ຕອນບ່າຍວັນທີ 3/11, ທ່ານຮອງ ນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ໄດ້ມີການພົບປະກັບທ່ານນາງ Carolyn Turk, ຜູ້ອຳນວຍການ WB ປະເທດຫວຽດນາມ, ຢູ່ທີ່ສຳນັກງານລັດຖະບານ.
ທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ໄດ້ເຮັດວຽກກັບທ່ານນາງ Carolyn Turk, ຜູ້ອຳນວຍການ WB ປະເທດຫວຽດນາມ.
ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ປາດຖະໜາວ່າ ລັດຖະບານ ຈະສ້າງຕັ້ງຄະນະເຮັດວຽກລະຫວ່າງຂະແໜງການ ໂດຍທ່ານຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເຈີ່ນກວກເຟືອງ ເປັນຫົວໜ້າເພື່ອລົບລ້າງຄວາມຫຍຸ້ງຍາກ ແລະ ອຸປະສັກໃນການປະຕິບັດບັນດາໂຄງການສະໜັບສະໜູນ WB ຢູ່ຫວຽດນາມ.
ພ້ອມກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ຊີ້ນຳການຜັນຂະຫຍາຍບັນດາລາຍຊື່ໂຄງການໃນຂະບວນການກະກຽມ. ໂຄງການໃດທີ່ບໍ່ສຳເລັດວຽກງານກະກຽມພາຍໃນ 24 ເດືອນຕາມລະບຽບການຂອງ WB ຈະຖືກຕັດສິດ.
ທ່ານນາງ Carolyn Turk ໄດ້ຕີລາຄາສູງ ແຜນການສ້າງຕັ້ງຄະນະເຮັດວຽກຂອງລັດຖະບານ , ຢືນຢັນຈະສົມທົບກັນຢ່າງແໜ້ນແຟ້ນກັບຄະນະເຮັດວຽກເພື່ອແກ້ໄຂບັນດາບັນຫາພົ້ນເດັ່ນໃນບັນດາໂຄງການທີ່ພວມດຳເນີນຢູ່ຫວຽດນາມ.
ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ແລະ ຜູ້ອຳນວຍການປະເທດ WB ປະຈຳຫວຽດນາມ ໄດ້ເຫັນດີຮັກສາກົນໄກຈັດຕັ້ງກອງປະຊຸມປະຈຳໄຕມາດ ເພື່ອທົບທວນຄວາມຄືບໜ້າຂອງບັນດາໂຄງການ WB.
ນັບແຕ່ປີ 1993 ເປັນຕົ້ນມາ, WB ໄດ້ສະໜອງທຶນບຸລິມະສິດໃຫ້ ຫວຽດນາມ ປະມານ 25 ຕື້ USD ພ້ອມກັບການໜູນຊ່ວຍດ້ານເຕັກນິກ ແລະ ຄຳແນະນຳນະໂຍບາຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.
ໃນສະພາບການໂລກປະສົບກັບຄວາມຫຍຸ້ງຍາກ, ສັບສົນ ແລະ ສິ່ງທ້າທາຍໃນປະຈຸບັນ, ການໜູນຊ່ວຍ ແລະ ການຊ່ວຍເຫຼືອຂອງ WB ໃຫ້ແກ່ຫວຽດນາມ ແມ່ນສຳຄັນກວ່າ. ການນຳລັດຖະບານຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖື WB ແມ່ນເພື່ອນມິດທີ່ດີ ແລະ ເປັນຄູ່ຮ່ວມມືພັດທະນາສຳຄັນທີ່ສຸດ; ພ້ອມກັນນັ້ນ, ກໍ່ສະແດງຄວາມປາດຖະໜາຢາກເຫັນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - WB ສືບຕໍ່ພັດທະນາຢ່າງຕັ້ງໜ້າໃນໄລຍະຈະມາເຖິງ./.
ທີ່ມາ
(0)