ເຈົ້າໜ້າທີ່ ການແພດ ຢູ່ເຂດກາຊາກ່າວວ່າ, ຕອນເຊົ້າວັນທີ 12 ກຸມພານີ້, ກອງທັບອິສຣາແອນໄດ້ດຳເນີນການໂຈມຕີທາງອາກາດຢ່າງດຸເດືອດໃສ່ເມືອງ Rafah ທາງພາກໃຕ້ແລະເຂດອ້ອມຂ້າງ, ເຮັດໃຫ້ຢ່າງໜ້ອຍ 52 ຄົນເສຍຊີວິດແລະບາດເຈັບຫຼາຍສິບຄົນ.
ກ່ອນໜ້ານີ້, ກອງທັບອິສຣາແອນປະກາດວ່າໄດ້ດຳເນີນການບຸກໂຈມຕີທາງອາກາດຢູ່ເຂດກາຊາ, ແຕ່ບໍ່ໄດ້ປະກາດສະຖານທີ່ສະເພາະ.
ນັບຕັ້ງແຕ່ການປະທະກັນລະຫວ່າງອິດສະຣາແອນແລະຂະບວນການອິດສະລາມ Hamas ຢູ່ເຂດກາຊາ, ຊາວປາແລັດສະຕີນຈາກຫຼາຍພາກສ່ວນຂອງເຂດດິນແດນໄດ້ຍ້າຍໄປເມືອງ Rafah ເພື່ອຊອກຫາບ່ອນລີ້ໄພ. ປະຈຸບັນ, ມີຊາວປາແລັດສະໄຕປະມານ 1,5 ລ້ານຄົນອາໄສຢູ່ເມືອງນີ້.
ວັນທີ 9 ກຸມພານີ້, ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netanyahu ໄດ້ອອກຄຳສັ່ງໃຫ້ກອງທັບອິດສະຣາແອນ ກຽມພ້ອມຍົກຍ້າຍພົນລະເຮືອນອອກຈາກເມືອງ Rafah ກ່ອນຈະດຳເນີນການເຄື່ອນໄຫວຕ້ານກຸ່ມ Hamas ຢູ່ນະຄອນ. ທ່ານ Netanyahu ໃຫ້ຄຳໝັ້ນສັນຍາວ່າ ກອງທັບອິດສະຣາແອນ ຈະສະໜອງແລວທາງທີ່ປອດໄພໃຫ້ແກ່ພົນລະເຮືອນຢູ່ Rafah ກ່ອນຈະດຳເນີນການເຄື່ອນໄຫວ ທາງການທະຫານ ຢູ່ທີ່ນັ້ນ.
ຫຼາຍປະເທດຕາເວັນຕົກ ກໍ່ຄືບັນດາປະເທດໃນພາກພື້ນ ໄດ້ອອກຖະແຫຼງການຄັດຄ້ານແຜນການບຸກໂຈມຕີຂອງ ອິດສະຣາແອນ ທີ່ເມືອງ Rafah, ຢ້ານວ່າການໂຈມຕີນີ້ຈະເຮັດໃຫ້ເກີດໄພພິບັດດ້ານມະນຸດສະທຳໃນເມືອງ ຖືວ່າເປັນບ່ອນລີ້ໄພສຸດທ້າຍຂອງຊາວ ປາແລັດສະຕິນ ໃນເຂດກາຊາ.
ເຈົ້າໜ້າທີ່ສາທາລະນະສຸກຂອງເຂດກາຊາໄດ້ເປີດເຜີຍລາຍງານຫຼ້າສຸດໃນວັນທີ 11 ກຸມພານີ້ວ່າ: ຈຳນວນຊາວປາແລັດສະໄຕນທີ່ເສຍຊີວິດຍ້ອນການໂຈມຕີຂອງອິສຣາແອນຢູ່ເຂດກາຊາໄດ້ເພີ່ມຂຶ້ນເປັນ 28,176 ຄົນນັບແຕ່ວັນທີ 7 ຕຸລາ 2023, ແລະ 67,784 ຄົນໄດ້ຮັບບາດເຈັບ.
VNA
ທີ່ມາ
(0)