
ພະແນກ ສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ ໄດ້ສົ່ງເອກະສານເຖິງຄະນະກຳມາທິການປະຊາຊົນບັນດາຕາແສງ, ຕາແສງ; ໜ່ວຍງານກ່ຽວຂ້ອງ ແລະ ໂຮງຮຽນ ກ່ຽວກັບການເພີ່ມທະວີມາດຕະການຮີບດ່ວນ ເພື່ອຄວບຄຸມມົນລະພິດທາງອາກາດໃນຕົວເມືອງ.
ຕາມນັ້ນແລ້ວ, ເພື່ອຮັບປະກັນສຸຂະພາບຂອງນັກຮຽນ, ຄູອາຈານ, ພະນັກງານຂອງບັນດາຫົວໜ່ວຍ, ໂຮງຮຽນ, ພະແນກສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ ຮຽກຮ້ອງໃຫ້ຄະນະກຳມາທິການປະຊາຊົນບັນດາຕາແສງ, ຕາແສງ, ຫົວໜ່ວຍ, ໂຮງຮຽນ ປະຕິບັດຄຳສັ່ງແນະນຳຂອງຄະນະກຳມະການປະຊາຊົນນະຄອນຢ່າງເຂັ້ມງວດ ເພີ່ມທະວີບັນດາມາດຕະການຮີບດ່ວນເພື່ອຄວບຄຸມມົນລະພິດທາງອາກາດຢູ່ບໍລິເວນ, ປັບປຸງຕາຕະລາງການຮຽນ – ການສອນຢູ່ກາງແຈ້ງຢ່າງຕັ້ງໜ້າ.
ພິເສດ, ພະແນກສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ ໄດ້ຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ໂຮງຮຽນ ປັບປຸງບັນດາຂໍ້ມູນຂ່າວສານກ່ຽວກັບຄຸນນະພາບອາກາດ ແລະ ຕິດຕາມດັດຊະນີຄຸນນະພາບອາກາດ ຫວຽດນາມ (VN_AQI) ຢູ່ບັນດາສະຖານີຕິດຕາມກວດກາຢູ່ນະຄອນ ຕາມເວັບໄຊ: http://moitruongthudo.vn/.
ໂຮງຮຽນ ແລະ ໜ່ວຍງານຄວນຈຳກັດກິດຈະກຳກາງແຈ້ງສຳລັບນັກຮຽນໃນລະຫວ່າງຊົ່ວໂມງ ແລະ ມື້ ເມື່ອຄຸນນະພາບອາກາດຢູ່ໃນລະດັບ "ບໍ່ດີ" ຫຼື ສູງກວ່າ.
ໃນກໍລະນີທີ່ມີມົນລະພິດທາງອາກາດຮ້າຍແຮງ, ດັດຊະນີ VN_AQI ≥ 301, ໜ່ວຍງານ ແລະ ໂຮງຮຽນໄດ້ໂຈະ ຫຼື ປັບຊົ່ວໂມງເຮັດວຽກ ແລະ ຮຽນຕາມຄວາມເໝາະສົມ.
ທີ່ມາ: https://nhandan.vn/ha-noi-truong-hoc-chu-dong-dieu-chinh-lich-hoc-phu-hop-khi-o-nhiem-tang-cao-post928018.html






(0)