ທ່ານລັດຖະມົນຕີ ການຕ່າງປະເທດ Bui Thanh Son ໄດ້ໃຫ້ການຕ້ອນຮັບທ່ານ Samina Naz ເອກອັກຄະລັດຖະທູດ ບັງກະລາເທດ ປະຈຳ ຫວຽດນາມ. (ພາບ: ຕວນແອງ) |
ກປ.ອອນໄລ - ຕອນບ່າຍວັນທີ 9 ສິງຫາ, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານ ບຸ່ຍແທງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ການຕ້ອນຮັບທ່ານນາງ Samina Naz, ເອກອັກຄະລັດຖະທູດ ບັງກະລາເທດ ປະຈໍາ ຫວຽດນາມ ທີ່ມາເຂົ້າຢ້ຽມຂ່ຳນັບກ່ອນສິ້ນສຸດອາຍຸການ.
ທ່ານລັດຖະມົນຕີ Bui Thanh Son ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ກໍ່ຄືລະຫວ່າງ 2 ກະຊວງການຕ່າງປະເທດ , ພິເສດແມ່ນໄດ້ປະກອບສ່ວນເຮັດໃຫ້ວົງເງິນການຄ້າ 2 ປະເທດບັນລຸ 1,5 ຕື້ USD ໃນປີ 2022 ແລະ ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ. (1973-2023).
ທ່ານລັດຖະມົນຕີປາດຖະໜາວ່າ ໂດຍໄວ 2 ຝ່າຍຈະຈັດຕັ້ງກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການປະສົມ ຫວຽດນາມ - ບັງກະລາເທດ ກ່ຽວກັບການຮ່ວມມື ດ້ານເສດຖະກິດ , ວັດທະນະທຳ, ວິທະຍາສາດ ແລະ ເຕັກໂນໂລຢີ ແລະ ກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການປະສົມ ຫວຽດນາມ - ບັງກະລາເທດ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ພິເສດແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ - ການຮ່ວມມື ແລະ ການລົງທຶນ, ກະສິກຳ - ໄພທຳມະຊາດ.
ທ່ານເອກອັກຄະລັດຖະທູດ Samina Naz ໄດ້ຂອບອົກຂອບໃຈການສະໜັບສະໜູນຂອງກະຊວງການຕ່າງປະເທດ ຫວຽດນາມ ໂດຍທົ່ວໄປ ແລະ ທ່ານລັດຖະມົນຕີ Bui Thanh Son ເວົ້າສະເພາະໃນໄລຍະດຳລົງຕຳແໜ່ງຢູ່ ຫວຽດນາມ, ຢືນຢັນວ່າ ຍາມໃດກໍ່ມີຄວາມຈິງໃຈ ແລະ ເລິກເຊິ່ງຕໍ່ ຫວຽດນາມ ແລະ ຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດບໍ່ວ່າຈະດຳລົງຕຳແໜ່ງໃດ.
ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ Bui Thanh Son ໄດ້ສົ່ງຄວາມຢື້ຢາມຖາມຂ່າວເຖິງທ່ານລັດຖະມົນຕີການຕ່າງປະເທດ ບັງກະລາເທດ AK Abdul Momen.
ທີ່ມາ
(0)