ກປ.ອອນໄລ - ວັນທີ 24 ຕຸລາ, ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໄດ້ຈັດຕັ້ງກອງປະຊຸມ “ກໍ່ສ້າງລະບົບລົດໄຟໃນຕົວເມືອງ - ວິໄສທັດ, ສິ່ງທ້າທາຍ ແລະ ວິທີແກ້ໄຂແບບຍືນຍົງ”. ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ເລກວາງນາມ ແລະ ຜູ້ອຳນວຍການອົງການທາງລົດໄຟຫວຽດນາມ ( ກະຊວງກໍ່ສ້າງ ) ເຈິ່ນທ້ຽນເຍີນ ເປັນປະທານກອງປະຊຸມ.
ທີ່ກອງປະຊຸມ, ທ່ານ ເລກວາງນາມ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ຖືວ່າ, ເພື່ອຮັກສາອັດຕາການເຕີບໂຕ ແລະ ຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ນະຄອນ ຕ້ອງການການບຸກທະລຸຢ່າງແຂງແຮງໃນການພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ໃນນັ້ນ ເສັ້ນທາງລົດໄຟໃນຕົວເມືອງ ຖືເປັນການແກ້ໄຂຍຸດທະສາດ, ທັນສະໄໝ ແລະ ຍືນຍົງ.

ທ່ານ ເລກວາງນາມ ຢືນຢັນວ່າ: “ນີ້ບໍ່ພຽງແຕ່ແມ່ນວິທີເຊື່ອມຕໍ່ເທົ່ານັ້ນ, ຫາກຍັງເປັນການແກ້ໄຂສີຂຽວ, ປະກອບສ່ວນຫລຸດຜ່ອນການສັນຈອນແອອັດ, ຫຼຸດຜ່ອນການປ່ອຍອາຍພິດກາກບອນ ແລະ ຊຸກຍູ້ບັນດາຮູບແບບການຂົນສົ່ງທີ່ເປັນມິດກັບສິ່ງແວດລ້ອມ.”
ຕາມທ່ານນາມແລ້ວ, ການສ້າງເສັ້ນທາງລົດໄຟໃນຕົວເມືອງຈະສ້າງກຳລັງແຮງໃຫ້ແກ່ການເຕີບໂຕ ເສດຖະກິດ -ສັງຄົມ, ຊຸກຍູ້ການພັດທະນາດ້ານການຄ້າ, ການບໍລິການ, ການທ່ອງທ່ຽວ ແລະ ການຂົນສົ່ງຂອງເຂດບ້ານໃກ້ເຮືອນຄຽງ. ນີ້ກໍແມ່ນທິດທາງທີ່ສອດຄ່ອງກັບເປົ້າໝາຍກໍ່ສ້າງນະຄອນຂຽວສົດ, ສະອາດ, ດຳລົງຊີວິດທີ່ນະຄອນ ດ່າໜັງ ພວມມຸ່ງໄປເຖິງຢ່າງບໍ່ຢຸດຢັ້ງ.
“ດ້ວຍວິໄສທັດໄລຍະຍາວ, ນະຄອນ ດ່າໜັງ ຖືລະບົບທາງລົດໄຟໃນຕົວເມືອງແມ່ນກະດູກສັນຫຼັງຂອງຕາໜ່າງຄົມມະນາຄົມອັດສະລິຍະ, ເຊື່ອມຕໍ່ນະຄອນພາຍໃນກັບບັນດານະຄອນດາວທຽມຢ່າງມີປະສິດທິຜົນ, ເປີດກວ້າງການເຊື່ອມຕໍ່ພາກພື້ນກັບ ເທືອງເຫ້ວ, ກວາງຫງາຍ ແລະ ບັນດາທ້ອງຖິ່ນພາກກາງ. ຄະນະກຳມະການປະຊາຊົນເນັ້ນໜັກວ່າ.
ຜູ້ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດຫຼາຍທ່ານໄດ້ເຕົ້າໂຮມກັນເພື່ອປຶກສາຫາລືກ່ຽວກັບການວາງແຜນ, ການລົງທຶນ, ດຳເນີນງານ ແລະ ກົນໄກພັດທະນາຕາໜ່າງທາງລົດໄຟໃນຕົວເມືອງ - ແມ່ນໜຶ່ງໃນບັນດາໂຄງການຍຸດທະສາດສ້າງອະນາຄົດຂອງນະຄອນດ່ານັງ.
ຕາມທ່ານ ເລືອງທັ໋ງວີ, ຮອງຫົວໜ້າພະແນກກໍ່ສ້າງນະຄອນດານັງແລ້ວ, ໂຄງການກໍ່ສ້າງທາງລົດໄຟໃນຕົວເມືອງໄດ້ວາງອອກ 16 ເສັ້ນທາງມີຄວາມຍາວທັງໝົດ 200 ກວ່າກິໂລແມັດ, ໃນນັ້ນມີ 2 ເສັ້ນທາງລົດໄຟໃຕ້ດິນ (MRT) ແລະ 14 ເສັ້ນທາງລົດໄຟເບົາ (LRT). ເສັ້ນທາງເຫຼົ່ານີ້ເຊື່ອມຕໍ່ພື້ນທີ່ເຮັດວຽກທີ່ສໍາຄັນເຊັ່ນ: ສະຫນາມບິນ, ສະຖານີລົດໄຟ, ສະຖານີລົດເມສູນກາງ, ສວນອຸດສາຫະກໍາ, ເມືອງດາວທຽມແລະເຂດທ່ອງທ່ຽວແຄມທະເລ. 2 ໂຄງການບຸລິມະສິດໃນການຄົ້ນຄວ້າໄລຍະຕົ້ນລວມມີ ເສັ້ນທາງສະໜາມບິນ ດ່າໜັງ - ໂຮ້ຍອານ - Tam Ky - Chu Lai (ໄລຍະ 1 ປະຕິບັດແຕ່ 2025-2030, ສະໜາມບິນ - ໂຮ້ຍອານ) ແລະ ເສັ້ນທາງສະຖານີລົດໄຟຄວາມໄວສູງແຫ່ງຊາດ - ສະຖານີໃຈກາງຕົວເມືອງ.


ນະຄອນໄດ້ກຳນົດບຸລິມະສິດໃນການຮຽກຮ້ອງການລົງທຶນໃນຮູບແບບຫຸ້ນສ່ວນພາກລັດ-ເອກະຊົນ (PPP) ຫຼື ທຶນເອກະຊົນ, ໃຫ້ນັກລົງທຶນເຂົ້າຮ່ວມການກໍ່ສ້າງພື້ນຖານໂຄງລ່າງ, ການສະໜອງອຸປະກອນ, ການດຳເນີນທຸລະກິດ ແລະ ການຂຸດຄົ້ນ, ພ້ອມດຽວກັນນັ້ນກໍ່ໃຫ້ການພັດທະນາເຂດຕົວເມືອງຂອງ TOD (Transit Oriented Development) ອ້ອມຮອບສະຖານີ. ນີ້ໄດ້ຮັບຖືວ່າແມ່ນທິດທາງທີ່ມີປະສິດທິຜົນ, ສ້າງແຫຼ່ງກຳລັງເສດຖະກິດແບບຍືນຍົງໃຫ້ລະບົບຄົມມະນາຄົມທັນສະໄໝຂອງນະຄອນ.
ທີ່ກອງປະຊຸມ, ຄະນະຄຸ້ມຄອງທາງລົດໄຟນະຄອນ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ໄດ້ແບ່ງປັນປະສົບການອັນລ້ຳຄ່າໃນການປະຕິບັດບັນດາເສັ້ນທາງລົດໄຟໃຕ້ດິນ, ນັບແຕ່ການອອກແບບ, ການເກັບກູ້ສະຖານທີ່ ເຖິງການຄຸ້ມຄອງໂຄງການ ແລະ ການລະດົມທຶນ.
ຜູ້ຊ່ຽວຊານສາກົນຈາກນະຄອນ Shenzhen (ຈີນ) ໄດ້ແບ່ງປັນປະສົບການໃນການຄຸ້ມຄອງໂຄງການ, ການດໍາເນີນງານ, ບໍາລຸງຮັກສາແລະການພັດທະນາຕົວເມືອງ (TOD) ຂອງທາງລົດໄຟໃນຕົວເມືອງ Shenzhen, ແລະສະເຫນີເຄືອຂ່າຍລົດໄຟໃນຕົວເມືອງສໍາລັບນະຄອນດານັງ.
ເປັນຢ່າງດີ, ຫຼາຍຄຳເຫັນຢືນຢັນວ່າ: ການພັດທະນາທາງລົດໄຟຕົວເມືອງຢູ່ນະຄອນດ່ານັ້ງບໍ່ພຽງແຕ່ແນໃສ່ແກ້ໄຂບັນຫາຈະລາຈອນເທົ່ານັ້ນ, ຫາກຍັງເປີດກວ້າງທິດທາງພັດທະນາຕົວເມືອງສະຫຼາດ, ຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ, ຊຸກຍູ້ການບໍລິການ - ທ່ອງທ່ຽວ - ຂົນສົ່ງ, ສ້າງກຳລັງແຮງໃໝ່ໃຫ້ບັນດາເຂດເສດຖະກິດສຳຄັນຂອງພາກກາງ.
ທີ່ມາ: https://cand.com.vn/Giao-thong/da-nang-huong-toi-200km-duong-sat-do-thi-i785673/






(0)