
ລາຍງານກ່ຽວກັບໂຄງການອະນຸລັກຮັກສາ ແລະ ບູລະນະຢ່າງບໍ່ຢຸດຢັ້ງຂອງກຸ່ມຫໍ E ແລະ F, ທ່ານ ຫງວຽນກົງກີ້ ໄດ້ຂອບໃຈ ລັດຖະບານ ອິນເດຍ ທີ່ໄດ້ໃຫ້ການສະໜັບສະໜູນໃນການອະນຸລັກບັນດາກຸ່ມຫໍຄອຍ My Son.
ໂດຍສະເພາະ, ຄວາມຊໍານິຊໍານານແລະຄວາມເປັນມືອາຊີບຂອງຜູ້ຊ່ຽວຊານຈາກການສໍາຫຼວດໂບຮານຄະດີອິນເດຍ (ASI) ໄດ້ຮັບການຕີລາຄາສູງ, ໂດຍສະເພາະແມ່ນການປະສານງານຢ່າງໃກ້ຊິດກັບພະນັກງານວິຊາການຂອງຄະນະກໍາມະການຄຸ້ມຄອງມໍລະດົກວັດທະນະທໍາ My Son ໃນໄລຍະການຈັດຕັ້ງປະຕິບັດໂຄງການ.
ມາຮອດປະຈຸບັນ, ພາຍຫຼັງການຜັນຂະຫຍາຍປະຕິບັດໄດ້ບໍ່ດົນ, ບາງໂຄງການໄດ້ຕາມກຳນົດເວລາ, ເອກະສານການອອກແບບ ແລະ ບັນລຸໄດ້ໝາກຜົນດີຄື: ການສ້ອມແປງປະຕູ F2, ປະຕູ E2, ກຳແພງຕາເວັນຕົກຂອງກຸ່ມ E, F...
ຕີລາຄາສູງໝາກຜົນແຫ່ງການຮ່ວມມືປະຕິບັດໂຄງການອະນຸລັກຮັກສາ My Son ແຕ່ປີ 2017 ຮອດປະຈຸບັນ, ທ່ານ Sandeep Arya - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ອິນເດຍ ໃຫ້ຮູ້ວ່າ: ນີ້ແມ່ນການສະແດງໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດວັດທະນະທຳ ແລະ ອະນຸລັກຮັກສາບັນດາຄຸນຄ່າມໍລະດົກອັນລ້ຳຄ່າຂອງມວນມະນຸດ.
ທ່ານເອກອັກຄະລັດຖະທູດຍັງໄດ້ຍ້ອງຍໍສັນລະເສີນຈິດໃຈເຮັດວຽກ, ຄວາມຊຳນານ ແລະ ວິຊາສະເພາະຂອງຄົນງານຫວຽດນາມ ຢູ່ສະຖານທີ່ກໍ່ສ້າງ - ທີ່ຂາດບໍ່ໄດ້ໃນການປະຕິບັດສຳເລັດໂຄງການອະນຸລັກຮັກສາວິຫານ My Son.
ໂຄງການປົກປັກຮັກສາຫໍຄອຍ E ແລະ F ຂອງ My Son ໄດ້ເລີ່ມຂຶ້ນຢ່າງເປັນທາງການໃນຕົ້ນເດືອນ ມີນາ 2025, ດ້ວຍມູນຄ່າໂຄງການທັງໝົດກວ່າ 4,8 ລ້ານ USD ເປັນການຊ່ວຍເຫຼືອລ້າຈາກລັດຖະບານອິນເດຍ. ໄລຍະການຈັດຕັ້ງປະຕິບັດແມ່ນຮອດປີ 2029.

ໂຄງການອະນຸລັກຮັກສາ ແລະ ບູລະນະມໍລະດົກ ໂລກ ຫໍວິຫານ My Son ໄດ້ລົງນາມໂດຍລັດຖະບານ ຫວຽດນາມ ແລະ ລັດຖະບານ ອິນເດຍ ໃນວັນທີ 28 ຕຸລາ 2014. ໄລຍະ 2017 – 2022, ລັດຖະບານອິນເດຍ ໄດ້ໜູນຊ່ວຍກວ່າ 2,2 ລ້ານ USD ເຂົ້າໃນການຟື້ນຟູ, ບູລະນະ ແລະ ປົກປັກຮັກສາຫໍຄອຍ K, H, A.
ຈາກນັ້ນ, ວັນທີ 21 ທັນວາ 2020, ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ນາຍົກລັດຖະມົນຕີ ອິນເດຍ ໄດ້ອອກຖະແຫຼງການວິໄສທັດຮ່ວມ ຫວຽດນາມ - ອິນເດຍ ກ່ຽວກັບ ສັນຕິພາບ , ຄວາມວັດທະນາຖາວອນ ແລະ ປະຊາຊົນ. ໃນບັນດາຂໍ້ຕົກລົງ ແລະ ບົດບັນທຶກຊ່ວຍຈຳທີ່ລັດຖະບານ 2 ປະເທດໄດ້ລົງນາມ, ລັດຖະບານ ອິນເດຍ ໄດ້ຕົກລົງສະໜອງທຶນໃຫ້ແກ່ໂຄງການປົກປັກຮັກສາ ແລະ ເຊີດຊູຄຸນຄ່າຂອງພະພຸດທະສາສະໜາ ດົ່ງດັງ (ເມືອງ ແທງບີງ) ແລະ ກຸ່ມຫໍ My Son F.
ວັນທີ 1 ສິງຫາ 2024, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຂອງທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢູ່ ອິນເດຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ຮັບອະນຸຍາດຈາກລັດຖະບານລົງນາມ ແລະ ແລກປ່ຽນເອກະສານເຈດຈຳນົງກ່ຽວກັບການອະນຸລັກຮັກສາ ແລະ ບູລະນະຫໍຄອຍ F ຢູ່ My Son ລະຫວ່າງ 2 ລັດຖະບານ ຫວຽດນາມ ແລະ ອິນເດຍ.
ອີງຕາມຂໍ້ຕົກລົງສະບັບເລກທີ 3505 ລົງວັນທີ 19 ສິງຫາ 2024 ຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວກ່ຽວກັບການຜັນຂະຫຍາຍເອກະສານເຈດຈຳນົງກ່ຽວກັບການອະນຸລັກ ແລະ ບູລະນະເຂດ My Son F Tower, ແຂວງ ກວາງນາມ ມີເອກະສານຕົກລົງຜັນຂະຫຍາຍປະຕິບັດ.
ທີ່ມາ: https://baoquangnam.vn/dai-su-an-do-danh-gia-cao-hop-tac-trong-bao-ton-khu-den-thap-my-son-3157257.html
(0)