ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon, ທ່ານນາຍົກລັດຖະມົນຕີ Pham Minh Chinh ພ້ອມດ້ວຍພັນລະຍາ ຈະມາຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການແຕ່ວັນທີ 9-11/3. ເນື່ອງໃນໂອກາດນີ້, ທ່ານນາງ Suz Jessep, ຜູ້ອຳນວຍການບໍລິຫານມູນນິທິອາຊີ - ນິວຊີແລນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ VNA ປະຈຳໂອເຊເນຍ ກ່ຽວກັບເຫດການສຳຄັນ ແລະ ມີຄວາມໝາຍດັ່ງກ່າວ.
ຕອນເຊົ້າວັນທີ 27 ມິຖຸນານີ້, ຢູ່ນອກກອງປະຊຸມຜູ້ບຸກເບີກເວທີປາໄສ ເສດຖະກິດ ໂລກ (WEF) ຄັ້ງທີ 14 ຢູ່ນະຄອນທຽນສິນ (ຈີນ), ຕອນເຊົ້າວັນທີ 27 ມິຖຸນາ 2023, ທ່ານນາຍົກລັດຖະມົນຕີ ຟ້າມມິງເຊີນ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ນິວຊີແລນ Chris Hipkins. ພາບ: ເຢືອງ/VNA
ຕາມທ່ານນາງ Suz Jessep ແລ້ວ, ການຢ້ຽມຢາມນິວຊີແລນຂອງທ່ານນາຍົກລັດຖະມົນຕີ Pham Minh Chinh ແມ່ນມີຄວາມໝາຍຢ່າງແທ້ຈິງ. ນີ້ແມ່ນໂອກາດເພື່ອໃຫ້ ນິວຊີແລນ ແລະ ຫວຽດນາມ ເພີ່ມທະວີການພົວພັນຮ່ວມມືໃນລະດັບສູງສຸດ ແລະ ແລກປ່ຽນຄຳເຫັນກ່ຽວກັບຫຼາຍບັນຫາສຳຄັນຂອງ 2 ປະເທດ. ການທີ່ ຫວຽດນາມ ໄດ້ສົ່ງຄະນະຜູ້ແທນຂັ້ນສູງ ແລະ ລະດັບສູງໄປຢ້ຽມຢາມ ນິວຊີແລນ ເປັນການຢັ້ງຢືນໃຫ້ເຫັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນກັບປະເທດມະຫາສະໝຸດນີ້. ໃນປີ 2025, ນິວຊີແລນ ແລະ ຫວຽດນາມ ຈະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. 5 ທົດສະວັດຜ່ານມາ, ການນຳສອງປະເທດໄດ້ຮັບການເພີ່ມທະວີການຮ່ວມມືລະຫວ່າງລັດຖະບານ ແລະ ການພົບປະແລກປ່ຽນປະຊາຊົນ, ຊຸກຍູ້ການພົວພັນຮອບດ້ານໃນຂົງເຂດປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ກິລາ, ວິທະຍາສາດ, ສິລະປະແລະອື່ນໆອີກຫຼາຍຂົງເຂດ. ໂດຍລວມແລ້ວ, ການພົວພັນລະຫວ່າງ ນິວຊີແລນ ແລະ ຫວຽດນາມ ແມ່ນມີຊີວິດຊີວາທີ່ສຸດ ແລະ ນັ້ນແມ່ນສິ່ງທີ່ຄວນສະແດງໃຫ້ເຫັນ. ນີ້ກໍແມ່ນພື້ນຖານເພື່ອໃຫ້ສອງປະເທດສືບຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດໃນອະນາຄົດ. ທ່ານນາງ Suz Jessep ຫວນຄືນວ່າ, ປີ 2020, ນິວຊີແລນ ແລະ ຫວຽດນາມ ໄດ້ຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດ. ນີ້ແມ່ນການຮັບຮູ້ເຖິງການພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ສອງປະເທດໄດ້ສ້າງຂຶ້ນຮ່ວມກັນ, ແຕ່ຍັງສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາວ່າ 2 ປະເທດຈະສືບຕໍ່ຮ່ວມມືກັນ ແລະ ເພີ່ມທະວີຜົນປະໂຫຍດລວມ. ນິວຊີແລນ ໄດ້ສົມທົບກັບຫວຽດນາມ ເພື່ອພັດທະນາຂະແໜງກະສິກຳ, ເພີ່ມທະວີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພທຳມະຊາດ, ໜູນຊ່ວຍການພັດທະນາກຳລັງແຮງງານທີ່ມີຄວາມຊຳນານ ແລະ ມີຄຸນນະພາບສູງ. ຫວຽດນາມ ໄດ້ກາຍເປັນສູນກາງດ້ານການຄ້າ ແລະ ນະວັດຕະກຳຂອງພາກພື້ນ, ນິວຊີແລນສາມາດຮຽນຮູ້ຫຼາຍຢ່າງຈາກປະສົບການ ແລະ ຄວາມຊ່ຽວຊານຂອງ ຫວຽດນາມ. ທ່ານນາງ Suz Jessep ຢືນຢັນວ່າ ນິວຊີແລນ ແລະ ຫວຽດນາມ ມີບັນດາເພື່ອນມິດທີ່ເປັນມູນເຊື້ອ, ສະນັ້ນ ມີກາລະໂອກາດຮ່ວມມືກັບບັນດາປະເທດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂບັນດາສິ່ງທ້າທາຍຂ້າມຊາຍແດນ. ກ່າວຄຳເຫັນກ່ຽວກັບການຮ່ວມມືສອງຝ່າຍໃນການຊຸກຍູ້ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ອາຊີ - ປາຊີຟິກ , ທ່ານນາງ Suz Jessep ຖືວ່າ, 2 ປະເທດສະໜັບສະໜູນພາກພື້ນສັນຕິພາບທີ່ປົກຄອງດ້ວຍກົດໝາຍ, ເຄົາລົບອະທິປະໄຕ ແລະ ຄວາມເສລີໃນການເດີນເຮືອ. ຕາມທ່ານນາງແລ້ວ, ການປົກປັກຮັກສາ ແລະ ຊຸກຍູ້ຄວາມວັດທະນາຖາວອນ ແລະ ສະຖຽນລະພາບລວມ ຮຽກຮ້ອງໃຫ້ ນິວຊີແລນ ແລະ ຫວຽດນາມ ພ້ອມກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາປະເທດມະຫາອຳນາດໃນພາກພື້ນ ສືບຕໍ່ຮ່ວມມື. ກ່າວຄຳເຫັນກ່ຽວກັບແງ່ຫວັງຂອງການພົວພັນນິວຊີແລນ - ຫວຽດນາມ ໃນໄລຍະຈະມາເຖິງ, ທ່ານນາງ Suz Jessep ຖືວ່າ, 2 ປະເທດມີຄວາມສາມາດບົ່ມຊ້ອນພັດທະນາການຮ່ວມມືໃນຫຼາຍຂົງເຂດ. ມູນນິທິ ອາຊີ - ນິວຊີແລນ ພວມສົມທົບກັນໜູນຊ່ວຍສ້າງສາຍພົວພັນລະຫວ່າງບັນດາຜູ້ທີ່ມີພອນສະຫວັນ ນິວຊີແລນ ກັບບັນດາຄູ່ຮ່ວມມືໃນອາຊີ, ໃນນັ້ນມີບັນດານັກທຸລະກິດໜຸ່ມທີ່ພວມມານະພະຍາຍາມແກ້ໄຂສິ່ງທ້າທາຍໃນອະນາຄົດເຊັ່ນ: ຄວາມຕ້ອງການອາຫານ, ການປັບຕົວກັບການປ່ຽນແປງຂອງດິນຟ້າອາກາດ, ເຕັກໂນໂລຢີ, ພະລັງງານສີຂຽວ ແລະ ອື່ນໆ. ທ່ານນາງ Suz Jessep ໃຫ້ຮູ້ວ່າ: ຈຳນວນນັກສຶກສາຫວຽດນາມ ໄປຮ່ຳຮຽນຢູ່ ນິວຊີແລນ ພວມເພີ່ມຂຶ້ນ ແລະ ນຳມາໃຫ້ເຂົາເຈົ້າມີຄວາມສາມາດ ແລະ ຄວາມເກັ່ງກ້າສາມາດດ້ານວັດທະນະທຳທີ່ປະເທດມະຫາສະໝຸດນີ້ຕ້ອງການ. ໃນເດືອນ 4/2024, ມູນນິທິ ອາຊີ - ນິວຊີແລນ ຈະນຳຄະນະຜູ້ນຳໜຸ່ມ ນິວຊີແລນ ມາ ຫວຽດນາມ ເພື່ອຊອກຮູ້ກ່ຽວກັບປະເທດ, ເສດຖະກິດ, ປະຫວັດສາດ, ສ້າງການພົວພັນກັບການນຳໜຸ່ມ ຫວຽດນາມ. ໃນເດືອນ 5/2024, ມູນນິທິຈະນຳພາຄະນະຜູ້ຈັດການດ້ານສິລະປະໄປຫວຽດນາມ ເພື່ອຊອກຮູ້ກ່ຽວກັບວິວັດການສິລະປະຂອງຫວຽດນາມ ທີ່ພວມເຕີບໂຕ ແລະ ເຊື່ອມຕໍ່ກັບນັກສິລະປິນຫວຽດນາມ. ມູນນິທິອາຊີ - ນິວຊີແລນ ຍັງຈະຕ້ອນຮັບຄະນະຜູ້ປະກອບການການທ່ອງທ່ຽວ ແລະ ທຸລະກິດກະເສດຂອງອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີ ຫວຽດນາມ ເພື່ອຊອກຮູ້ກ່ຽວກັບຂະແໜງກະສິກຳ ແລະ ທ່ອງທ່ຽວນິວຊີແລນ ແລະ ແບ່ງປັນຄຳເຫັນກັບບັນດາຄູ່ຮ່ວມມືທ້ອງຖິ່ນ. ການເຊື່ອມຕໍ່ດັ່ງກ່າວໄດ້ຊ່ວຍໃຫ້ສອງປະເທດພັດທະນາການເຊື່ອມໂຍງດ້ານການຄ້າ ແລະ ເບິ່ງນອກຈາກທັດສະນະການຄ້າ, ເຊິ່ງທ່ານ Suz Jessep ເຊື່ອວ່າເປັນສິ່ງຈຳເປັນເພື່ອສ້າງການພົວພັນທີ່ແໜ້ນແຟ້ນ ແລະ ໝັ້ນຄົງກວ່າ.






(0)