ວັນທີ 17 ທັນວານີ້, ຢູ່ສຳນັກງານໃຫຍ່ ຂອງບໍລິສັດທາງລົດໄຟຫວຽດນາມ, ໄດ້ຈັດພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງບໍລິສັດສັນຍານທາງລົດໄຟຈີນຈຳກັດແລະບໍລິສັດທາງລົດໄຟຫວຽດນາມ.
ເຂົ້າຮ່ວມພິທີມີທ່ານ O Quoc Quyen, ທີ່ປຶກສາສະຖານທູດສາທາລະນະລັດ ປະຊາຊົນຈີນ ປະຈຳ ຫວຽດນາມ, ທ່ານ Lau Te Luong, ປະທານຄະນະກຳມະການ, ບໍລິສັດ China Railway Signal Group Co., Ltd, ທ່ານ Dang Sy Manh, ປະທານຄະນະກຳມະການບໍລິສັດທາງລົດໄຟ ຫວຽດນາມ, ທ່ານ Hoang Gia Khanh, ຜູ້ຕາງໜ້າວິສາຫະກິດສອງບໍລິສັດທາງລົດໄຟ ຫວຽດນາມ.
ບົດບັນທຶກຊ່ວຍຈຳເນັ້ນໜັກເຖິງຄວາມປາດຖະໜາຂອງ 2 ຝ່າຍໃນການຮ່ວມມືໃນບັນດາຂົງເຂດຄື: ພັດທະນາ, ກໍ່ສ້າງ, ດຳເນີນງານ, ຄຸ້ມຄອງ, ບຳລຸງສ້າງບັນດາໂຄງການທີ່ກ່ຽວຂ້ອງເຖິງການຂົນສົ່ງທາງລົດໄຟຂອງ ຫວຽດນາມ. ສອງຝ່າຍໄດ້ເຫັນດີເລືອກເອົາບັນດາບັນຫາຮ່ວມມືເປັນບຸລິມະສິດຄື: ແຜນການ, ການໃຫ້ຄຳປຶກສາດ້ານວິຊາການ, ການໃຫ້ຄຳປຶກສາການປະຕິບັດ, ກໍ່ສ້າງ, ບຳລຸງສ້າງພະນັກງານວິຊາການ ຫຼື ພະນັກງານປະຕິບັດງານທີ່ກ່ຽວຂ້ອງກ່ຽວກັບລະບົບຂໍ້ມູນຂ່າວສານ ແລະ ສັນຍານ.
ກ່າວຄຳເຫັນທີ່ພິທີ, ທ່ານ ດັ້ງສີມິນ, ປະທານບໍລິສັດທາງລົດໄຟຫວຽດນາມ ປາດຖະໜາວ່າ, ພິທີລົງນາມໃນມື້ນີ້ຈະເປັນການເລີ່ມຕົ້ນທີ່ດີ, ເປີດກາລະໂອກາດໃຫ້ແກ່ການຮ່ວມມືຢ່າງແທດຈິງ ແລະ ສະເພາະ, ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງວິສາຫະກິດຂອງສອງປະເທດໃນຂົງເຂດທາງລົດໄຟໂດຍທົ່ວໄປ ແລະ ລະຫວ່າງວິສາຫະກິດທາງລົດໄຟຫວຽດນາມ ແລະ ຈີນ ໂດຍສະເພາະບໍລິສັດສັນຍານ ແລະ ຂໍ້ມູນຂ່າວສານ.






(0)