ວັນທີ 27 ທັນວານີ້, ສະມາຄົມສົ່ງເສີມການສຶກສາຫວຽດນາມ ໄດ້ຈັດກອງປະຊຸມຄະນະບໍລິຫານງານຄັ້ງທີ 5 ຂອງສະມາຄົມສົ່ງເສີມການສຶກສາຫວຽດນາມ ໄລຍະ VI ປີ 2021-2026.
ຕາມທ່ານຮອງປະທານ, ເລຂາທິການໃຫຍ່ສະມາຄົມສົ່ງເສີມການສຶກສາ ຫວຽດນາມ Le Manh Hung ແລ້ວ, ໃນໄລຍະມໍ່ໆມານີ້, ເປົ້າໝາຍກໍ່ສ້າງສັງຄົມແຫ່ງການຮຽນຮູ້ໄດ້ຮັບການປະຕິບັດເປັນພິເສດດ້ວຍຫຼາຍການເຄື່ອນໄຫວ. ໂດຍສະເພາະແມ່ນຜ່ານການປະຕິບັດ 2 ໂຄງການ “ຊຸກຍູ້ການເຄື່ອນໄຫວຮຽນຮູ້ຕະຫຼອດຊີວິດຢູ່ບັນດາຄອບຄົວ, ໝູ່ບ້ານ, ຊຸມຊົນ, ຫົວໜ່ວຍ” ແລະ “ກໍ່ສ້າງຕົວແບບການຮຽນຮູ້ຂອງພົນລະເມືອງໄລຍະ 2021 – 2030” ບັນລຸໄດ້ໝາກຜົນຕົວຈິງ. ປີ 2024, ກອງທຶນສົ່ງເສີມການສຶກສາຫວຽດນາມ ບັນລຸລາຍຮັບເກືອບ 4,55 ຕື້ດົງ, ຂະນະທີ່ທຶນໄດ້ເກືອບ 5,3 ຕື້ດົ່ງ, ສືບຕໍ່ໜູນຊ່ວຍນັກສຶກສາ 20 ຄົນທີ່ໄດ້ສູນເສຍພໍ່ແມ່ຍ້ອນໂລກລະບາດ Covid – 19 ຢູ່ນະຄອນໂຮ່ຈິມິນ.
ກ່ຽວກັບສະມາຄົມສົ່ງເສີມການສຶກສາທ້ອງຖິ່ນ, ມີພຽງແຕ່ບາງທ້ອງຖິ່ນໄດ້ສ້າງຕັ້ງກອງທຶນສົ່ງເສີມການສຶກສາຂັ້ນແຂວງ ດ້ວຍຍອດຍອດຈຳນວນເງິນທຶນສົ່ງເສີມການສຶກສາແຫ່ງຊາດບັນລຸກວ່າ 4.000 ຕື້ດົ່ງ. ນອກຈາກກອງທຶນສົ່ງເສີມການສຶກສາຂອງສູນກາງ ແລະ ກອງທຶນສົ່ງເສີມການສຶກສາຢູ່ທ້ອງຖິ່ນແລ້ວ, ຫຼາຍໂຮງຮຽນ, ຄອບຄົວ, ໝູ່ບ້ານ, ສະມາຄົມ, ກຸ່ມທີ່ຢູ່ອາໄສ, ໂດຍສະເພາະແມ່ນກອງທຶນສົ່ງເສີມການສຶກສາຂອງຄອບຄົວກໍ່ໄດ້ມີການພັດທະນາຢ່າງວ່ອງໄວ; ຫຼາຍກຸ່ມ ແລະ ບຸກຄົນ ໄດ້ສະໜັບສະໜູນ ແລະ ໜູນຊ່ວຍວຽກງານ ການສຶກສາ ຢູ່ພາຍໃນ ແລະ ນອກໂຮງຮຽນຢ່າງຕັ້ງໜ້າ, ຊ່ວຍເຫຼືອເດັກນ້ອຍນັບພັນຄົນທີ່ປະສົບກັບຄວາມຫຍຸ້ງຍາກໃນການເຂົ້າໂຮງຮຽນ.
ໃນຖານະທີ່ເປັນອົງການສະມາຊິກຂອງແນວໂຮມປະເທດຊາດຫວຽດນາມ, ສະມາຄົມສົ່ງເສີມການສຶກສາຫວຽດນາມ ໄດ້ເກັບກຳຂໍ້ຄິດເຫັນ, ຂໍ້ສະເໜີແນະຈາກປະຊາຊົນ, ສະມາຄົມສົ່ງເສີມການສຶກສາ, ສະມາຊິກສະມາຄົມສົ່ງເສີມການສຶກສາທຸກຂັ້ນກັບແນວລາວສ້າງຊາດ ເພື່ອສົ່ງໃຫ້ສະພາແຫ່ງຊາດ. ປີນີ້, ສະມາຄົມສົ່ງເສີມການສຶກສາ ຫວຽດນາມ ແລະ ສະມາຄົມສົ່ງເສີມການສຶກສາທຸກຂັ້ນ, ບັນດາຜູ້ໃຈບຸນໄດ້ບໍລິຈາກ ແລະ ໜູນຊ່ວຍ 1.250 ລ້ານດົ່ງໃຫ້ປະຊາຊົນທີ່ຖືກຜົນກະທົບຈາກພະຍຸ ແລະ ໄພນໍ້າຖ້ວມຢູ່ 10 ແຂວງພາກເໜືອ ແລະ ແຂວງ ກວາງບິ່ງ .
ຄຽງຂ້າງບັນດາຜົນງານທີ່ບັນລຸໄດ້, ການເຄື່ອນໄຫວຊຸກຍູ້ການຮ່ຳຮຽນ ແລະ ພອນສະຫວັນໄດ້ພັດທະນາຢ່າງກວ້າງຂວາງ, ແຕ່ປະສິດທິຜົນການເຄື່ອນໄຫວຍັງບໍ່ທັນເປັນເອກະພາບ. ຄະນະພັກ, ອຳນາດການປົກຄອງ, ອົງການ, ຫົວໜ່ວຍຈຳນວນໜຶ່ງຍັງບໍ່ທັນເອົາໃຈໃສ່ເຖິງວຽກງານຊຸກຍູ້ການຮຽນຮູ້ ແລະ ການເຄື່ອນໄຫວຮຽນຮູ້ຕະຫຼອດຊີວິດຂອງຜູ້ໃຫຍ່. ວຽກງານກໍ່ສ້າງອົງການສະມາຄົມ ແລະ ພັດທະນາສະມາຊິກໃນບັນດາຫົວໜ່ວຍບໍລິຫານ, ມະຫາວິທະຍາໄລ, ວິສາຫະກິດ ແລະ ກຳລັງປະກອບອາວຸດຍັງມີໜ້ອຍ.
ພິເສດ, ມາຮອດປະຈຸບັນ, ແຫຼ່ງທຶນເພື່ອຈັດຕັ້ງປະຕິບັດ 2 ແຜນງານຕາມຂໍ້ຕົກລົງ 387 ແລະ 677 ຂອງນາຍົກລັດຖະມົນຕີ ໄດ້ຈັດຕັ້ງຢູ່ບັນດາທ້ອງຖິ່ນແຕ່ບໍ່ເປັນເອກະພາບ, ມີບາງບ່ອນ, ບາງບ່ອນບໍ່ມີ… ຢູ່ບາງທ້ອງຖິ່ນ, ແຫຼ່ງທຶນຍັງບໍ່ທັນໄດ້ຈັດສັນໃຫ້ 3 ຂັ້ນຂອງສະມາຄົມຢ່າງຄົບຖ້ວນ.
ຮັບຮູ້ບັນດາການເຄື່ອນໄຫວສົ່ງເສີມການສຶກສາຢູ່ທ້ອງຖິ່ນໃນປະຈຸບັນ, ທ່ານ ສາດສະດາຈານ ຫງວຽນທິຢວານ, ອະດີດກຳມະການສູນກາງພັກ, ອະດີດຮອງປະທານ, ປະທານສະມາຄົມສົ່ງເສີມການສຶກສາ ຫວຽດນາມ ຊີ້ອອກວ່າ: ຄວາມຫຍຸ້ງຍາກອັນພົ້ນເດັ່ນແມ່ນຂາດແຫຼ່ງຊັບພະຍາກອນມະນຸດ, ຂາດທຶນຮອນ, ຂາດເຂີນການເຄື່ອນໄຫວເປັນປົກກະຕິຂອງພະນັກງານ, ສະມາຄົມສົ່ງເສີມການສຶກສາ. ບັນດາທ້ອງຖິ່ນສະເໜີໃຫ້ອຳນາດການປົກຄອງແຂວງ, ເທດສະບານ ຄວນໃຫ້ບຸລິມະສິດສະໜອງທຶນໃຫ້ແກ່ບັນດາການເຄື່ອນໄຫວສົ່ງເສີມການສຶກສາ, ຍູ້ແຮງການເຄື່ອນໄຫວຮໍ່າຮຽນໃນທຸກຊັ້ນຄົນ ໂດຍລວມມີບັນດາມາດຖານການສຶກສາໃນເງື່ອນໄຂຊົນນະບົດໃໝ່, ຄອບຄົວຕົວແບບ, ຄອບຄົວວັດທະນະທຳ ແລະ ອື່ນໆ.
ທີ່ການເຮັດວຽກກັບຄະນະປະຈຳສູນກາງສະມາຄົມສົ່ງເສີມການສຶກສາ ຫວຽດນາມ ໃນວັນທີ 26/12, ທ່ານຮອງນາຍົກລັດຖະມົນຕີ ເລແທງລອງ ເນັ້ນໜັກວ່າ ຕ້ອງເຮັດໃຫ້ດີ ແລະ ຊຸກຍູ້ການຫັນເປັນດີຈີຕອນໃນວຽກງານຊຸກຍູ້ການສຶກສາປີ 2025. ສະມາຄົມຕ້ອງຕັ້ງໜ້າສະເໜີບັນດາມາດຕະການແກ້ໄຂສະເພາະ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນທຸກຊັ້ນຄົນ, ທຸກໄວ, ທຸກວິຊາຊີບມີໂອກາດຮ່ຳຮຽນ ແລະ ພັດທະນາຄວາມສາມາດຂອງຕົນ; ສືບຕໍ່ຮຽກຮ້ອງ ແລະ ລະດົມການເຂົ້າຮ່ວມຂອງບັນດາວິສາຫະກິດ, ອົງການ ແລະ ບຸກຄົນ ປະກອບສ່ວນແຫຼ່ງກຳລັງເຂົ້າໃນການເຄື່ອນໄຫວຊຸກຍູ້ການສຶກສາ ແລະ ພອນສະຫວັນ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ແກ້ໄຂບັນດາຂໍ້ສະເໜີແນະຂອງສະມາຄົມ ບົນຈິດໃຈສ້າງທຸກເງື່ອນໄຂໃຫ້ສະມາຄົມ ເຕີບໃຫຍ່ເຂັ້ມແຂງ, ນຳພາວຽກງານສົ່ງເສີມການສຶກສາ ບັນລຸຜົນສຳເລັດກວ່າ.
ທີ່ມາ: https://daidoanket.vn/cong-tac-khuyen-hoc-go-diem-nghen-de-hoat-dong-hieu-qua-10297367.html
(0)