ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ ຮຽກຮ້ອງໃຫ້ລັດຖະບານ ຍີ່ປຸ່ນ ສະໜັບສະໜູນຫວຽດນາມ ໃນການສຳຫຼວດ, ກໍ່ສ້າງ, ສະໜອງແຫຼ່ງທຶນ ODA ລຸ້ນໃໝ່ໃຫ້ແກ່ບັນດາໂຄງການພັດທະນາພື້ນຖານໂຄງລ່າງຍຸດທະສາດຂະໜາດໃຫຍ່ຢູ່ຫວຽດນາມ, ເຊັ່ນ: ໂຄງການ ທາງລົດໄຟຄວາມໄວສູງເໜືອ-ໃຕ້ .
ຕອນບ່າຍວັນທີ 3/11, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານ Nishimura Yasutoshi ລັດຖະມົນຕີກະຊວງ ເສດຖະກິດ , ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖື ຍີ່ປຸ່ນ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ບຸລິມະສິດ ແລະ ຍາວນານ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີ 2 ຝ່າຍສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ ຜ່ານບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ, ກໍ່ຄືຂັ້ນລັດຖະມົນຕີ, ຂະແໜງການ; ເພີ່ມທະວີການເຊື່ອມຕໍ່ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະ ທຸລະກິດ; ຊຸກຍູ້ການແລກປ່ຽນປະຊາຊົນ; ແລະ ອຳນວຍຄວາມສະດວກໃຫ້ແກ່ຊີວິດການເປັນຢູ່ຂອງຊາວຫວຽດນາມ ເກືອບ 500.000 ຄົນ ທີ່ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກຢູ່ ຍີ່ປຸ່ນ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບທ່ານ Nishimura Yasutoshi ລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ
VNA
ຊີ້ແຈ້ງວ່າ ຫວຽດນາມ ມຸ່ງໄປເຖິງການກາຍເປັນປະເທດພັດທະນາດ້ວຍອຸດສາຫະກຳທັນສະໄໝ ແລະ ລາຍຮັບປານກາງສູງໃນປີ 2030, ແລະ ເປັນປະເທດທີ່ພັດທະນາແລ້ວມີລາຍຮັບສູງໃນປີ 2045, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ ຍີ່ປຸ່ນ ໜູນຊ່ວຍຫວຽດນາມ ຫັນເປັນອຸດສາຫະກຳ ແລະ ທັນສະໄໝ; ກໍ່ສ້າງເສດຖະກິດເອກະລາດ, ເພິ່ງຕົນເອງ; ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບປະຊາຄົມສາກົນຢ່າງເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນ. ພິເສດ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຮຽກຮ້ອງລັດຖະບານ ຍີ່ປຸ່ນ ໜູນຊ່ວຍໃນການສຳຫຼວດ, ພັດທະນາ, ສະໜອງແຫຼ່ງທຶນ ODA ລຸ້ນໃໝ່ໃຫ້ແກ່ບັນດາໂຄງການພັດທະນາພື້ນຖານໂຄງລ່າງຍຸດທະສາດຂະໜາດໃຫຍ່ຢູ່ ຫວຽດນາມ ເຊັ່ນ: ໂຄງການ ທາງລົດໄຟຄວາມໄວສູງເໜືອ - ໃຕ້ ...
ທ່ານລັດຖະມົນຕີ Nishimura Yasutoshi ໃຫ້ຮູ້ວ່າ, ຍີ່ປຸ່ນ ສະໜັບສະໜູນ ຫວຽດນາມ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດອຸດສາຫະກຳທັນສະໄໝໃນປີ 2045 ແລະ ບັນລຸເປົ້າໝາຍການປ່ອຍອາຍພິດສຸດທິໃນປີ 2050, ພ້ອມທັງພັດທະນາບັນດາອຸດສາຫະກຳມຸ່ງໄປເຖິງອະນາຄົດ. ທ່ານຮຽກຮ້ອງໃຫ້ຫວຽດນາມສະໜັບສະໜູນຂໍ້ລິເລີ່ມຂອງຍີ່ປຸ່ນກ່ຽວກັບ “ປະຊາຄົມການປ່ອຍອາຍພິດໃນອາຊີ” (AZEC). ທ່ານ Nishimura Yasutoshi ເຫັນດີເປັນເອກະສັນກັນກັບຂໍ້ສະເໜີຂອງນາຍົກລັດຖະມົນຕີ, ໂດຍຖືວ່າ: ຍີ່ປຸ່ນ ຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ອົງການ, ອົງການຈັດຕັ້ງຂອງຫວຽດນາມ ຜ່ານບັນດາຄະນະເຮັດວຽກເພື່ອຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນການເຄື່ອນໄຫວວິທະຍາສາດເຕັກໂນໂລຊີ ແລະ ບຳລຸງສ້າງຊັບພະຍາກອນມະນຸດ.
Thanhnien.vn










(0)