SGGPO
ກປ.ອອນໄລ - ຕອນເຊົ້າວັນທີ 30 ມິຖຸນາ, ຢູ່ນະຄອນ ຮ່າຕິ້ງ, ກະຊວງສາທາລະນະສຸກ ໄດ້ສົມທົບກັບຄະນະກໍາມະການປະຊາຊົນແຂວງ ຮ່າຕິ້ງ ຈັດຕັ້ງ “ການໂຮມຊຸມນຸມຕອບສະໜອງວັນສຸຂະອະນາໄມຮັກຊາດ ປັບປຸງສຸຂະພາບຂອງປະຊາຊົນໃນປີ 2023 - ເພື່ອສຸຂະພາບຫວຽດນາມ ຍືນຍົງ”.
ກ່າວຄຳເຫັນທີ່ການແຫ່ຂະບວນ, ທ່ານນາງຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ: ພາຍຫຼັງ 10 ປີແຫ່ງການຜັນຂະຫຍາຍ, ການເຄື່ອນໄຫວຮັກສາສຸຂະອະນາໄມເພື່ອປັບປຸງສຸຂະພາບຂອງປະຊາຊົນໄດ້ຮັບຄວາມເອົາໃຈໃສ່ ແລະ ຊີ້ນຳຂອງອຳນາດການປົກຄອງທຸກຂັ້ນ; ການປະສານສົມທົບຂອງບັນດາກົມ, ສາຂາ, ສະຫະພັນ ແລະ ບັນດາອົງການຈັດຕັ້ງ ການເມືອງສັງຄົມ ຈາກສູນກາງລົງຮອດທ້ອງຖິ່ນ ໄດ້ສ້າງຜົນດີຕໍ່ຄວາມຍືນຍົງ. ຍ້ອນແນວນັ້ນ, ນ້ຳສະອາດ, ສຸຂະອະນາໄມສ່ວນຕົວ, ສຸຂາພິບານສິ່ງແວດລ້ອມ, ປ້ອງກັນພະຍາດ, ຄວາມປອດໄພຂອງອາຫານ ແລະ ສຸຂະອະນາໄມ, ອະນາໄມອາຊີບ, ອະນາໄມສະຖານທີ່ແພດ, ອະນາໄມສະຖາບັນການສຶກສາກໍ່ໄດ້ຮັບການປັບປຸງເທື່ອລະກ້າວ.
ທ່ານຮອງລັດຖະມົນຕີກະຊວງ ສາທາລະນະສຸກ ຫງວຽນທ້ຽນເຍີນ ກ່າວຄຳເຫັນທີ່ກອງປະຊຸມ |
ໃນໄລຍະຈະມາເຖິງ, ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຮຽກຮ້ອງບັນດາກະຊວງ, ຂະແໜງການ, ອຳນາດການປົກຄອງທຸກຂັ້ນ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ຈົ່ງຕັ້ງໜ້າຜັນຂະຫຍາຍແຜນການເຄື່ອນໄຫວຮັກສາສຸຂະອະນາໄມແຫ່ງຊາດ ປັບປຸງສຸຂະພາບຂອງປະຊາຊົນ ໄລຍະຮອດປີ 2030 ແລະ ແຜນການປະຈຳປີ, ສົມທົບກັນເຄື່ອນໄຫວເຂົ້າໃນແຜນການ, ແຜນງານ, ໂຄງການ...
ໃນໂອກາດນີ້, ຍັງໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MoU) ລະຫວ່າງກົມຄຸ້ມຄອງສິ່ງແວດລ້ອມແຫ່ງສຸຂະພາບ (ກະຊວງສາທາລະນະສຸກ) ແລະ Unilever ຫວຽດນາມ ກ່ຽວກັບໂຄງການເພື່ອສຸຂະພາບ ແລະ ຍືນຍົງ ຫວຽດນາມ ໄລຍະ 2023-2028 ດ້ວຍຫຼາຍໜ້າທີ່ສຳຄັນ.
ບັນດາສະມາຊິກຄະນະຊາວໜຸ່ມໄດ້ແຫ່ຂະບວນຢູ່ຖະໜົນສາຍຕ່າງໆໃນນະຄອນ ຮ່າຕິງ ດ້ວຍຄຳຖະແຫຼງວ່າ “ເພື່ອຫວຽດນາມມີສຸຂະພາບເຂັ້ມແຂງ ແລະ ຍືນຍົງ”. |
ພາຍຫຼັງການແຫ່ຂະບວນປະທ້ວງ, ບັນດາຜູ້ແທນ ແລະ ສະມາຊິກຄະນະຊາວໜຸ່ມປະມານ 200 ຄົນໄດ້ເຂົ້າຮ່ວມຂະບວນແຫ່ຢູ່ຖະໜົນສາຍໃຫຍ່ຂອງນະຄອນ ຮ່າຕິ້ງ ດ້ວຍຄຳປາໄສ “ເພື່ອຫວຽດນາມ ໃຫ້ມີສຸຂະພາບເຂັ້ມແຂງ ແລະ ຍືນຍົງ” ເພື່ອແນໃສ່ຊຸກຍູ້ປະຊາຊົນຍົກສູງສຸຂະອະນາໄມສິ່ງແວດລ້ອມ, ສຸຂະອະນາໄມສ່ວນຕົວ, ປ້ອງກັນພະຍາດ.
ທີ່ມາ
(0)