ຕ້ອນຮັບທ່ານລັດຖະມົນຕີ Jason Clare ມາຍັງຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເລແທ່ງລອງ ໄດ້ຕີລາຄາສູງໝາກຜົນການເຮັດວຽກລະຫວ່າງລັດຖະມົນຕີວ່າການກະຊວງ ສຶກສາທິການ 2 ປະເທດ ແລະ ການລົງນາມໃນເອກະສານຮ່ວມມືສຳຄັນຫຼາຍສະບັບ ເນື່ອງໃນໂອກາດນີ້.
ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ການຮ່ວມມືດ້ານການສຶກສາພວມພັດທະນາເປັນຢ່າງດີ. ສອງຝ່າຍພວມຜັນຂະຫຍາຍຢ່າງມີປະສິດທິຜົນໃນສັນຍາວ່າດ້ວຍການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງລະຫວ່າງ ລັດຖະບານ ສອງປະເທດໄລຍະ 2024-2028 ແລະ ຂໍ້ຕົກລົງເພີ່ມເຕີມລະຫວ່າງລັດຖະບານສອງປະເທດກ່ຽວກັບໂຄງການພັດທະນາຊັບພະຍາກອນມະນຸດສອງຝ່າຍໄລຍະ 2021-2025.
ກ່ຽວກັບບັນດາຂໍ້ມູນທີ່ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ພວມຜັນຂະຫຍາຍການບຳລຸງສ້າງປະລິນຍາເອກ ແລະ ປະລິນຍາໂທໃຫ້ບັນດາອາຈານຢູ່ບັນດາສະຖາບັນການສຶກສາຊັ້ນສູງຕາມໂຄງການ 89, ທ່ານຮອງນາຍົກລັດຖະມົນຕີ ເລແທງລອງ ໄດ້ສະແດງຄວາມຍິນດີທີ່ມີຫລາຍຄົນເລືອກເຟັ້ນປະລິນຍາເອກໄດ້ລົງທະບຽນຮຽນຢູ່ ອົດສະຕາລີ.
ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ໃນການປະຕິບັດມະຕິ 71/NQ-TW ກ່ຽວກັບວິວັດການພັດທະນາການສຶກສາ, ບຳລຸງສ້າງ, ຫວຽດນາມ ຖືການສຶກສາ ແລະ ບຳລຸງສ້າງແມ່ນບຸລິມະສິດອັນດັບໜຶ່ງຂອງຊາດ, ມຸ່ງໄປເຖິງການກໍ່ສ້າງກຳລັງແຮງງານທີ່ມີຄຸນນະພາບສູງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ. ໃນສະພາບການດັ່ງກ່າວ, ຫວຽດນາມ ຫວັງວ່າຈະໄດ້ຮັບການໜູນຊ່ວຍ, ການຮ່ວມມື, ໜູນຊ່ວຍຈາກເພື່ອນມິດສາກົນ, ພິເສດແມ່ນບັນດາຄູ່ຮ່ວມມືແບບດັ້ງເດີມຄື ອົດສະຕາລີ.
ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ອົດສະຕາລີ ຈະສືບຕໍ່ໜູນຊ່ວຍການຝຶກອົບຮົມພາສາອັງກິດ ເພື່ອຊ່ວຍໃຫ້ຫວຽດນາມ ປະຕິບັດໂຄງການ “ສ້າງພາສາອັງກິດເປັນພາສາທີສອງຢູ່ບັນດາໂຮງຮຽນ 2025-2035”; ຊຸກຍູ້ການເປີດສາຂາມະຫາວິທະຍາໄລອົດສະຕາລີ ຢູ່ ຫວຽດນາມ; ແລະ ສືບຕໍ່ໜູນຊ່ວຍນັກສຶກສາຫວຽດນາມ ໄປຮ່ຳຮຽນຢູ່ ອົດສະຕາລີ.
ພ້ອມກັນນັ້ນ, ສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ວິທະຍາສາດ ແລະ ເຕັກໂນໂລຢີ ແລະ ນະວັດຕະກຳ ແມ່ນສຳຄັນສຳລັບການເຕີບໂຕຂອງ ຫວຽດນາມ ໃນຊຸມປີຕໍ່ໜ້າ.
ຂອບໃຈທ່ານຮອງນາຍົກລັດຖະມົນຕີທີ່ໄດ້ສະຫລະເວລາມາພົບປະ, ທ່ານ Jason Clare ລັດຖະມົນຕີກະຊວງສຶກສາອົດສະຕຣາລີ ໃຫ້ຮູ້ວ່າ: ການຮ່ວມມືດ້ານການສຶກສາແມ່ນເສົາຄ້ຳສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ປະຈຸບັນ, ມີນັກສຶກສາ ຫວຽດນາມ ປະມານ 36.000 ຄົນພວມຮ່ຳຮຽນຢູ່ ອົດສະຕາລີ. ມີຊາວຫວຽດນາມປະມານ 160,000 ຄົນແມ່ນນັກຮຽນເກົ່າຂອງມະຫາວິທະຍາໄລອົດສະຕາລີ.
ທ່ານລັດຖະມົນຕີ Jason Clare ໃຫ້ຮູ້ວ່າ, ມື້ນີ້, ທ່ານ ແລະ ທ່ານລັດຖະມົນຕີ ກະຊວງສຶກສາ ແລະ ບຳລຸງສ້າງ ຫງວຽນກິມເຊີນ ໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາໂຄງການ 89 ລະຫວ່າງກົມຮ່ວມມືສາກົນ, ກະຊວງສຶກສາ ແລະ ບຳລຸງສ້າງ ແລະ 6 ມະຫາວິທະຍາໄລອົດສະຕາລີ. ຄາດວ່າຂໍ້ຕົກລົງນີ້ຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານການສຶກສາລະຫວ່າງສອງປະເທດ, ທ່ານ Jason Clare ຊາວ ອົດສະຕາລີ ຢືນຢັນຄວາມພ້ອມທີ່ຈະໜູນຊ່ວຍ ຫວຽດນາມ ໃນການປະຕິບັດໂຄງການເຮັດໃຫ້ພາສາອັງກິດເປັນພາສາທີ 2 ຢູ່ບັນດາໂຮງຮຽນ.
ທີ່ມາ: https://giaoducthoidai.vn/giao-duc-la-tru-cot-quan-trong-trong-quan-he-hop-tac-viet-nam-australia-post760148.html






(0)