
(ພາບ: ກົມໃຫຍ່ ທ່ອງທ່ຽວ )
ເຖິງວ່າຮອດທ້າຍປີຈະມີຈຳນວນນັກທ່ອງທ່ຽວເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ແຕ່ຂະແໜງທ່ອງທ່ຽວທັງໝົດຍັງຕ້ອງການຫຼາຍວິທີແກ້ໄຂ, ສຸມໃສ່ຂຸດຄົ້ນບັນດາຕະຫຼາດສຳຄັນເພື່ອບັນລຸໄດ້ນັກທ່ອງທ່ຽວສາກົນ 25 ລ້ານເທື່ອຄົນໃນປີນີ້.
ນັບແຕ່ຕົ້ນປີມາ, ມີນັກທ່ອງທ່ຽວຈີນ 3,9 ລ້ານເທື່ອຄົນ, ຫວຽດນາມໄດ້ລື່ນກາຍໄທກາຍເປັນປະເທດທີ່ດຶງດູດນັກທ່ອງທ່ຽວຈີນນຳໜ້າໃນພາກພື້ນ. ໃນຕະຫຼາດນັກທ່ອງທ່ຽວເອີລົບ, ນະໂຍບາຍຍົກເວັ້ນວີຊາທີ່ນຳໃຊ້ກັບ 24 ປະເທດພວມເປີດກາລະໂອກາດໃຫ້ບັນດາສູນທ່ອງທ່ຽວໃຫຍ່ເພື່ອຂຸດຄົ້ນບັນດາຕະຫຼາດຢູ່ຫ່າງໄກສອກຫຼີກ, ມີການໃຊ້ຈ່າຍສູງ.
ຕາມທ່ານນາງ ຫງວຽນຮົ່ງທາມ, ຜູ້ອໍານວຍການສູນສົ່ງເສີມການທ່ອງທ່ຽວນະຄອນ ດ່າໜັງ ແລ້ວ, ນະຄອນ ດ່າໜັງ ພວມປະຕິບັດຫນັງສືຜ່ານແດນການທ່ອງທ່ຽວອອນໄລນ໌ໃນ 3 ດ້ານຄື: ໜັງສືຜ່ານແດນການທ່ອງທ່ຽວ ດ້ານອາຫານ , ໜັງສືຜ່ານແດນການທ່ອງທ່ຽວສີຂຽວ ແລະ ໜັງສືຜ່ານແດນການທ່ອງທ່ຽວມໍລະດົກ - ວາງຈຸດໝາຍທີ່ຈະສ້າງຜະລິດຕະພັນຫຼັກແຫຼ່ງ ແລະ ຮັກສາການພັດທະນາທີ່ເໝາະສົມກັບແຕ່ລະຕະຫຼາດລູກຄ້າ.
ເພື່ອສ້າງກຳລັງແຮງໃຫ້ແກ່ໄລຍະສຸດທ້າຍ, ຕາມບັນດານັກຊ່ຽວຊານແລ້ວ, ຕ້ອງຜັນຂະຫຍາຍບັນດາຂະບວນການໂຄສະນາລະດັບຊາດ, ຄ້າຍຄືກັບຂະບວນການ “ຮຽກຮ້ອງຫວຽດນາມ” ໃນເຄືອຂ່າຍສັງຄົມໃນເດືອນມິຖຸນາ ດ້ວຍການພົວພັນນັບລ້ານເທື່ອຄົນ, ຊຸກຍູ້ໃຫ້ຊາວໜຸ່ມໃນທົ່ວໂລກເລືອກເອົາ ຫວຽດນາມ ເປັນຈຸດໝາຍປາຍທາງ.
ທ່ານນາງ ຫງວຽນຮ່ວາມາຍ, ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: “ພວກເຮົາພວມມານະພະຍາຍາມຊຸກຍູ້ການທ່ອງທ່ຽວຫວຽດນາມ ໃນທົ່ວໂລກໃນບັນດາຕະຫຼາດສຳຄັນ, ປະຕິບັດຫຼາຍວິທີແກ້ໄຂຢ່າງມີຫົວຄິດປະດິດສ້າງເພື່ອຊຸກຍູ້ການທ່ອງທ່ຽວໃນໄລຍະຈະມາເຖິງ.
ລາງວັນທ່ອງທ່ຽວ ໂລກ 2025 ສືບຕໍ່ຍົກໃຫ້ຫວຽດນາມ ແມ່ນ “ຈຸດໝາຍປາຍທາງແຖວໜ້າຂອງອາຊີ” ແລະ “ຈຸດໝາຍປາຍທາງມໍລະດົກແຖວໜ້າຂອງອາຊີ”. ຈາກນີ້ໄປຮອດທ້າຍປີ, ຂະແໜງການທ່ອງທ່ຽວຈະດຳເນີນໂຄງການສົ່ງເສີມການເຄື່ອນໄຫວຢູ່ຕະຫຼາດສຳຄັນຄື: ຈີນ, ຍີ່ປຸ່ນ ແລະ ເອີລົບ ເພື່ອດຶງດູດນັກທ່ອງທ່ຽວໃນລະດູການ.
ທີ່ມາ: https://vtv.vn/du-lich-viet-nam-day-manh-khai-thac-thi-truong-trong-diem-10025102015555267.htm
(0)