ເຫດການດັ່ງກ່າວໄດ້ດຳເນີນໄປໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ຄະນະຜູ້ແທນຫວຽດນາມ.
ສະເຫຼີມສະຫຼອງ 30 ປີແຫ່ງການເດີນທາງ ແລະ ຜູ້ໂດຍສານ 15 ລ້ານຄົນຂອງ ບໍລິສັດການບິນຫວຽດນາມ ໃນເສັ້ນທາງຫວຽດນາມ - ສເກົາຫຼີ.
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕີລາຄາສູງບົດບາດ ແລະ ຄວາມມານະພະຍາຍາມຂອງບໍລິສັດການບິນຫວຽດນາມ ໃນໄລຍະ 30 ປີຜ່ານມາ ເພື່ອກາຍເປັນຂົວຕໍ່ຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະ ສ.
ທ່ານ ດັ້ງງອກຮວາ, ປະທານຄະນະບໍລິຫານງານບໍລິສັດການບິນ ຫວຽດນາມ ແບ່ງປັນວ່າ: “ພາກພູມໃຈທີ່ໄດ້ເປັນສາຍການບິນທີ່ໄດ້ວາງອິດທິພົນໃນການກໍ່ສ້າງ ແລະ ພັດທະນາຕະຫຼາດການບິນທີ່ມີຊີວິດຊີວາຄືປະຈຸບັນ, ໃນ 30 ປີຜ່ານມາ, ບໍລິສັດການບິນຫວຽດນາມ ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນການຂະຫຍາຍເສັ້ນທາງບິນ ແລະ ຍົກລະດັບສາຍການບິນໄປຍັງ ສ.ເກົາຫຼີ.
ສາຍການບິນຫວຽດນາມ ມອບຂອງຂວັນໃຫ້ລູກຄ້າຜູ້ທີ 15 ລ້ານໃນເສັ້ນທາງຫວຽດນາມ - ສເກົາຫຼີ. 3 ທົດສະວັດຜ່ານມາ, ສາຍການບິນຫວຽດນາມ ໄດ້ດຳເນີນຖ້ຽວບິນທັງໝົດ 65.000 ຖ້ຽວ, ຂົນສົ່ງຜູ້ໂດຍສານ 15 ລ້ານຄົນ ແລະ 291.300 ໂຕນຂົນສົ່ງລະຫວ່າງສອງປະເທດ.
ປະຈຸບັນ, ບໍລິສັດການບິນຫວຽດນາມ ໄດ້ດຳເນີນການບິນໂດຍກົງ 6 ເສັ້ນທາງຄື: ຮ່າໂນ້ຍ, ນະຄອນໂຮ່ຈິມິນ - ເຊອຸນ; ຮ່າໂນ້ຍ, ນະຄອນໂຮ່ຈີມິນ - Busan; ດານັງ-ເຊອຸນ; ແລະ Cam Ranh - Seoul, ມີຄວາມຖີ່ສະເລ່ຍສູງເຖິງ 112 ຖ້ຽວຕໍ່ອາທິດ.
ໃນໂອກາດນີ້, ບໍລິສັດການບິນ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບ Korean Air ເພື່ອເພີ່ມທະວີການຮ່ວມມືໃນຂົງເຂດບຳລຸງສ້າງ ແລະ ສ້ອມແປງເຮືອບິນ.
ກ່ອນໜ້ານັ້ນ, ວັນທີ 1 ກໍລະກົດ, ບໍລິສັດການບິນ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບ 4 ບໍລິສັດທ່ອງທ່ຽວຂອງ ສ.ເກົາຫຼີ. ຕາມນັ້ນແລ້ວ, ບໍລິສັດການບິນ ຫວຽດນາມ ຈະຮ່ວມມືກັບບັນດາຄູ່ຮ່ວມມືເພີ່ມທະວີການລົງທຶນ ແລະ ສົ່ງເສີມການທ່ອງທ່ຽວ, ໜູນຊ່ວຍເຊິ່ງກັນ ແລະ ກັນໃນການເຄື່ອນໄຫວໂຄສະນາ, ຕະຫຼາດ, ຮ່ວມມືກ່ຽວກັບບັນດາຜະລິດຕະພັນ ແລະ ການບໍລິການການບິນ. ຫງອກມິນ
https://vietnamnet.vn/30-nam-duong-bay-viet-nam-han-quoc-vietnam-airlines-don-hanh-khach-thu-15-trieu-2297943.html
(0)