ນີ້​ແມ່ນ FTA ຄັ້ງ​ທຳ​ອິດ​ລະຫວ່າງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ອິດສະຣາ​ແອນ ​ແລະ FTA ຄັ້ງ​ທີ 16 ລະຫວ່າງ ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື​ໃນ​ໂລກ.

ການລົງນາມ FTA ລະຫວ່າງ ຫວຽດນາມ ແລະ ອິດສະຣາແອນ ແມ່ນໝາກຜົນແຫ່ງຄວາມມານະພະຍາຍາມອັນບໍ່ອິດເມື່ອຍຂອງ 2 ປະເທດພາຍຫຼັງ 7 ປີ ດ້ວຍການເຈລະຈາ 12 ຄັ້ງ ແລະ ມີຄວາມໝາຍຍິ່ງກວ່າອີກໃນສະພາບການທີ່ 2 ປະເທດພວມດຳເນີນຫຼາຍການເຄື່ອນໄຫວຕົວຈິງ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ .

ທ່ານ​ຮອງ​ນາຍົກລັດຖະມົນຕີ ເຈີ່ນ​ດ້າຍ​ກວາງ ​ແລະ ທ່ານ​ນາຍົກລັດຖະມົນຕີ ອິດສະຣາ​ແອນ Benjamin Netanyahu ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອິດສະຣາ​ແອນ (VIFTA).

VIFTA ​ແມ່ນ​ສັນຍາ​ຮອບດ້ານ, ​ໂດຍ​ກວມ​ເອົາ​ຫຼາຍ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື: ການ​ຄ້າ​ສິນຄ້າ, ການ​ບໍລິການ - ການ​ລົງທຶນ, ລະບຽບ​ການ​ຕົ້ນ​ກຳ​ເນີ​ດ, ມາດ​ຕະການ​ສຸຂານາ​ໄມພືດ, ພາສີ, ການຈັດ​ຊື້​ຂອງ ​ລັດຖະບານ ​ແລະ ອື່ນໆ.

ດ້ວຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນທຸກບົດຂອງສັນຍາ, ພິເສດແມ່ນຄຳໝັ້ນສັນຍາອັນໜັກແໜ້ນຂອງ 2 ຝ່າຍເພີ່ມທະວີອັດຕາເສລີການຄ້າກັບອັດຕາເສລີພາບລວມ ໂດຍສິ້ນສຸດເສັ້ນທາງສັນຍາຂອງ ອິດສະຣາແອນ ແມ່ນ 92,7% ອັດຕາພາສີ, ໃນຂະນະທີ່ ຫວຽດນາມ ກວມ 85,8% ຂອງວົງເງິນພາສີ, ສອງຝ່າຍຄາດວ່າ ວົງເງິນການຄ້າ 2 ສົ້ນຈະບັນລຸໄດ້ສູງກ່ວາ 3 ຕື້ USD ໂດຍໄວ.

ນອກຈາກ​ການ​ປະກອບສ່ວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ການ​ຄ້າ​ສອງ​ສົ້ນ​ແລ້ວ, VIFTA ຄາດ​ວ່າ​ຈະ​ເປັນ​ຂີດ​ໝາຍ​ເພື່ອ​ຊ່ວຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ລົງທຶນ, ການ​ຄ້າ​ການ​ບໍລິການ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ​ເຕັກ​ໂນ​ໂລ​ຢີ...

ອິດສະຣາແອນ ແມ່ນປະເທດທີ່ພັດທະນາແລ້ວ ດ້ວຍກຳລັງແຮງດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກຳ, ການລົງທຶນ ແລະ ອື່ນໆ, ໃນຂະນະທີ່ ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນທີ່ສຸດໃນພາກພື້ນ ແລະ ໃນໂລກ, ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບ 3 ຂອງ ອາຊຽນ ດ້ວຍ GDP ເກືອບ 410 ຕື້ USD.

ກ່ຽວ​ກັບ​ການ​ຄ້າ​ກັບ​ຕ່າງປະ​ເທດ, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ 20 ພື້ນຖານ​ເສດຖະກິດ​ການ​ຄ້າ​ສາກົນ​ທີ່​ມີ​ມູນ​ຄ່າ​ການ​ນຳ​ເຂົ້າ - ສົ່ງ​ອອກ​ບັນລຸ​ກວ່າ 668 ຕື້ USD ​ໃນ​ປີ 2021 ​ແລະ ບັນລຸ​ເກືອບ 735 ຕື້ USD ​ໃນ​ປີ 2022.

​ເລື່ອງ​ລົງ​ນາມ ​ແລະ ປະຕິບັດ VIFTA ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຫວຽດນາມ ຊຸກຍູ້​ການ​ສົ່ງ​ອອກ​ບັນດາ​ຜະລິດ​ຕະພັນ​ທີ່​ເຂັ້ມ​ແຂງ​ຂອງ​ຕົນ ບໍ່​ພຽງ​ແຕ່​ໄປ​ຍັງ ອິດສະຣາ​ແອນ ​ເທົ່າ​ນັ້ນ ຫາກ​ຍັງ​ເຂົ້າ​ເຖິງ​ຕະຫຼາດ​ອື່ນ​ຢູ່​ຕາ​ເວັນ​ອອກ​ກາງ, ອາ​ຟຼິກາ​ເໜືອ ​ແລະ ​ເອີ​ລົບ​ໃຕ້.

ໃນທາງກົງກັນຂ້າມ, ສິນຄ້າ ແລະ ເຕັກໂນໂລຢີຂອງ ອິດສະຣາແອນ ບໍ່ພຽງແຕ່ມີໂອກາດເຂົ້າເຖິງຕະຫຼາດຂອງຫວຽດນາມ ທີ່ມີປະຊາກອນກວ່າ 100 ລ້ານຄົນເທົ່ານັ້ນ, ແຕ່ຜ່ານ ຫວຽດນາມ ກໍ່ຈະມີໂອກາດເຂົ້າເຖິງຕະຫຼາດບັນດາປະເທດ ອາຊຽນ, ອາຊີ - ປາຊີຟິກ ແລະ ບັນດາພື້ນຖານເສດຖະກິດໃຫຍ່ໃນ 16 FTA ທີ່ຫວຽດນາມ ເປັນສະມາຊິກ.

VIFTA ຈະ​ສ້າງ​ພື້ນຖານ​ເພື່ອ​ໃຫ້ 2 ຝ່າຍ​ສືບ​ຕໍ່​ດຳ​ເນີນ​ການ​ເຈລະຈາ, ມຸ່ງ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ບັນດາ​ຂໍ້​ຕົກລົງ​ອື່ນໆ​ຄື: ສັນຍາ​ການ​ສົ່ງ​ເສີມ ​ແລະ ປົກ​ປັກ​ຮັກສາ​ການ​ລົງທຶນ, ສືບ​ຕໍ່​ສ້າງ​ຂອບ​ເຂດ​ນິຕິ​ກຳ​ໃຫ້​ແກ່​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ 2 ປະ​ເທດ.

MINH AN

* ກະລຸນາເຂົ້າໄປທີ່ພາກວິຊາເສດຖະສາດເພື່ອເບິ່ງຂ່າວ ແລະບົດຄວາມທີ່ກ່ຽວຂ້ອງ.