ທ່ານລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Park Jin (ກາງ) ກັບທ່ານລັດຖະມົນຕີການຕ່າງປະເທດຈີນ Wang Yi (ຂວາ) ແລະ ທ່ານ Yoko Kamikawa ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ກ່ອນການເຈລະຈາ 3 ຝ່າຍຢູ່ Busan, ສ.ເກົາຫຼີ ໃນວັນທີ 26/11 (ພາບ: Yonhap).
ເຈົ້າໜ້າທີ່ການທູດ ຂັ້ນສູງ 3 ທ່ານໄດ້ພົບປະກັນໃນວັນທີ 26 ພະຈິກນີ້ຢູ່ທ່າກຳປັ່ນ Busan ຂອງສ.ເກົາຫຼີ, ເປັນການພົບປະສາມຝ່າຍຄັ້ງທຳອິດທີ່ລະດັບລັດຖະມົນຕີການຕ່າງປະເທດນັບແຕ່ປີ 2019.
ລັດຖະມົນຕີການຕ່າງປະເທດ 3 ທ່ານບໍ່ໄດ້ກຳນົດເວລາຂອງກອງປະຊຸມສຸດຍອດສາມຝ່າຍ.
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງເກົາຫຼີໃຕ້ ທ່ານ Cho Tae Yong ກ່າວຕໍ່ Yonhap ວ່າ ທ່ານ Xi Jinping, ນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ແລະ ທ່ານ Yoon Suk Yeol ປະທານາທິບໍດີ ເກົາຫຼີໃຕ້ ອາດຈະບໍ່ໄດ້ພົບປະກັນໃນປີນີ້, ແຕ່ການພົບປະດັ່ງກ່າວ ອາດມີຂຶ້ນໃນອະນາຄົດອັນໃກ້ນີ້.
ປັກກິ່ງ, ໂຊລແລະໂຕກຽວໄດ້ຕົກລົງຈັດກອງປະຊຸມສຸດຍອດປະຈຳປີນັບແຕ່ປີ 2008 ເພື່ອຊຸກຍູ້ການແລກປ່ຽນທາງການທູດແລະ ເສດຖະກິດ , ແຕ່ການພົວພັນທາງການທູດແລະພະຍາດໂຄວິດ-19 ໄດ້ຂັດຂວາງຂະບວນການດັ່ງກ່າວນັບແຕ່ປີ 2019 ເປັນຕົ້ນມາ.
ໃນຖະແຫຼງການໃນວັນທີ 26 ພະຈິກ, ກະຊວງການຕ່າງປະເທດຍີ່ປຸ່ນໃຫ້ຮູ້ວ່າ, ພາຍຫຼັງກອງປະຊຸມເປັນເວລາ 100 ນາທີ, ລັດຖະມົນຕີການຕ່າງປະເທດ 3 ທ່ານ ໄດ້ເຫັນດີຊຸກຍູ້ການຮ່ວມມືໃນ 6 ຂົງເຂດ, ໃນນັ້ນມີຄວາມປອດໄພ, ເສດຖະກິດ ແລະ ເຕັກໂນໂລຢີ, ຊຸກຍູ້ບັນດາການປຶກສາຫາລືສະເພາະເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດ.
ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Yoko Kamikawa ຊີ້ອອກວ່າ, ການເພີ່ມທະວີການຮ່ວມມືສາມຝ່າຍຈະປະກອບສ່ວນເຂົ້າໃນສັນຕິພາບຂອງພາກພື້ນ ເນື່ອງຈາກສະຖານະການຄວາມໝັ້ນຄົງສາກົນ “ເຄັ່ງຕຶງ ແລະ ສັບສົນກ່ວາອີກ”.
ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Park Jin ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາບັນຫາຂອງສປປ ເກົາຫຼີ, ໄດ້ກ່າວບັນດາຄູ່ຮ່ວມມືຂອງທ່ານວ່າ “ມັນເປັນສິ່ງສຳຄັນທີ່ຈະເພີ່ມທະວີການຮ່ວມມືສາມຝ່າຍ ເພື່ອໃຫ້ມັນພັດທະນາເປັນລະບົບທີ່ໝັ້ນຄົງ ແລະ ຍືນຍົງ”.
ທ່ານລັດຖະມົນຕີການຕ່າງປະເທດຈີນ Wang Yi ກໍ່ຢືນຢັນວ່າ, 3 ປະເທດຄວນມີບົດບາດຕັ້ງໜ້າໃນການຊຸກຍູ້ການພັດທະນາຂອງພາກພື້ນ ແລະ ທົ່ວໂລກດ້ວຍ “ທ່າທີ ແລະ ພຶດຕິກຳທີ່ກ້າວໜ້າກວ່າ”.
ທີ່ມາ
(0)