
ທີ່ການຕ້ອນຮັບ, ສະຫາຍ ເລງອກກວາງ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານນາງ Gillian Bird PSM, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ອົດສະຕາລີ ປະຈຳ ຫວຽດນາມ ທີ່ມາຢ້ຽມຢາມ ນະຄອນ ດ່ານັງ . ທ່ານໄດ້ຂອບໃຈສະຖານທູດອົດສະຕາລີ ປະຈຳ ຫວຽດນາມ ໄດ້ຕັ້ງໜ້າໜູນຊ່ວຍບັນດາການເຄື່ອນໄຫວຮ່ວມມືລະຫວ່າງນະຄອນ ດ່າໜັງ ກັບບັນດາທ້ອງຖິ່ນ ແລະ ຄູ່ຮ່ວມມືຂອງ ອົດສະຕາລີ ໃນໄລຍະມໍ່ໆມານີ້.
ແບ່ງປັນກັບທ່ານເອກອັກຄະລັດຖະທູດບາງຈຸດໃໝ່ກ່ຽວກັບສະພາບ ການເສດຖະກິດ - ສັງຄົມ ຂອງນະຄອນ ດ່າໜັງ, ທ່ານ ເລຫງອກກວາງ ໃຫ້ຮູ້ວ່າ: ບັນດາການເຄື່ອນໄຫວເສດຖະກິດ - ສັງຄົມຂອງນະຄອນໄດ້ພັດທະນາຢ່າງໝັ້ນຄົງ, ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດຂອງນະຄອນ, ມຸ່ງໄປເຖິງການເຕີບໂຕສອງຕົວເລກໃນປີ 2025.
ພ້ອມກັນນັ້ນ, ທ່ານກໍ່ເນັ້ນໜັກວ່າ ຫວຽດນາມ ແລະ ອົດສະຕາລີ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2024, ເປີດກາລະໂອກາດຫຼາຍຢ່າງໃຫ້ແກ່ການຮ່ວມມືຢ່າງເລິກເຊິ່ງໃນຂົງເຂດເສດຖະກິດ, ນະວັດຕະກຳ, ການສຶກສາ , ການຫັນປ່ຽນພະລັງງານ ແລະ ຄວາມໝັ້ນຄົງທາງທະເລ.
ນະຄອນດ່ານັງ ຫວັງວ່າ ຜ່ານການຢ້ຽມຢາມ ແລະ ເຮັດວຽກຂອງທ່ານນາງ. ທ່ານເອກອັກຄະລັດຖະທູດ ດ່ານັງ ຈະເຊື່ອມຕໍ່ ແລະ ປຶກສາຫາລືກ່ຽວກັບໄລຍະການຮ່ວມມືແທດຈິງ ແລະ ຍືນຍົງລະຫວ່າງນະຄອນ ດ່ານັງ ແລະ ຄູ່ຮ່ວມມືອົດສະຕາລີ. ປະກອບສ່ວນຊ່ວຍໃຫ້ນະຄອນ ດ່ານັງ ບັນລຸເປົ້າໝາຍກາຍເປັນສູນກາງປະດິດສ້າງ, ຂົນສົ່ງ ແລະ ທ່ອງທ່ຽວສາກົນຂອງ ຫວຽດນາມ ແລະ ພາກພື້ນ.
ສະເໜີໃຫ້ສະຖານທູດ ແລະ ລັດຖະບານ ອົດສະຕາລີ ໜູນຊ່ວຍການຜັນຂະຫຍາຍທຶນສຶກສາ ອົດສະຕາລີ ໃຫ້ນັກສຶກສາ ແລະ ພະນັກງານຢູ່ນະຄອນ ດ່ານັງ; ພິຈາລະນາຄວາມສາມາດສ້າງຕັ້ງສູນຮ່ວມມືດ້ານການສຶກສາຫວຽດນາມ - ອົດສະຕາລີ ຢູ່ ດ່ານັງ...

ແບ່ງປັນກັບອຳນາດການປົກຄອງ ແລະ ປະຊາຊົນນະຄອນ ດ່າໜັງ ກ່ຽວກັບຄວາມເສຍຫາຍຢ່າງໜັກໜ່ວງຈາກໄພນໍ້າຖ້ວມເມື່ອມໍ່ໆມານີ້, ທ່ານນາງ Gillian Bird PSM ເຊື່ອໝັ້ນວ່າ ນະຄອນ ຈະຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພະຍຸ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີສະຖຽນລະພາບ. ທ່ານນາງຍັງກ່າວວ່າ, ນີ້ແມ່ນການຢ້ຽມຢາມນະຄອນດ່ານັງຄັ້ງທຳອິດໃນຖານະເປັນເອກອັກຄະລັດຖະທູດອົດສະຕາລີ ປະຈຳຫວຽດນາມ.
ນະຄອນ ດ່າໜັງ ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ຕັ້ງໜ້າເຂົ້າຮ່ວມບັນດາໂຄງການ, ໂຄງການສະໜັບສະໜູນໂດຍກະຊວງການຕ່າງປະເທດ ແລະ ການຄ້າຂອງລັດຖະບານອົດສະຕຣາລີ ແລະ ບັນດາອົງການສະຫະປະຊາຊາດ, ພິເສດແມ່ນໃນຂົງເຂດສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ການພັດທະນາແບບຍືນຍົງ, ບັນດາໂຄງການລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ.
ປະຈຸບັນ, ນະຄອນ ດ່ານັງ ໄດ້ລົງນາມໃນ 3 ບົດບັນທຶກຄວາມເຂົ້າໃຈເພື່ອສ້າງຕັ້ງການພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງ ອົດສະຕາລີ ຄື Queensland, South Australia ແລະ Gold Coast. ທ່ານເອກອັກຄະລັດຖະທູດຫວັງວ່າຈະສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ການຮ່ວມມືຈາກນະຄອນ ດ່ານັງ ໃນໄລຍະຈະມາເຖິງ.
ທີ່ມາ: https://nhandan.vn/bi-thu-thanh-uy-da-nang-le-ngoc-quang-tiep-dai-su-dac-menh-toan-quyen-australia-tai-viet-nam-post920466.html






(0)