| ສະເໜີເພີ່ມເສັ້ນທາງລົດໄຟໃຕ້ດິນເຊື່ອມຕໍ່ ດົງຊວນ ແລະ ບຽນຮວ່າ ຂຶ້ນກັບແຜນການແຂວງ ດົ່ງນາຍ ໄລຍະ 2021-2030, ມີວິໄສທັດຮອດປີ 2050. (ພາບປະກອບ) |
ຕາມທ່ານສາດສະດາຈານ ເຈີ່ນກວາງຟຸກ ແລ້ວ, ເສັ້ນທາງລົດໄຟໃຕ້ດິນທີ່ເຊື່ອມຕໍ່ ດົ່ງຊ໋າຍ ຫາ ບຽນຮວ່າ ຈະສົມທົບກັບສາຍລົດໄຟໃຕ້ດິນທີ່ມີຢູ່ແລ້ວໃນແຜນການຂອງແຂວງ, ເຊື່ອມຕໍ່ຫາສະໜາມບິນສາກົນລອງແທ່ງ ແລະ ນະຄອນ ໂຮ່ຈີມິນ . ສິ່ງດັ່ງກ່າວຈະຕອບສະໜອງຄວາມຕ້ອງການດ້ານຄົມມະນາຄົມໃຫ້ຜູ້ໂດຍສານ ແລະ ສິນຄ້າພາຍໃນແຂວງ ດົ່ງນາຍ.
ກ່ຽວກັບເສັ້ນທາງລົດໄຟໃຕ້ດິນທີ່ເຊື່ອມຕໍ່ດົງຊວນຫາບຽນຮວາ, ຮອງສາດສະດາຈານ ເຈີ່ນກວາງຟຸກ ໃຫ້ຮູ້ວ່າ: ທາງເລືອກທີ່ດີທີ່ສຸດແມ່ນສົມທົບກັບເສັ້ນທາງຂອງໂຄງການເຊື່ອມຕໍ່ດົງຊວນຫາວົງຈອນ 4 - ນະຄອນໂຮ່ຈິມິນ ຜ່ານທາງແຂວງ 753 ແລະ ຂົວມາດາ; ເສັ້ນທາງເຊື່ອມຕໍ່ຂົວມາດາ ຫາ ວົງວຽນ 4 - ນະຄອນໂຮ່ຈີມິນ (ເສັ້ນທາງແຂວງ 761) ພວມດຳເນີນຂັ້ນຕອນການລົງທຶນຢູ່ແຂວງ ດົ່ງນາຍ.
ກ່ຽວກັບລະບົບທາງລົດໄຟ, ປະຈຸບັນ, ແຂວງດັ່ງກ່າວມີເສັ້ນທາງລົດໄຟເໜືອ-ໃຕ້ 8 ສະຖານີ. ນອກນີ້, ຕາມແຜນການ, ແຂວງຈະມີທາງລົດໄຟຄວາມໄວສູງລຽບຕາມແກນເໜືອ - ໃຕ້ ດ້ວຍຄວາມຍາວກວ່າ 80 ກິໂລແມັດ, ໃນນັ້ນມີທາງລົດໄຟ ເຈືອງບອມ - ຮຸງຮ່ວາ ແລະ ທາງລົດໄຟນະຄອນ ໂຮ່ຈີມິນ - ໂລກນິງ. ນອກນີ້, ແຂວງຍັງຈະມີເສັ້ນທາງລົດໄຟໃຕ້ດິນເຊັ່ນ: ເສັ້ນທາງລົດໄຟໃຕ້ດິນເຊື່ອມຕໍ່ກັບລົດໄຟໃຕ້ດິນສາຍ 1 ຫາ ເຈີ່ນບຽນ ແລະ ສະໜາມບິນລອງແທ່ງ; ລົດໄຟໃຕ້ດິນ Thu Thiem - Long Thanh; ແລະ ເສັ້ນທາງລົດໄຟໃຕ້ດິນເຊື່ອມຕໍ່ຕົວເມືອງ ບຽນຮ່ວາ - ເຫງ້ຈ່າງ - ລອງແທ່ງ - ລອງຄານ…
ຟ້າມຕຸ່ງ
ທີ່ມາ: https://baodongnai.com.vn/kinh-te/202509/de-xuat-bo-sung-quy-hoach-tuyen-metro-ket-noi-dong-xoai-bien-hoa-b6e1a78/










(0)