ຕາມນັກຂ່າວ VNA ຢູ່ ອົດສະຕາລີ ແລ້ວ, ທີ່ການພົບປະ, ທ່ານຮອງລັດຖະມົນຕີ Karen ໄດ້ຕີລາຄາສູງບັນດາໝາກຜົນແຫ່ງການຮ່ວມມືດ້ານການສຶກສາລະຫວ່າງ ອົດສະຕາລີ ແລະ ຫວຽດນາມ ໃນໄລຍະມໍ່ໆມານີ້; ຮັບຮູ້ ແລະ ຂອບໃຈສະຖານທູດທີ່ໄດ້ໃຫ້ການສະໜັບສະໜູນ ແລະ ສົມທົບກັບກະຊວງສຶກສາ ອົດສະຕຣາລີ ໃນການຊຸກຍູ້ການຮ່ວມມືດ້ານການສຶກສາລະຫວ່າງ 2 ປະເທດ, ໃນນັ້ນມີການເຄື່ອນໄຫວຂອງມະຫາວິທະຍາໄລ RMIT ຢູ່ ຫວຽດນາມ; ແລະປັບປຸງນະໂຍບາຍໃໝ່ຂອງ ລັດຖະບານ ອົດສະຕຣາລີສຳລັບນັກສຶກສາຕ່າງປະເທດ, ລວມທັງການເພີ່ມເພດານການລົງທະບຽນນັກສຶກສາຕ່າງປະເທດເພີ່ມຂຶ້ນອີກ 250,000 ຄົນພາຍໃນປີ 2026.
ທ່ານນາງ Karen ໃຫ້ຮູ້ວ່າ, ຫວຽດນາມ ຍາມໃດກໍ່ແມ່ນຈຸດສຸມບຸລິມະສິດຂອງລັດຖະບານ ອົດສະຕາລີ ແລະ ຂະແໜງການສຶກສາສາກົນ, ຕາມນັ້ນແລ້ວ, ທ່ານລັດຖະມົນຕີສຶກສາ ອົດສະຕາລີ Jason Clare ຈະມາຢ້ຽມຢາມ ຫວຽດນາມ, ຄາດວ່າໃນທ້າຍປີ 2025. ການຢ້ຽມຢາມຈະສຸມໃສ່ແລກປ່ຽນ, ແບ່ງປັນປະສົບການໃນຂົງເຂດການສຶກສາຊັ້ນສູງ, ໂອກາດການຈ້າງງານໃຫ້ແກ່ນັກຮຽນ ກໍ່ຄືການຝຶກອົບຮົມວິຊາຊີບ ແລະ ພັດທະນາບັນດາຮູບແບບການສຶກສາຂ້າມຊາຍແດນ.
ສ່ວນທ່ານນາງເອກອັກຄະລັດຖະທູດ Pham Hung Tam ຊົມເຊີຍທ່ານນາງ Karen ທີ່ໄດ້ຖືກມອບໝາຍໜ້າທີ່ເປັນຮອງລັດຖະມົນຕີກະຊວງສຶກສາ ອົດສະຕຣາລີ, ເນັ້ນໜັກວ່າ: ການສຶກສາ ແລະ ບຳລຸງສ້າງ ຍາມໃດກໍ່ແມ່ນໜຶ່ງໃນ 6 ເສົາຄ້ຳໃນການຮ່ວມມືລະຫວ່າງ 2 ປະເທດນັບແຕ່ ຫວຽດນາມ ແລະ ອົດສະຕາລີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນມີນາ 2024.
ທ່ານເອກອັກຄະລັດຖະທູດ ໄດ້ແບ່ງປັນວ່າ, ໃນການຢ້ຽມຢາມ ອົດສະຕາລີ ເມື່ອບໍ່ດົນມານີ້, ທ່ານ Sam Mostyn ຜູ້ວ່າການປົກຄອງປະເທດ ອົດສະຕາລີ ຢູ່ ຫວຽດນາມ, ການສຶກສາ ກໍ່ແມ່ນບັນຫາທີ່ໜ້າສົນໃຈ ແລະ ຕີລາຄາສູງ.
ອີງຕາມການສະເໜີຂອງທ່ານຮອງລັດຖະມົນຕີ Karen, ທ່ານເອກອັກຄະລັດຖະທູດ ໄດ້ໃຫ້ຂໍ້ມູນກ່ຽວກັບມະຕິ 57-NQ/TW ຂອງ ກົມການເມືອງ ຫວຽດນາມ ກ່ຽວກັບບັນດາບາດກ້າວບຸກທະລຸໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນແຫ່ງຊາດ ແລະ ມະຕິ 71-NQ/TW ຂອງກົມການເມືອງ ຫວຽດນາມ ກ່ຽວກັບບັນດາບາດກ້າວບຸກທະລຸໃນການສຶກສາ ແລະ ບຳລຸງສ້າງ. ດ້ວຍເຫດນີ້, ທ່ານເອກອັກຄະລັດຖະທູດ Pham Hung Tam ປາດຖະໜາວ່າ ຫວຽດນາມ ແລະ ອົດສະຕາລີ ຈະສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານການສຶກສາໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດໃນໄລຍະຈະມາເຖິງ.
ທີ່ມາ: https://baotintuc.vn/giao-duc/viet-nam-nam-trong-trong-tam-uu-tien-cua-nganh-giao-duc-quoc-te-australia-20251002191314578.htm
(0)