ງານແຂ່ງຂັນກ໊ອຟ ນິງທ້ວນ - ບິ່ງທ້ວນ 2023 ໄດ້ສິ້ນສຸດລົງຢູ່ສະໜາມກ໊ອຟ ANARA Binh Tien (ເມືອງທ້ວນບັກ - ນິງທ້ວນ), ສົມທົບກັບກົມວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ນີງທ້ວນ ຈັດຕັ້ງ.
ງານແຂ່ງຂັນກ໊ອຟປີນີ້ໄດ້ດຶງດູດນັກກ໊ອຟເກືອບ 160 ຄົນທີ່ມາຈາກສະໂມສອນ ແລະ ສະມາຄົມຂອງບັນດາແຂວງ, ນະຄອນໃນທົ່ວປະເທດຄື: ນິງທ້ວນ, ບິ່ງທ້ວນ, ລຳດົງ, ແຄ໋ງຮ່ວາ ແລະ ນະຄອນ ໂຮ່ຈິມິນ . ໂຄງປະກອບການແຂ່ງຂັນແມ່ນໄດ້ແບ່ງອອກເປັນ 4 ກຸ່ມ, ມີລາຍການບຸກຄົນທັງຍິງແລະຊາຍໃນຮູບແບບການຫຼິ້ນ 18 ຮູ.
ງານແຂ່ງຂັນກ໊ອຟ ນິງທ້ວນ – ບິ່ງທ້ວນ ເປີດສາກປີ 2023 ແມ່ນງານກິລາເພື່ອຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2023 – “ບິ່ງທ້ວນ – ສີຂຽວ” ໂດຍກົມວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ນິງທ້ວນ ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ບິ່ງທ້ວນ ຈັດຕັ້ງ. ກ່ອນໜ້ານັ້ນ, ງານແຂ່ງຂັນກ໊ອຟ ບິ່ງທ້ວນ – Green Convergence ໄດ້ດຳເນີນໄປຢູ່ ບິ່ງທ້ວນ, ດ້ວຍນັກກ໊ອຟ 200 ກວ່າຄົນ. ໃນໂອກາດນັ້ນ, ແຂວງ ນິງທ້ວນ ໄດ້ສົ່ງຄະນະເຮັດວຽກໄປຢ້ຽມຢາມ ແລະ ແບ່ງປັນປະສົບການເພື່ອຈັດຕັ້ງຢູ່ນະຄອນ Ninh Thuan ໃຫ້ສຳເລັດຜົນ.
ການແຂ່ງຂັນກິລາກ໊ອຟ 2 ຄັ້ງ ບໍ່ໄດ້ເປັນພຽງການແຂ່ງຂັນກິລາອີກແລ້ວ, ແຕ່ຜ່ານນັ້ນ, ການແຂ່ງຂັນດັ່ງກ່າວ ຈະຊ່ວຍໃຫ້ແຕ່ລະທ້ອງຖິ່ນສືບຕໍ່ແນະນຳບັນດາສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ທັດສະນີຍະພາບ, ເອກະລັກ ແລະ ຄຸນຄ່າອັນດີງາມຂອງຊາວ ບິ່ງທ້ວນ - ນິງທ້ວນ ໃຫ້ແກ່ນັກທ່ອງທ່ຽວຈາກໄກ້ຄຽງ ແລະ ໄກຢ່າງແຂງແຮງ ແລະ ກວ້າງຂວາງກວ່າ. ຈາກນັ້ນຈະສ້າງຜົນດີຕໍ່ການກະຕຸ້ນການທ່ອງທ່ຽວໃຫ້ທັງແຂວງ ນິງທ້ວນ ແລະ ບິ່ງທ້ວນ.
ພິເສດ, ງານແຂ່ງຂັນກ໊ອຟ ບິ່ງທ້ວນ ບໍ່ພຽງແຕ່ຫວັງວ່າຈະສ້າງເປັນອີກໜຶ່ງຜະລິດຕະພັນການທ່ອງທ່ຽວທີ່ໜ້າສົນໃຈ ແລະ ປະທັບໃຈຄື “ການທ່ອງທ່ຽວກ໊ອຟ” ເທົ່ານັ້ນ, ຫາກຍັງໃຫ້ບັນດາອົງການທຸລະກິດ, ຜູ້ປະກອບການ ສົມທົບກັນລະດົມທຶນການກຸສົນເພື່ອໜູນຊ່ວຍນັກຮຽນທຸກຍາກທີ່ຜ່ານຜ່າຄວາມຫຍຸ້ງຍາກຮໍ່າຮຽນ. ກິດຈະກຳນີ້ແມ່ນມີຄວາມໝາຍ ແລະ ມະນຸດສະທຳທີ່ສຸດເພື່ອສ້າງກຽດສັກສີໃຫ້ແກ່ການແຂ່ງຂັນ. ນຳແສງຄວາມຫວັງມາໃຫ້ເດັກນ້ອຍ ແລະ ນັກຮຽນຜູ້ປະສົບກັບຄວາມຫຍຸ້ງຍາກ. ທ່ານ Bui The Nhan, ຫົວໜ້າກົມວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແບ່ງປັນວ່າ: ຂ້າພະເຈົ້າຫວັງວ່າ ງານແຂ່ງຂັນ Golf “Binh Thuan Green Convergence” ຈະມານະພະຍາຍາມຮັກສາ ແລະ ສູ້ຊົນໃຫ້ກາຍເປັນງານມະຫາກຳກິລາປະຈຳປີຢູ່ Binh Thuan, ໜູນຊ່ວຍ, ແບ່ງປັນໃຫ້ເດັກນ້ອຍມີຈິດໃຈຮໍ່າຮຽນ, ຫຼຸດຜ່ອນຄວາມເປັນຫ່ວງ ແລະ ພາລະດ້ານເສດຖະກິດ, ຄຽງຄູ່ກັບການພັດທະນາຜະລິດຕະພັນການທ່ອງທ່ຽວ.
ທ່ານ ຮ່ວາງຫງອກຕ໋າມ ໃຫ້ຮູ້ວ່າ: ການແຂ່ງຂັນກ໊ອຟ ນິງທ້ວນ - ບິ່ງທ້ວນ ຄັ້ງນີ້ ແມ່ນໂອກາດເພື່ອໃຫ້ນັກກ໊ອຟໄດ້ພົບປະ, ແລກປ່ຽນ, ຍົກສູງຄວາມສາມາດດ້ານວິຊາສະເພາະ ແລະ ຝຶກແອບສຸຂະພາບ, ພ້ອມທັງປະກອບສ່ວນຊຸກຍູ້ການພັດທະນາກິລາກ໊ອຟ ແຂວງ ນິງທ້ວນ. ນີ້ແມ່ນການເຄື່ອນໄຫວໃນບັນດາລາຍການເຄື່ອນໄຫວຂອງປີທ່ອງທ່ຽວແຫ່ງຊາດ ບິ່ງທ້ວນ - ສີຂຽວ ເຊິ່ງສອງແຂວງໄດ້ສົມທົບກັນຢ່າງແໜ້ນແຟ້ນໃນໄລຍະຜ່ານມາ. ງານແຂ່ງຂັນດັ່ງກ່າວໄດ້ສ້າງອິດທິພົນຢ່າງກວ້າງຂວາງໃນວົງຄະນາຍາດ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາກິລາ-ທ່ອງທ່ຽວ. ການທ່ອງທ່ຽວກອຟແມ່ນເພີ່ມຂຶ້ນເປັນມູນຄ່າທີ່ຍິ່ງໃຫຍ່ແລະດຶງດູດລາຍໄດ້ຂະຫນາດໃຫຍ່ໃນອະນາຄົດ.
ທີ່ມາ
(0)