
ຕອນເຊົ້າວັນທີ 3 ພະຈິກນີ້, ຝົນແລະຄວາມໜາວເຢັນໄດ້ສືບຕໍ່ເຮັດໃຫ້ປະຕູສູ່ພາຍໃນນະຄອນຫຼວງຮ່າໂນ້ຍໄດ້ເກີດຄວາມແອອັດຢ່າງຮ້າຍແຮງຄື: ຈີ່ເຟືອງ, ຫງວຽນຈີ້, ເຈືອງຈິ້ງ, ກວ໋າຍຈີ, ເຈີ່ນດິ່ງຮຸ່ງ, ເລວັນລ່ອງ-ຫາຮູ... ການຂົນສົ່ງແມ່ນຫຍຸ້ງຍາກ, ຫຼາຍຄົນມາເຮັດວຽກຊ້າໃນມື້ທຳອິດ.
ອັບເດດ 4 ໂມງຕອນບ່າຍວັນນີ້, ຝົນຍັງຕົກແຮງ, ຮ່າໂນ້ຍ ອຸນຫະພູມຕ່ຳສຸດ 18-19 ອົງສາ. ຕາມການພະຍາກອນຂອງອົງການອຸຕຸນິຍົມວິທະຍາແລ້ວ, ໃນວັນທີ 4 ພະຈິກນີ້, ອຸນຫະພູມຢູ່ຮ່າໂນ້ຍ ແລະ ພາກເໜືອອາດຈະຫຼຸດລົງອີກ 1 ອົງສາ.



ເວລາ 15:30 ໂມງ ມື້ນີ້, ສູນພະຍາກອນອຸຕຸນິຍົມ ແລະ ອຸທົກກະສາດແຫ່ງຊາດ ໃຫ້ຮູ້ວ່າ: ອາກາດໜາວເຢັນສືບຕໍ່ມີກຳລັງແຮງຢູ່ພາກເໜືອ. ຮ່າໂນ້ຍ ແລະບັນດາແຂວງໃນເຂດທົ່ງພຽງພາກເຫນືອ ຍັງຈະມີຝົນຕົກ ຈົນເຖິງວັນທີ 4 ພະຈິກ. ອຸນຫະພູມຕ່ຳສຸດ 17-19 ອົງສາເຊ, ອາກາດຍັງໜາວເຢັນ.
ສາເຫດຫຼັກທີ່ພາໃຫ້ເກີດຝົນຕົກຕິດຕໍ່ກັນເປັນເວລາດົນນານ ຍ້ອນວ່າ ພາກເໜືອໄດ້ຮັບຄື້ນອາກາດໜາວເຢັນຢ່າງຕໍ່ເນື່ອງ ສົມທົບກັບລົມຕາເວັນອອກທີ່ມີລະດັບຄວາມສູງສົ່ງຄວາມຊຸ່ມຊື້ນຈາກອ່າວຕົງກິນເຂົ້າມາຫາແຜ່ນດິນໃຫຍ່ເປັນຈໍານວນຫຼວງຫຼາຍ, ເຮັດໃຫ້ມີຝົນຕົກກະຈາຍຢູ່ຫຼາຍບ່ອນໃນພາກເໜືອ.

ກົມພະຍາກອນອຸຕຸນິຍົມ ແລະ ອຸທົກກະສາດແຫ່ງຊາດໃຫ້ຮູ້ວ່າ: ພາຍຫຼັງວັນທີ 4 ພະຈິກ, ຝົນຈະຄ່ອຍໆຫຼຸດລົງ, ແຕ່ສະພາບອາກາດຢູ່ຮ່າໂນ້ຍ ແລະ ພາກເໜືອຈະສືບຕໍ່ເຢັນໃນຕອນກາງຄືນ ແລະ ຕອນເຊົ້າ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ມວນອາກາດໜາວເຢັນຕື່ມອີກຈະນຳຄວາມໜາວເຢັນມາສູ່ແຂວງ ເງ້ອານ ນັບແຕ່ນີ້ຮອດວັນທີ 5 ພະຈິກ ແລະ ເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງຢູ່ບໍລິເວນແຂວງ ຮ່າຕິ້ງ ຫາ ເຫ້ວ.
ທີ່ມາ: https://www.sggp.org.vn/ha-noi-mua-dai-dang-troi-ret-post821497.html






(0)