
ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ດີກັບ ເຢຍລະມັນ ເວົ້າລວມ ແລະ ການຮ່ວມມືກັບລັດ Hessen ເວົ້າສະເພາະ. ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້ໄດ້ພັດທະນາຢ່າງຕັ້ງໜ້າ ແລະ ກວ້າງຂວາງໃນທຸກຂົງເຂດຄື: ການເມືອງ , ເສດຖະກິດ, ການສຶກສາ, ວິທະຍາສາດເຕັກໂນໂລຊີ...
ທ່ານຮອງນາຍົກລັດຖະມົນຕີຢືນຢັນກ່ຽວກັບການຢ້ຽມຢາມລັດ Hessen ໃນເດືອນ 3/2025 ເພື່ອຮຽນຮູ້ປະສົບການພັດທະນາສູນການເງິນສາກົນຢູ່ຫວຽດນາມ ແລະ ເດືອນຕຸລາ 2025 ເພື່ອເຂົ້າຮ່ວມກອງປະຊຸມສູນກາງການເງິນໂລກ (WAIFC) ຢູ່ Frankfurt. ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າ 2 ຝ່າຍສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືກໍ່ສ້າງ ແລະ ພັດທະນາສູນການເງິນສາກົນ; ພ້ອມກັນນັ້ນ, ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືໃນຂົງເຂດແຮງງານ ແລະ ການຈ້າງງານ ເມື່ອຄວາມຕ້ອງການແຮງງານໃນຂົງເຂດບຳລຸງສ້າງ, ປິ່ນປົວພະຍາດ , ພະນັກງານວິຊາການຂອງ ເຢຍລະມັນ ມີຈຳນວນຫຼວງຫຼາຍ ແລະ ຫວຽດນາມ ພ້ອມແລ້ວທີ່ຈະຕອບສະໜອງຄວາມຮຽກຮ້ອງຕ້ອງການນີ້.
ທ່ານຮອງນາຍົກລັດຖະມົນຕີ ກໍ່ຂອບອົກຂອບໃຈວົງການສະແດງສິມໂຟນີແຫ່ງລັດ Hessen ໄດ້ຈັດຕັ້ງບັນດາການສະແດງຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ ຫວຽດນາມ - ເຢຍລະມັນ.

ທ່ານຮອງນາຍົກລັດຖະມົນຕີ Timon Gremmels ໄດ້ແບ່ງປັນທັດສະນະກ່ຽວກັບການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ເຢຍລະມັນ; ເນັ້ນໜັກວ່າ, ມະຫາວິທະຍາໄລຫວຽດນາມ - ເຢຍລະມັນ ແມ່ນຈຸດສະຫວ່າງ, ແມ່ນໂຄງການສຳຄັນລະຫວ່າງ 2 ປະເທດ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຫວຽດນາມ ໃນການກໍ່ສ້າງ ແລະ ພັດທະນາສູນການເງິນສາກົນ, ສາທາລະນະລັດ ເຢຍລະມັນ ເວົ້າລວມ ແລະ ລັດ Hessen ເວົ້າສະເພາະ ໄດ້ມີການຮ່ວມມື ແລະ ໜູນຊ່ວຍຢ່າງແທດຈິງ. ມະຫາວິທະຍາໄລ ຫວຽດນາມ - ເຢຍລະມັນ ໄດ້ຝຶກອົບຮົມ 2 ວິຊາກ່ຽວກັບການເງິນສາກົນ ແລະ ມີແຜນການສືບຕໍ່ຝຶກອົບຮົມວິຊາການໃນຕໍ່ໜ້າ. ນັກສຶກສາໄດ້ຮັບການຝຶກອົບຮົມທີ່ມີຄຸນນະພາບດີຂໍຂອບໃຈກັບອາຈານຜູ້ທີ່ເປັນຜູ້ຊ່ຽວຊານດ້ານການເງິນຊັ້ນນໍາຈາກເຢຍລະມັນແລະລັດ Hessen.
ຂອບໃຈທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງ ທີ່ໄດ້ສະຫລະເວລາມາໃຫ້ການຕ້ອນຮັບ, ທ່ານລັດຖະມົນຕີ Timon Gremmels ຖືວ່າ, ລັດ Hessen ຍາມໃດກໍ່ພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ຮ່ວມມືກັບ ຫວຽດນາມ ໃນການຊຸກຍູ້ການກໍ່ສ້າງ ແລະ ພັດທະນາບັນດາສູນການເງິນສາກົນຢູ່ ຫວຽດນາມ, ພິເສດແມ່ນໃນຂົງເຂດບຳລຸງສ້າງ, ໃຫ້ຄຳປຶກສາ; ຍູ້ແຮງ, ແນະນຳ ແລະ ຮຽກຮ້ອງບັນດານັກລົງທຶນ ເຢຍລະມັນ ມາຍັງສູນການເງິນສາກົນ ຫວຽດນາມ.
ທ່ານລັດຖະມົນຕີ Timon Gremmels ກໍ່ໃຫ້ຮູ້ວ່າ: ບັນດາວິສາຫະກິດ ແລະ ນັກລົງທຶນ ເຢຍລະມັນ ຖື ຫວຽດນາມ ແມ່ນຈຸດໝາຍທີ່ດຶງດູດໃຈ, ດ້ວຍກາລະໂອກາດ, ຄວາມສາມາດ ແລະ ຄວາມສາມາດບົ່ມຊ້ອນໃນການຮ່ວມມືຫລາຍຢ່າງ. ປາດຖະໜາວ່າ ລັດຖະບານ ຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ ເຢຍລະມັນ ເຂົ້າມາຮ່ວມມືຢ່າງມີປະສິດທິຜົນ ແລະ ຍາວນານ, ເພື່ອຜົນປະໂຫຍດ ແລະ ພັດທະນາຂອງສອງຝ່າຍ.
ທີ່ມາ: https://baotintuc.vn/thoi-su/bang-hessen-duc-san-sang-hop-tac-phat-trien-trung-tam-tai-chinh-quoc-te-tai-viet-nam-20251021132923702.htm
(0)