ບໍລິສັດການບິນຫວຽດນາມ ປະກາດຈະເພີ່ມຄວາມຖີ່ຂອງການບິນໃນເສັ້ນທາງຮ່າໂນ້ຍ - ມານີລາເປັນປະຈຳວັນແຕ່ວັນທີ 1 ເມສານີ້. ເສັ້ນທາງໂຮຈີມິນ - ມານີລາຍັງຈະມີການດັດປັບຕາຕະລາງເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ໂດຍສານໃຫ້ດີຂຶ້ນ.
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການການເດີນທາງລະຫວ່າງຫວຽດນາມ ແລະ ຟີລິບປິນເພີ່ມຂຶ້ນ, ບໍລິສັດການບິນ ຫວຽດນາມ ຈະເພີ່ມຄວາມຖີ່ຂອງຖ້ຽວບິນໃນເສັ້ນທາງ ຮ່າໂນ້ຍ - ມານີລາ ຈາກ 3 ຖ້ຽວຕໍ່ອາທິດເປັນ 7 ຖ້ຽວຕໍ່ອາທິດ, ໂດຍກົງກັບຕາຕະລາງປະຕິບັດການ 1 ຖ້ຽວຕໍ່ມື້.

ສາຍການບິນຫວຽດນາມແມ່ນສາຍການບິນຫວຽດນາມທຳອິດທີ່ບິນໂດຍກົງໄປຟີລິບປິນ.
ຕາຕະລາງການບິນລະຫວ່າງນະຄອນໂຮ່ຈິມິນໄປມານີລາຈະຖືກປັບເປັນ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພະຫັດ, ວັນສຸກແລະວັນອາທິດ. ສະນັ້ນ, ນັບແຕ່ເດືອນ 4/2025, ຈຳນວນຖ້ຽວບິນລະຫວ່າງຫວຽດນາມ ແລະ ຟີລິບປິນຈະເພີ່ມຂຶ້ນເປັນ 11 ຖ້ຽວຕໍ່ອາທິດ, ອຳນວຍຄວາມສະດວກໃນການເດີນທາງ ແລະ ການຄ້າລະຫວ່າງ 2 ປະເທດ.
ທ່ານ ດັ້ງແອງຕວນ, ຮອງຜູ້ອຳນວຍການໃຫຍ່ບໍລິສັດການບິນຫວຽດນາມ ໃຫ້ຮູ້ວ່າ: ແຕ່ເດືອນ 6/2024, Vietnam Airlines ຈະແມ່ນສາຍການບິນຫວຽດນາມທຳອິດທີ່ດຳເນີນການບິນໂດຍກົງເຊື່ອມຕໍ່ຫວຽດນາມ ແລະ ຟີລິບປິນ.
“ພາຍຫຼັງເກືອບ 1 ປີແຫ່ງການເຄື່ອນໄຫວ, ເສັ້ນທາງການບິນລະຫວ່າງ ຫວຽດນາມ ແລະ ຟີລິບປິນ ໄດ້ຢືນຢັນບົດບາດເປັນຂົວຕໍ່ຄົມມະນາຄົມ, ທັງແມ່ນກຳລັງໜູນສຳຄັນເພື່ອຊຸກຍູ້ການຮ່ວມມືດ້ານ ເສດຖະກິດ , ການທ່ອງທ່ຽວ ແລະ ວັດທະນະທຳລະຫວ່າງ 2 ປະເທດ.
“ການເພີ່ມຄວາມຖີ່ຂອງຖ້ຽວບິນລະຫວ່າງ ຮ່າໂນ້ຍ ແລະ ມານີລາ ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງສາຍການບິນ ຫວຽດນາມ ໃນການສະໜອງຄວາມສະດວກສະບາຍສູງສຸດໃຫ້ແກ່ຜູ້ໂດຍສານ, ພ້ອມທັງປະກອບສ່ວນຢັ້ງຢືນທີ່ຕັ້ງຂອງ ຫວຽດນາມ ກ່ຽວກັບແຜນທີ່ການບິນພາກພື້ນ”, ທ່ານ ຕວນ ເນັ້ນໜັກວ່າ, ດ້ວຍການພັດທະນານີ້, ການພົວພັນສອງຝ່າຍ ຫວຽດນາມ - ຟີລິບປິນ ຈະນັບມື້ນັບເຂັ້ມແຂງ, ເປີດໂອກາດໃໝ່ຫຼາຍຢ່າງໃຫ້ແກ່ສອງຝ່າຍ.
ຟີລິບປິນແມ່ນຕະຫຼາດທີ່ມີທ່າແຮງຂອງຫວຽດນາມ. ໃນປີ 2024, ຈຳນວນນັກທ່ອງທ່ຽວຟີລິບປິນມາຫວຽດນາມເພີ່ມຂຶ້ນ 73,6% ເມື່ອທຽບໃສ່ປີກາຍ, ໃນຂະນະທີ່ຈຳນວນນັກທ່ອງທ່ຽວຫວຽດນາມມາຟີລິບປິນບັນລຸເກືອບ 60.000 ຄົນ, ຕາມຂໍ້ມູນຂອງກົມທ່ອງທ່ຽວຟີລິບປິນ. ຕົວເລກດັ່ງກ່າວສະແດງໃຫ້ເຫັນຄວາມຫວັງອັນໃຫຍ່ຫຼວງໃນການພັດທະນາການທ່ອງທ່ຽວ ແລະ ການຄ້າລະຫວ່າງສອງປະເທດ.
ການເພີ່ມຄວາມຖີ່ຂອງການບິນລະຫວ່າງ ຫວຽດນາມ ແລະ ຟີລິບປິນ ແມ່ນບາດກ້າວບຸກທະລຸສຳຄັນໃນການເຊື່ອມຕໍ່ລະຫວ່າງ 2 ປະເທດ.
ຕາມຜູ້ຕາງໜ້າບໍລິສັດການບິນຫວຽດນາມແລ້ວ, ເຫດການນີ້ມີຄວາມໝາຍຍິ່ງກວ່າອີກ, ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງບໍລິສັດການບິນ ຫວຽດນາມ, ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງສາຍການບິນໃນ 3 ທົດສະວັດຜ່ານມາເພື່ອເຊື່ອມຕໍ່ຫວຽດນາມ ກັບໂລກ.
ຄາດວ່າໃນປີ 2025, ບໍລິສັດການບິນ ຫວຽດນາມ ຈະເປີດ ແລະ ຟື້ນຟູ 15 ເສັ້ນທາງການບິນສາກົນໃໝ່ໄປຍັງຈຸດໝາຍສຳຄັນຄື: ອີຕາລີ, ຣັດເຊຍ, ແດນມາກ, ຈີນ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ... ເພື່ອນຳເອົາທາງເລືອກ ແລະ ປະສົບການສະດວກກວ່າໃຫ້ຜູ້ໂດຍສານ.
ທີ່ມາ: https://www.baogiaothong.vn/vietnam-airlines-tang-tan-suat-bay-manila-192250318102910561.htm
(0)