
ງານບຸນອາຫານແຫ່ງຊາດປີ 2024 ຢູ່ ດ້ຽນບຽນ ໄດ້ຮັບການຕອບສະໜອງຢ່າງກະຕືລືລົ້ນ ແລະ ການເຂົ້າຮ່ວມຂອງບັນດາທ້ອງຖິ່ນ, ໂຮງແຮມ, ຮ້ານອາຫານ ທີ່ຕາງໜ້າໃຫ້ 3 ພາກເໜືອ - ພາກກາງ - ພາກໃຕ້. ງານບຸນໄດ້ດຳເນີນໄປແຕ່ວັນທີ 14 – 17 ພະຈິກນີ້ ດ້ວຍຮ້ານອາຫານ 70 ແຫ່ງ, ໄດ້ແນະນຳບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງຊົນເຜົ່າ, ດູດດື່ມບັນດາເຍື່ອງອາຫານພື້ນເມືອງຂອງບັນດາທ້ອງຖິ່ນໃນທົ່ວປະເທດ.

ທ່ານ ຫງວຽນຈຸງແຄ໋ງ, ຫົວໜ້າກົມ ທ່ອງທ່ຽວ ແຫ່ງຊາດຫວຽດນາມ ເນັ້ນໜັກວ່າ: ການທ່ອງທ່ຽວປຸງແຕ່ງອາຫານແມ່ນໜຶ່ງໃນບັນດາປະເພດສິນຄ້າທີ່ເປັນເອກະພາບຕ້ອງສຸມໃສ່ພັດທະນາ, ປະກອບສ່ວນຍົກສູງທ່າໄດ້ປຽບໃນການແກ່ງແຍ້ງ ແລະ ຍີ່ຫໍ້ທ່ອງທ່ຽວຫວຽດນາມ. ການຈັດຕັ້ງງານບຸນອາຫານແຫ່ງຊາດ 2024 ຢູ່ແຂວງ ດ້ຽນບຽນ ແມ່ນການເຄື່ອນໄຫວປະຕິບັດເພື່ອແນໃສ່ຍົກສູງຄວາມຫຼາກຫຼາຍ, ຄວາມເປັນເອກະລັກສະເພາະ ແລະ ຄວາມດຶງດູດຂອງວັດທະນະທຳປຸງແຕ່ງອາຫານຫວຽດນາມ ໂດຍທົ່ວໄປ ແລະ ບັນດາເຍື່ອງອາຫານ ດ້ຽນບຽນ ແລະ ພາກຕາເວັນຕົກສ່ຽງເໜືອເວົ້າສະເພາະ. ນີ້ແມ່ນໂອກາດເພື່ອເຊີດຊູຄວາມສາມາດບົ່ມຊ້ອນ, ທ່າແຮງຂອງນະຄອນ ດ້ຽນບຽນ - ເຂດທ່ອງທ່ຽວວັດທະນະທຳ, ປະຫວັດສາດທີ່ອຸດົມສົມບູນເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

ງານບຸນອາຫານການກິນປະກອບສ່ວນຍົກສູງ ແລະ ໂຄສະນາບັນດາເຍື່ອງອາຫານທີ່ແຊບນົວ, ດຶງດູດນັກທ່ອງທ່ຽວມາຫາອາຫານພາກຕາເວັນຕົກສຽງເໜືອເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ; ໂຄສະນາ ແລະ ແນະນຳໃຫ້ນັກທ່ອງທ່ຽວຮູ້ສິລະປະການປຸງແຕ່ງອາຫານແຊບໆຂອງທ້ອງຖິ່ນໃນທົ່ວປະເທດ. ພ້ອມກັນນັ້ນ, ໄດ້ແນະນຳ ແລະ ດຳເນີນບັນດາເຍື່ອງອາຫານທີ່ແຊບນົວທີ່ພໍ່ຄົວຂອງທ້ອງຖິ່ນ, ໂຮງແຮມ ແລະ ຮ້ານອາຫານຕ່າງໆໃນທົ່ວປະເທດໄດ້ຮັບຮູ້. ຜ່ານນັ້ນໄດ້ແລກປ່ຽນບົດຮຽນໃນຂະແໜງການບໍລິການທ່ອງທ່ຽວ, ສ້າງບັນຍາກາດຟົດຟື້ນ, ດຶງດູດຄວາມສົນໃຈຂອງປະຊາຊົນ, ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມການເຄື່ອນໄຫວປີທ່ອງທ່ຽວແຫ່ງຊາດ ດ້ຽນບຽນ 2024.
ທີ່ມາ: https://baodienbienphu.com.vn/tin-tuc/van-hoa/219572/70-gian-hang-tham-gia-lien-hoan-am-thuc-toan-quoc-tai-dien-bien
(0)