ສື່ມວນຊົນແຫ່ງລັດກ່າວໃນວັນທີ 28 ທັນວານີ້ວ່າ, ຜູ້ນຳສປປເກົາຫຼີ Kim Jong-un ໄດ້ສັ່ງໃຫ້ຂະແໜງການທະຫານ, ອຸດສາຫະກຳລະເບີດ ແລະອາວຸດນິວເຄຼຍຂອງປະເທດເລັ່ງກະກຽມສົງຄາມ ເພື່ອຕອບໂຕ້ອັນທີ່ທ່ານເອີ້ນວ່າການປະເຊີນໜ້າທີ່ບໍ່ເຄີຍມີມາກ່ອນຂອງອາເມລິກາ.
ຕາມສຳນັກຂ່າວສານສູນກາງສ.ເກົາຫຼີ (KCNA), ກ່າວຄຳເຫັນກ່ຽວກັບທິດທາງນະໂຍບາຍຕໍ່ປີໃໝ່ຢູ່ກອງປະຊຸມສຳຄັນຂອງພັກກຳມະກອນທີ່ກຳອຳນາດໃນວັນທີ 27/12, ການນຳ ສປປ ເກົາຫຼີ Kim Jong-un ກ່າວວ່າ, ສະຖານະການຄວາມໝັ້ນຄົງຢູ່ແຫຼມເກົາຫຼີກາຍເປັນອັນຕະລາຍທີ່ສຸດ.
ຕາມ Yonhap ແລ້ວ, ພັກແຮງງານ ສ.ເກົາຫຼີ ໄດ້ເປີດກອງປະຊຸມສຸດທ້າຍໃນວັນທີ 26 ທັນວານີ້ ເພື່ອທົບທວນນະໂຍບາຍຂອງລັດປີ 2024.
ເກົາຫຼີເໜືອໄດ້ສົ່ງດາວທຽມສອດແນມ ທະຫານ ຂຶ້ນສູ່ວົງໂຄຈອນໃນເດືອນພະຈິກ, ຫຼັງຈາກສອງຄັ້ງທີ່ຜ່ານມາລົ້ມເຫລວໃນເດືອນພຶດສະພາແລະເດືອນສິງຫາ. ຜູ້ນຳເກົາຫຼີເໜືອກ່າວວ່າ ການຍິງລູກສອນໄຟຂີປະນາວຸດຂ້າມທະວີບໃນວັນທີ 18 ທັນວານີ້ ໄດ້ສະແດງໃຫ້ເຫັນວ່າປະເທດນີ້ຈະບໍ່ລັງເລທີ່ຈະຍິງລູກສອນໄຟນິວເຄລຍໃນກໍລະນີມີການຍຸຕິນິວເຄລຍໂດຍສັດຕູ.
HUY QUOC
ທີ່ມາ






(0)