ກ່າວຄຳເຫັນຕໍ່ວົງການນັກຂ່າວໃນເດືອນ 4, ທ່ານເລຂາທິການໃຫຍ່ Blinken ໃຫ້ຮູ້ວ່າ: ການພົວພັນກັບຫວຽດນາມ ແມ່ນໜຶ່ງໃນບັນດາບາດກ້າວບຸກທະລຸ ແລະ ສຳຄັນທີ່ສຸດ. ໃນຖະແຫຼງການພາຍຫຼັງ, ທ່ານກ່າວວ່າ, ການຢ້ຽມຢາມ ຫວຽດນາມ ເພື່ອແນໃສ່ຜັນຂະຫຍາຍ ແລະ ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ, ສະແດງໃຫ້ເຫັນຄວາມມຸ່ງຫວັງຂອງການຮ່ວມມືລະຫວ່າງ 2 ປະເທດໃນ 10 ປີຕໍ່ໜ້າ.
ກ່າວຄຳເຫັນກ່ຽວກັບຄວາມສາມາດບົ່ມຊ້ອນຂອງການພົວພັນລະຫວ່າງສອງປະເທດ, ທ່ານສາດສະດາຈານ David Dapice ໃຫ້ຮູ້ວ່າ: 2 ຝ່າຍສາມາດສຸມໃສ່ການຮ່ວມມືດ້ານຄວາມປອດໄພທາງອິນເຕີແນັດ, ເຊິ່ງຫວຽດນາມ ໄດ້ສະແດງຄວາມສົນໃຈເປັນຢ່າງດີ.
ທ່ານ Dapice ກ່າວວ່າ "ບາງບໍລິສັດເຊັ່ນ Amazon, Microsoft, Google ສາມາດສ້າງສູນຄອມພິວເຕີ້ຟັງທີ່ປອດໄພຢູ່ໃນຫວຽດນາມ. ເຖິງແມ່ນວ່າມັນອາດຈະມີລາຄາແພງ, ແຕ່ໂຄງການດັ່ງກ່າວສາມາດເປັນປະໂຫຍດແລະຈະຖືກປຶກສາຫາລືໂດຍທັງສອງຝ່າຍ," ທ່ານ Dapice ກ່າວ.
ນອກຈາກຄວາມປອດໄພທາງອິນເຕີແນັດແລ້ວ, ການຜະລິດຊິບແລະການຫັນປ່ຽນພະລັງງານຂຽວຍັງແມ່ນຂົງເຂດທີ່ສອງຝ່າຍສາມາດແນໃສ່ເພີ່ມທະວີການຮ່ວມມືໃນອະນາຄົດ.
ປີ 2022, ອາເມລິກາ ແລະ ຫວຽດນາມ ໄດ້ເລີ່ມດຳເນີນໂຄງການພະລັງງານລະບາຍອາຍພິດຕ່ຳ ຫວຽດນາມ II (V-LEEP II) ດ້ວຍມູນຄ່າ 36 ລ້ານ USD, ໂດຍອົງການພັດທະນາສາກົນ ອາເມລິກາ (USAID). ຄາດວ່າໂຄງການຈະສະໜອງການຊ່ວຍເຫຼືອດ້ານວິຊາການໃຫ້ຫວຽດນາມ ເພື່ອບັນລຸເປົ້າໝາຍການຫັນປ່ຽນພະລັງງານແບບຍືນຍົງ.
USAID ກ່າວວ່າ V-LEEP II ຈະປະກອບສ່ວນເຂົ້າໃນການອອກແບບ, ການເງິນ, ການກໍ່ສ້າງ, ແລະການດໍາເນີນງານຂອງແຫຼ່ງພະລັງງານສະອາດໃຫມ່, ລວມທັງ 2,000 ເມກາວັດ (MW) ຂອງພະລັງງານທົດແທນແລະ 1,000 MW ຂອງພະລັງງານອາຍແກັສທໍາມະຊາດ.

ຕອນເຊົ້າວັນທີ 12 ພຶດສະພາ 2022, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ້ງ (ຊ້າຍ) ຖ່າຍຮູບກັບປະທານາທິບໍດີ ອາເມລິກາ Joe Biden ຢູ່ທຳນຽບຂາວ.
ທ່ານສາດສະດາຈານ Thayer ໃຫ້ຮູ້ວ່າ: ການຄ້າ ແລະ ການລົງທຶນຍັງຄົງແມ່ນຫຼັກໝັ້ນຂອງການພົວພັນ 2 ຝ່າຍ ຫວຽດນາມ - ອາເມລິກາ. ອາເມລິກາ ປາດຖະໜາຢາກຊອກຫາຕ່ອງໂສ້ການສະໜອງ semiconductor ທີ່ໝັ້ນຄົງ ແລະ ເຄື່ອນໄຫວຈາກ ຫວຽດນາມ, ໃນຂະນະທີ່ ຫວຽດນາມ ພວມຊອກຫາການລົງທຶນ ແລະ ການເຂົ້າເຖິງຕະຫຼາດ ອາເມລິກາ, ໃນສະພາບທີ່ເສດຖະກິດໂລກຜັນແປໄປ.
ໃນການຢ້ຽມຢາມຫວຽດນາມ ໃນເດືອນກໍລະກົດ, ທ່ານນາງ Yellen ລັດຖະມົນຕີກະຊວງການເງິນອາເມລິກາ ໄດ້ຕີລາຄາວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນທີ່ນັບມື້ນັບສຳຄັນຂອງອາເມລິກາ ແລະ ແມ່ນຜູ້ມີບົດບາດສຳຄັນໃນຍຸດທະສາດອິນໂດປາຊີຟິກຂອງປະເທດ. ທ່ານນາງຢືນຢັນວ່າ ອາເມລິກາ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນການປັບປຸງຄວາມສາມາດຜະລິດຊິບ semiconductor ແລະ ພະລັງງານທົດແທນ.
ຕາມທ່ານ Thayer ແລ້ວ, ການຢ້ຽມຢາມຂອງທ່ານນາງ Yellen ໄດ້ເສີມຂະຫຍາຍຄຳໝັ້ນສັນຍາຂອງ ອາເມລິກາ ໜູນຊ່ວຍຫວຽດນາມ ປະຕິຮູບເສດຖະກິດ ແລະ ການເຊື່ອມໂຍງທົ່ວໂລກ, ຊຸກຍູ້ການເຄື່ອນໄຫວໃນຕ່ອງໂສ້ການສະໜອງສິນຄ້າ, ມຸ່ງໄປເຖິງ “ໃຫ້ຫວຽດນາມ ມີຖານະພິເສດໃນລະບົບຕ່ອງໂສ້ການສະໜອງທົ່ວໂລກຂອງ ອາເມລິກາ”.
ທ່ານເລຂາທິການໃຫຍ່ Yellen ເນັ້ນໜັກວ່າ: ຫວຽດນາມ ແມ່ນຈຸດເຊື່ອມຕໍ່ທີ່ສຳຄັນໃນຕ່ອງໂສ້ການສະໜອງ semiconductor ໂລກ, ໂດຍສະແດງໃຫ້ເຫັນການລົງທຶນໃຫຍ່ຂອງບັນດາວິສາຫະກິດເຕັກໂນໂລຊີອາເມລິກາຢູ່ ຫວຽດນາມ ເຊັ່ນ Amkor Technology ຫຼື Intel Corporation, ດ້ວຍໂຮງງານປະກອບ ແລະ ທົດລອງຊິບໃຫຍ່ທີ່ສຸດຂອງໂລກຢູ່ນະຄອນ ໂຮ່ຈີມິນ.
ທ່ານສາດສະດາຈານ Dapice ເຊື່ອໝັ້ນວ່າ ການປັບປຸງກຳລັງແຮງງານທີ່ມີການສຶກສາ, ພະລັງງານຂຽວ ແລະ ບັນດາຜູ້ສະໜອງທີ່ມີຄວາມຊຳນານສູງຂອງ ຫວຽດນາມ ຈະເປີດກາລະໂອກາດດຶງດູດ FDI ຈາກ ອາເມລິກາ ໃຫ້ຫລາຍກວ່າອີກ.
ໂຄສົກທຳນຽບຂາວ Karine Jean-Pierre ໃຫ້ຮູ້ວ່າ: ການຢ້ຽມຢາມຂອງທ່ານປະທານາທິບໍດີ Biden ແມ່ນເພື່ອແນໃສ່ຊອກຫາກາລະໂອກາດຊຸກຍູ້ການເຕີບໂຕຂອງພື້ນຖານເສດຖະກິດທີ່ສຸມໃສ່ເຕັກໂນໂລຢີ ແລະ ນະວັດຕະກຳຂອງ ຫວຽດນາມ.
ບັນດາຜູ້ຊ່ຽວຊານຄາດວ່າການຢ້ຽມຢາມຄັ້ງນີ້ຈະແມ່ນຈຸດໝາຍເພື່ອໃຫ້ສອງປະເທດປຶກສາຫາລືກ່ຽວກັບສັນຍາການຄ້າເສລີ (FTA). ຫວຽດນາມ ໄດ້ເຂົ້າຮ່ວມ 16 FTA ສອງຝ່າຍ ແລະ ຫຼາຍຝ່າຍ, ແຕ່ຍັງບໍ່ທັນໄດ້ລົງນາມກັບ ອາເມລິກາ.
“ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດຈະສືບຕໍ່ໄດ້ຮັບການເພີ່ມທະວີຖ້າຫາກຫວຽດນາມ ແລະ ອາເມລິກາມີສັນຍາການຄ້າເສລີ, ເພີ່ມທະວີການເຂົ້າເຖິງຕະຫຼາດຂອງກັນແລະກັນດ້ວຍເງື່ອນໄຂສະດວກ,” ສາດສະດາຈານ Dapice ກ່າວວ່າ.
Vnexpress.net
(0)