
ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທງເຊີນ ສະເໜີໃຫ້ 2 ຝ່າຍຮັກສາຂະບວນການພັດທະນາອັນດີງາມຂອງການພົວພັນສອງປະເທດ, ໃນນັ້ນມີການຕິດຕໍ່ພົວພັນ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ຢືນຢັນວ່າ ຫວຽດນາມ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບ ອາເມລິກາ ໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພິເສດແມ່ນ ວິທະຍາສາດ ແລະ ເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ, ພະລັງງານ, semiconductors ແລະ ອື່ນໆ.
ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E. Knapper ຢືນຢັນວ່າ ທ່ານຖືເປັນສຳຄັນພິເສດເຖິງການຊຸກຍູ້ການພົວພັນແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໃນນັ້ນມີບັນດາຂັ້ນສູງ, ຜ່ານນັ້ນຮັກສາຂະບວນການພັດທະນາຢ່າງແທດຈິງ ແລະ ດີງາມຂອງການພົວພັນລະຫວ່າງ 2 ປະເທດ.
ທ່ານເອກອັກຄະລັດຖະທູດຢືນຢັນວ່າ, ສະຖານທູດອາເມລິກາ ຈະສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ແລະ ບັນດາກະຊວງ, ຂະແໜງການຢ່າງແໜ້ນແຟ້ນ ເພື່ອປຶກສາຫາລືບັນດາມາດຕະການເປີດກວ້າງການຮ່ວມມືໃນທຸກຂົງເຂດ, ດ້ວຍຄວາມຫວັງໃຫ້ ຫວຽດນາມ ເຂັ້ມແຂງ, ເອກະລາດ, ເປັນເຈົ້າຕົນເອງ ແລະ ວັດທະນາຖາວອນ, ພັດທະນາຢ່າງແຂງແຮງຂອງການພົວພັນຄູ່ຮ່ວມມືຍຸດ ທະ ສາດຮອບດ້ານ ຫວຽດນາມ - ອາເມລິກາ.
ທີ່ມາ: https://nhandan.vn/duy-tri-da-phat-trien-tich-cuc-cua-quan-he-viet-nam-hoa-ky-post917649.html






(0)