Vietnam.vn - Nền tảng quảng bá Việt Nam

ຫວຽດ​ນາມ - ອົດ​ສະ​ຕາ​ລີ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຫັນ​ເປັນ​ດິ​ຈິ​ຕອນ, ເສດ​ຖະ​ກິດ​ຂຽວ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

Báo Quốc TếBáo Quốc Tế17/11/2023

ຕອນ​ເຊົ້າ​ວັນ​ທີ 17 ພະຈິກ​ນີ້, ຢູ່​ນະຄອນ San Francisco, ອາ​ເມ​ລິ​ກາ, ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ APEC ຄັ້ງ​ທີ 30, ທ່ານ​ປະທານ​ປະ​ເທດ Vo Van Thuong ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ອົດ​ສະ​ຕາ​ລີ Anthony Albanese.
APEC 2023: Việt Nam-Australia tăng cường hợp tác trong các lĩnh vực chuyển đổi số, kinh tế xanh và ứng phó với biến đổi khí hậu
APEC 2023: ທ່ານ​ປະ​ທານ​ປະ​ເທດ Vo Van Thuong ພົບ​ປະ​ກັບ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ Anthony Albanese.

ການ​ນຳ​ສອງ​ທ່ານ​ໄດ້​ຕີ​ລາຄາ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ພິ​ເສດ​ແມ່ນ​ພາຍຫຼັງ​ສອງ​ປະ​ເທດ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 2018, ​ແລະ ​ໄດ້​ເຫັນ​ດີ​ວ່າ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ​ແລະ ບັນດາ​ໝາກຜົນ​ທີ່​ຕັ້ງໜ້າ​ໃນ​ຂົງ​ເຂດ​ການ​ຮ່ວມ​ມື​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ທ່ານ​ນາຍົກລັດຖະມົນຕີ ອົດ​ສະ​ຕາ​ລີ Anthony Albanese ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ໄດ້​ພົບ​ປະ​ກັບ​ທ່ານ​ປະທານ​ປະ​ເທດ Vo Van Thuong ​ອີກ​ເທື່ອ​ໜຶ່ງ ​ແລະ ຂອບ​ໃຈ ​ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຂອງ​ທ່ານ​ໃນ​ການ​ຢ້ຽມຢາມ ຫວຽດນາມ ​ໃນ​ເດືອນ 6 ຜ່ານ​ມາ.

ທ່ານນາຍົກລັດຖະມົນຕີ Albanese ຢືນຢັນວ່າ ອົດສະຕາລີ ຕີລາຄາສູງການພົວພັນຮ່ວມມືກັບ ຫວຽດນາມ ແລະ ປາດຖະໜາວ່າ ການພົວພັນຈະສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່, ແທດເໝາະກັບຄວາມສາມາດບົ່ມຊ້ອນຂອງສອງຝ່າຍ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ໃຫ້ບຸລິມະສິດ ODA ແລະ ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດຫັນເປັນດີຈີຕອນ, ເສດຖະກິດສີຂຽວ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ທ່ານ​ປະທານ​ປະ​ເທດ Vo Van Thuong ຊົມ​ເຊີຍ ອົດ​ສະ​ຕາ​ລີ ກ່ຽວ​ກັບ​ບັນດາ​ຜົນງານ​ດ້ານ​ເສດຖະກິດ - ສັງຄົມ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ແລະ ຕີ​ລາຄາ​ສູງ​ບັນດາ​ຜົນສຳ​ເລັດ​ຂອງ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ David Hurley ​ແລະ ທ່ານ​ນາຍົກລັດຖະມົນຕີ Anthony Albanese ​ໃນ​ປີ​ນີ້, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ.

ທ່ານ​ປະທານ​ປະ​ເທດ ຂອບ​ໃຈ​ລັດຖະບານ ອົດ​ສະ​ຕາ​ລີ ຍາມ​ໃດ​ກໍ່​ສະໜອງ​ແຫຼ່ງທຶນ ODA ​ໃຫ້​ແກ່​ຫວຽດນາມ ຢ່າງ​ໝັ້ນຄົງ, ​ໃນ​ນັ້ນ​ມີ​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ເປັນ​ສັນຍາ​ລັກ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ແລະ ໜູນ​ຊ່ວຍ ຫວຽດນາມ ປະຕິບັດ​ພາລະກິດ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ.

APEC 2023: Việt Nam-Australia tăng cường hợp tác trong các lĩnh vực chuyển đổi số, kinh tế xanh và ứng phó với biến đổi khí hậu
ພາບລວມຂອງກອງປະຊຸມ.

​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ສອງ​ປະ​ເທດ​ໃຫ້​ເລິກ​ເຊິ່ງກ່ວາ​ອີກ, ທ່ານ​ປະທານ​ປະ​ເທດ ປາດ​ຖະໜາ​ວ່າ 2 ຝ່າຍ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ຊຸກຍູ້​ບັນດາ​ກົນ​ໄກ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຄ້າ - ການ​ລົງທຶນ, ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ວັດທະນະທຳ, ການທ່ອງທ່ຽວ ​ແລະ ການ​ແລກປ່ຽນ​ປະຊາຊົນ ​ໂດຍ​ຜ່ານ​ການ​ເພີ່ມ​ຈຳນວນ​ຖ້ຽວ​ບິນ​ລະຫວ່າງ 2 ປະ​ເທດ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ອົດ​ສະ​ຕາ​ລີ ​ເຊື່ອມ​ໂຍງ ​ແລະ ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

ການ​ນຳ 2 ທ່ານ​ກໍ່​ເຫັນ​ດີ​ສືບ​ຕໍ່​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ ​ໃນ​ນັ້ນ​ມີ​ສະຫະ​ປະຊາ​ຊາດ, ອາ​ຊຽນ, APEC, ພ້ອມ​ທັງ​ແບ່ງປັນ​ທັດສະນະ ​ແລະ ຕີ​ລາຄາ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ການ​ຮ່ວມ​ມື​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ.



ທີ່ມາ

(0)

ວິຫານ Notre Dame ຢູ່ນະຄອນ ໂຮ່ຈີມິນ ໄດ້ສະຫວ່າງສະໄຫວເພື່ອຕ້ອນຮັບບຸນຄຣິສມາສ 2025
ເດັກຍິງຮ່າໂນ້ຍ "ແຕ່ງຕົວ" ທີ່ສວຍງາມສໍາລັບລະດູການວັນຄຣິດສະມາດ
ຫລັງ​ຈາກ​ລົມ​ພາຍຸ​ແລະ​ນ້ຳ​ຖ້ວມ, ໝູ່​ບ້ານ Tet chrysanthemum ​ເມືອງ Gia Lai ຫວັງ​ວ່າ​ຈະ​ບໍ່​ມີ​ໄຟຟ້າ​ໃຊ້​ເພື່ອ​ຊ່ວຍ​ປະ​ຢັດ​ໂຮງງານ.
ນະຄອນຫຼວງຂອງຕົ້ນຫມາກໂປມສີເຫຼືອງໃນພາກກາງໄດ້ຮັບຄວາມເສຍຫາຍຢ່າງຫນັກຫຼັງຈາກໄພພິບັດທໍາມະຊາດສອງເທົ່າ

ມໍລະດົກ

ຮູບ

ທຸລະກິດ

ຮ້ານກາເຟ ດາລາດ ເຫັນວ່າມີລູກຄ້າເພີ່ມຂຶ້ນ 300% ຍ້ອນວ່າ ເຈົ້າຂອງຫຼິ້ນລະຄອນ 'ລະຄອນສິລະປະການຕໍ່ສູ້'

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ

Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC