ໃນຂອບເຂດການເຮັດວຽກກັບຄະນະຜູ້ແທນປຶກສາຫາລືມາດຕາ IV ຂອງກອງທຶນເງິນຕາສາກົນ (IMF), ຕອນບ່າຍວັນທີ 24 ມິຖຸນາ, ກະຊວງການເງິນ ແລະ IMF ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການວິເຄາະບັນຫາງົບປະມານຂອງ IMF.
ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານຂອງ IMF ໄດ້ນຳສະເໜີກ່ຽວກັບ 3 ຫົວຂໍ້ຄື: ຄວາມຍືນຍົງໜີ້ສາທາລະນະ ແລະ ການເຂົ້າເຖິງແຫຼ່ງທຶນໃນຕະຫຼາດຂອງບັນດາປະເທດ ພ້ອມທັງຂໍ້ມູນເບື້ອງຕົ້ນກ່ຽວກັບຄວາມຍືນຍົງຂອງໜີ້ສາທາລະນະ ໂດຍອີງໃສ່ຂໍ້ມູນສະບັບປັບປຸງຂອງກະຊວງການເງິນ; ຄວາມໂປ່ງໃສດ້ານການເງິນ ແລະ ການແລກປ່ຽນປະສົບການຂອງບັນດາປະເທດໃນການປັບປຸງການລາຍງານງົບປະມານ ແລະ ຜົນປະໂຫຍດຂອງການເພີ່ມຄວາມໂປ່ງໃສທາງດ້ານງົບປະມານ; ສິ່ງທ້າທາຍຂອງຕະຫຼາດພັນທະບັດ ລັດຖະບານ ຫວຽດນາມ ແລະ ຂໍ້ສະເໜີແນະຂອງ IMF ເພື່ອພັດທະນາຕະຫຼາດພັນທະບັດລັດຖະບານຫວຽດນາມ.
ຜູ້ຕາງໜ້າກົມຄຸ້ມຄອງໜີ້ສິນ ແລະ ການເງິນພາຍນອກ, ກົມງົບປະມານແຫ່ງລັດ, ຄັງເງິນແຫ່ງລັດ, ກົມທະນາຄານ ແລະ ການເງິນ (ກະຊວງການເງິນ) ແລະ ຜູ້ຕາງໜ້າກະຊວງແຜນການ ແລະ ການລົງທຶນ ກໍ່ໄດ້ແລກປ່ຽນຂໍ້ມູນຂ່າວສານກັບ IMF ກ່ຽວກັບບັນຫາໜີ້ສາທາລະນະ, ພັນທະບັດລັດຖະບານ ແລະ ຄວາມໂປ່ງໃສງົບປະມານຂອງລັດ.
ກ່ຽວກັບເນື້ອໃນຄວາມຍືນຍົງຂອງໜີ້ສາທາລະນະ, ບັນດານັກຊ່ຽວຊານ IMF ຕີລາຄາວ່າ, ໝາກຜົນການວິເຄາະຂອງ IMF ໄດ້ສະແດງໃຫ້ເຫັນວ່າ, ໂດຍທົ່ວໄປແລ້ວ, ຄາດຄະເນງົບປະມານຂອງຫວຽດນາມ ແມ່ນຄົງຕົວພໍສົມຄວນ. ອັດຕາການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ແມ່ນຂ້ອນຂ້າງແຂງແຮງ ແລະ ສູງເມື່ອທຽບໃສ່ບັນດາປະເທດທີ່ພົ້ນເດັ່ນອື່ນ. ໜີ້ສາທາລະນະໄລຍະກາງຂອງຫວຽດນາມ ຍັງຖືກຄວບຄຸມ.
ຕາມທ່ານ Paulo Medas, ຫົວໜ້າຄະນະປຶກສາຫາລື ມາດຕາ IV ຂອງ IMF ແລ້ວ, ໃນຊຸມປີມໍ່ໆມານີ້, ຍ້ອນຜົນກະທົບຂອງຄວາມວິຕົກກັງວົນຫຼາຍຄັ້ງ, ລະດັບໜີ້ສິນສາທາລະນະຂອງບັນດາປະເທດໃນພາກພື້ນອາຊີສ່ວນຫຼາຍແມ່ນຂ້ອນຂ້າງສູງ, ບາງປະເທດໄດ້ເພີ່ມຂຶ້ນທົບສອງເທົ່າ ແລະ ລະດັບໜີ້ສິນເພີ່ມຂຶ້ນຫຼາຍກວ່າສອງເທົ່າ. ເຖິງຢ່າງໃດກໍຕາມ, ຫວຽດນາມ ແມ່ນໜຶ່ງໃນບັນດາຂໍ້ຍົກເວັ້ນເມື່ອໄດ້ຮັກສາລະດັບໜີ້ສິນແບບຍືນຍົງ ແລະ ຕ່ຳເມື່ອທຽບໃສ່ບັນດາປະເທດອື່ນໃນພາກພື້ນ. ຜູ້ຕາງໜ້າ IMF ກໍ່ໃຫ້ຮູ້ວ່າ: ບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍບາງຢ່າງທີ່ ຫວຽດນາມ ພວມປະເຊີນໜ້ານັ້ນ ແມ່ນມີຢູ່ທົ່ວໄປໃນອາຊີ. ເຖິງຢ່າງໃດກໍຕາມ, ທ່ານ Paulo Medas ຖືວ່າ, ບັນຫາສຳຄັນພິເສດແມ່ນຢູ່ຫວຽດນາມ, ການເກັບພາສີອາກອນຍັງຕ່ຳຫຼາຍເມື່ອທຽບໃສ່ບັນດາປະເທດໃນໂລກ. ປະຊາກອນຜູ້ສູງອາຍຸຍັງເພີ່ມຄວາມກົດດັນຕໍ່ການໃຊ້ຈ່າຍສາທາລະນະຂອງລັດຖະບານ ...
ກ່ຽວກັບການພັດທະນາຕະຫຼາດພັນທະບັດລັດຖະບານ, ຕາມທ່ານນາງ ໂຮ່ຫວຽດຮຸງ, ຫົວໜ້າກົມຕະຫຼາດການເງິນ ໂດຍໄດ້ຮັບການໜູນຊ່ວຍຈາກທະນາຄານໂລກແລ້ວ, ປີ 2018, ຫວຽດນາມ ໄດ້ສ້າງຂອບເຂດກົດໝາຍໃຫ້ຕະຫຼາດພັນທະບັດ, ໃນນັ້ນມີຕະຫຼາດພັນທະບັດລັດຖະບານ. ນັບແຕ່ນັ້ນມາ, ປັດໄຈພື້ນຖານຫຼາຍຢ່າງໃນການພັດທະນາຕະຫຼາດແຫ່ງນີ້ກໍ່ໄດ້ຮັບການກໍ່ສ້າງ, ລວມທັງການຜັນຂະຫຍາຍພື້ນຖານຜູ້ລົງທຶນ, ຕ້ອງການເສັ້ນໂຄ້ງຜົນຜະລິດໂດຍອີງໃສ່ບັນດາປັດໄຈຕະຫຼາດ, ແລະ ອື່ນໆ.
ເຖິງວ່າປະຈຸບັນການສະໜອງພັນທະບັດລັດຖະບານຫວຽດນາມຍັງຖືກຈຳກັດຕາມການວິເຄາະຂອງ IMF, ແຕ່ທ່ານນາງ ຮ່ວາງຈູງຫາຍ ເຊື່ອໝັ້ນວ່າ ຫວຽດນາມ ບັນລຸໄດ້ບາງຜົນງານທີ່ມີຄວາມລະມັດລະວັງ, ຮັກສາອັດຕາໜີ້ສິນ/GDP ໃຫ້ຕ່ຳ, ດັ່ງນັ້ນ, ລະດັບສິນເຊື່ອຂອງລັດຖະບານກໍ່ໄດ້ຮັບການປັບປຸງນັບແຕ່ປີ. ຕາມທ່ານນາງ ຮ່ວາງຈູງຫາຍ ແລ້ວ, ໃນຊຸມປີມໍ່ໆມານີ້, ຫວຽດນາມ ມີລາຍຮັບງົບປະມານແຫ່ງລັດຢ່າງມີປະສິດທິຜົນ, ລາຍຈ່າຍງົບປະມານແຫ່ງລັດຖືກຄວບຄຸມຢ່າງດີ, ຈ່າຍຄືນຕົ້ນທຶນຕ່ຳ, ສະນັ້ນຍັງບໍ່ທັນອອກພັນທະບັດລັດຖະບານຫຼາຍສະບັບ ແລະ ມາຮອດປະຈຸບັນ, ຫວຽດນາມ ຍັງບໍ່ທັນບັນລຸລະດັບອັດຕາດອກເບັ້ຍ. ແທ້ຈິງແລ້ວ, ການອອກເທົ່າໃດແມ່ນຂຶ້ນກັບຄວາມຕ້ອງການກູ້ຢືມຂອງລັດຖະບານ. ນອກນີ້, ຫວຽດນາມ ຍັງບໍ່ທັນໄດ້ອອກພັນທະບັດລັດຖະບານໃນທຸກລະດັບອັດຕາດອກເບ້ຍ....
ທີ່ມາ: https://laodong.vn/kinh-doanh/chuyen-gia-imf-viet-nam-co-trien-vong-tai-khoa-tuong-doi-on-dinh-1357126.ldo






(0)