Vietnam.vn - Nền tảng quảng bá Việt Nam

ທ່ານ​ປະ​ທານ​ປະ​ເທດ​ສະ​ເໜີ ອົດ​ສະ​ຕາ​ລີ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ

Báo Thanh niênBáo Thanh niên04/06/2023


ຕອນ​ບ່າຍ​ວັນ​ທີ 4/6, ທ່ານ​ປະ​ທານ​ປະ​ເທດ Vo Van Thuong ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ອົດ​ສະ​ຕາ​ລີ Anthony Albanese. ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດ ​ໄດ້​ຕີ​ລາຄາ​ສູງ​ເລື່ອງ ອົດ​ສະ​ຕາ​ລີ ຍາມ​ໃດ​ກໍ່​ສະໜອງ​ແຫຼ່ງທຶນ ODA ​ໃຫ້​ແກ່​ຫວຽດນາມ ຢ່າງ​ໝັ້ນຄົງ ​ແລະ ຕັ້ງໜ້າ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ໂລກ​ລະ​ບາດ Covid – 19 ຜ່ານ​ການ​ໜູນ​ຊ່ວຍ​ຢາ​ວັກ​ແຊງ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຢ່າງ​ທັນ​ການ.

Chủ tịch nước đề nghị Úc tạo điều kiện thuận lợi cho cộng đồng người Việt Nam - Ảnh 1.

ທ່ານ​ປະທານ​ປະ​ເທດ Vo Van Thuong ​ໄດ້​ໃຫ້ການ​ຕ້ອນຮັບ ​ທ່ານ​ນາຍົກລັດຖະມົນຕີ ອົດ​ສະ​ຕາ​ລີ Anthony Albanese.

ທ່ານນາຍົກລັດຖະມົນຕີ Anthony Albanese ສະແດງຄວາມປິຕິຊົມຊື່ນທີ່ໄດ້ພົບປະກັບປະທານາທິບໍດີ ຫວູວັນເຖືອງ ອີກຄັ້ງໃໝ່ພາຍຫຼັງການພົບປະໃນເດືອນພຶດສະພາ 2023 ເນື່ອງໃນໂອກາດເຂົ້າຮ່ວມພິທີຂຶ້ນຄອງລາດຂອງກະສັດອັງກິດ; ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ບຸລິມະສິດ​ອັນ​ດັບ​ໜຶ່ງ​ຂອງ ອົດ​ສະ​ຕາ​ລີ ຢູ່​ພາກ​ພື້ນ ​ແລະ ປາດ​ຖະໜາ​ຢາກ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ. ໃນ​ຂະນະ​ນັ້ນ, ທ່ານ ອານ​ບາ​ນີ ​ໃຫ້​ຮູ້​ວ່າ: ຫວຽດນາມ ຈະ​ມີ​ຈຸດໝາຍ​ບຸລິມະສິດ​ໃນ​ຍຸດ​ທະ​ສາດ ​ເສດຖະກິດ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຮອດ​ປີ 2040 ທີ່​ອົດ​ສະ​ຕາ​ລີ​ພວມ​ກໍ່ສ້າງ.

ທ່ານ​ປະທານ​ປະ​ເທດ Vo Van Thuong ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຂອງ​ທ່ານ​ນາຍົກລັດຖະມົນຕີ Anthony Albanese ​ໃນ​ການ​ຢ້ຽມຢາມ, ​ໃນ​ນັ້ນ​ມີ​ການ​ພົບ​ປະ​ແລກປ່ຽນ​ກັບ​ຄະນະ​ກິລາ​ບານ​ເຕະ​ຍິງ 2 ປະ​ເທດ ​ແລະ ຊົມ​ເຊີຍ​ບັນດາ​ເຍື່ອງ​ອາ​ຫານ ຫວຽດນາມ ດ້ວຍ​ບັນດາ​ວັດຖຸ​ດິບ​ທີ່​ນຳ​ເຂົ້າ​ຈາກ ອົດ​ສະ​ຕາ​ລີ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ ​ໄດ້​ຮຽກຮ້ອງ​ໃຫ້ ອົດ​ສະ​ຕາ​ລີ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ອົດ​ສະ​ຕາ​ລີ ຮັກສາ​ພາສາ, ຮີດຄອງ​ປະ​ເພນີ ​ແລະ ວັດທະນະທຳ ຫວຽດນາມ, ​ເພື່ອ​ໃຫ້​ບັນດາ​ນັກ​ສຶກສາ ຫວຽດນາມ ​ເຂົ້າ​ເຖິງ​ລະບຽບ​ວິ​ຊາ ​ແລະ ຮຽນ​ຢູ່​ຕ່າງປະ​ເທດ​ໄດ້​ສະດວກ​ກວ່າ. ພ້ອມ​ກັນ​ນັ້ນ, ​ເປີດ​ກວ້າງ​ບັນດາ​ມະຫາວິທະຍາ​ໄລ​ໃຫຍ່​ຢູ່​ຫວຽດນາມ ຕື່ມ​ອີກ ​ແລະ ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ສະບັບ​ປັບປຸງ​ກ່ຽວ​ກັບ​ໂຄງການ​ແຮງ​ງານ​ກະສິກຳ​ໂດຍ​ໄວ.

Chủ tịch nước đề nghị Úc tạo điều kiện thuận lợi cho cộng đồng người Việt Nam - Ảnh 2.

ທ່ານ​ປະ​ທານ​ປະ​ເທດ Vo Van Thuong ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ອົດ​ສະ​ຕາ​ລີ Anthony Albanese

ທ່ານ​ປະທານ​ປະ​ເທດ ກໍ່​ໃຫ້​ຮູ້​ວ່າ: ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ສະໜອງ​ຄົນ​ງານ​ທີ່​ມີ​ສີມື​ແຮງ​ງານ​ໃນ​ຂະ​ແໜງ​ອຸດສາຫະກຳ, ກະສິກຳ ​ແລະ ການ​ບໍລິການ​ໃຫ້​ແກ່ ອົດ​ສະ​ຕາ​ລີ, ຊຸກຍູ້​ໃຫ້​ພົນລະ​ເມືອງ ອົດ​ສະ​ຕາ​ລີ ​ເຂົ້າ​ຮ່ວມ​ບັນດາ​ລາຍການ​ເຮັດ​ວຽກ​ຢູ່ ຫວຽດນາມ.

ປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນ, ສອງຝ່າຍເຫັນດີຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ຮ່ວມມືຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ທ່ານນາຍົກລັດຖະມົນຕີ Anthony Albanese ຢືນຢັນຄືນຫຼັກໝັ້ນຂອງ ອົດສະຕາລີ ກ່ຽວກັບການໜູນຊ່ວຍລະບຽບກົດໝາຍສາກົນຢູ່ພາກພື້ນ ແລະ ແກ້ໄຂການພິພາດຢູ່ທະເລຕາເວັນອອກດ້ວຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ UNCLOS ປີ 1982.



ແຫຼ່ງທີ່ມາ

(0)

ນັກສິລະປິນປະຊາຊົນ ຊວນບັກ ເປັນ “ເຈົ້າພິທີ” ໃຫ້ 80 ຄູ່ແຕ່ງງານຢູ່ຖະໜົນຄົນຍ່າງທະເລສາບ ຮວ່າງກຽນ.
ວິຫານ Notre Dame ຢູ່ນະຄອນ ໂຮ່ຈີມິນ ໄດ້ສະຫວ່າງສະໄຫວເພື່ອຕ້ອນຮັບບຸນຄຣິສມາສ 2025
ເດັກຍິງຮ່າໂນ້ຍ "ແຕ່ງຕົວ" ທີ່ສວຍງາມສໍາລັບລະດູການວັນຄຣິດສະມາດ
ຫລັງ​ຈາກ​ລົມ​ພາຍຸ​ແລະ​ນ້ຳ​ຖ້ວມ, ໝູ່​ບ້ານ Tet chrysanthemum ​ເມືອງ Gia Lai ຫວັງ​ວ່າ​ຈະ​ບໍ່​ມີ​ໄຟຟ້າ​ໃຊ້​ເພື່ອ​ຊ່ວຍ​ປະ​ຢັດ​ໂຮງງານ.

ມໍລະດົກ

ຮູບ

ທຸລະກິດ

ຮ້ານ​ກາ​ເຟ​ຢູ່​ຮ່າ​ໂນ້ຍ​ເຮັດ​ໃຫ້​ເປັນ​ໄຂ້​ຍ້ອນ​ສະ​ພາບ​ວັນ​ຄຣິດ​ສະ​ມາດ​ຄ້າຍ​ຄື​ຊາວ​ເອີ​ລົບ

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ

Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC